ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫຼາຍ​ສິບ​ພັນ​ຄົນ ເດີນ​ຂະ​ບວນ ເພື່ອ​ຮຽກ​ຮ້ອງ ການ​ດຳ​ເນີນ​ການ ກ່ຽວ​ກັບ ສະ​ພ​າບ ອາ​ກາດ ໃນ​ນະ​ຄອນ ຊິດ​ນີ


ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ທີ່​ສາ​ລາ​ເມືອງ ຂອງ​ນະ​ຄອນ ຊິດ​ນີ. 11 ທັນ​ວາ, 2019. REUTERS/Jonathan Barrett
ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ທີ່​ສາ​ລາ​ເມືອງ ຂອງ​ນະ​ຄອນ ຊິດ​ນີ. 11 ທັນ​ວາ, 2019. REUTERS/Jonathan Barrett

ຜູ້​ປະ​ທ້ວງ​ປະ​ມານ 20,000 ຄົນ​ໄດ້​ເດີນ​ຂະ​ບວນ​ຜ່ານ​ຖະ​ໜົນ​ຕ່າງໆ​ຂອງ​ນະ​ຄອນ ຊິດ​ນີ ໃນ​ວັນ​ພຸດ​ວານນີ້ ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ​ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ.

ການ​ປະ​ທ້ວງ​ໄດ້​ຈັດ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ເມືອງ​ແຫ່ງ​ປະ​ຫວັດ​ສາດ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ​ໄດ້​ຖືກ​ປົກ​ຄຸມດ້ວຍ​ຄວັນ​ໜາ ທີ່​ມາ​ຈາກ​ໄຟ​ໄໝ້​ປ່າ​ຢ່າງ​ຮ້າຍ​ແຮງ ​ເຊິ່ງ​ໄດ້​ເຜົາ​ໄໝ້​ເປັນ​ເວ​ລາຫຼາຍ​ອາ​ທິດຢູ່​ເຂດ​ຊານ​ເມືອງ​ຂອງ​ເຂົາ​ເຈົ້າ, ທຳ​ລາຍ​ພື້ນ​ທີ່ຫຼາຍກວ່າ 2 ລ້ານ​ເຮັກ​ຕາ ແລະ ບ້ານ​ເຮືອນຫຼາຍກວ່າ 700 ຫຼັງ. ປະ​ຊາ​ຊົນ 6 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ໄພ​ພິ​ບັດ​ນັ້ນ.

ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ຖື​ກ​ບັງ​ຄັບ​ໃຫ້​ໃສ່​ໜ້າ​ກາກ ​ເພື່ອ​ປ້ອງ​ກັນ​ເຂົາ​ເຈົ້າ​ຈາກ​ຄວັນ​ທີ່​ເປັນ​ພິດ, ໃນ​ຂະ​ນະ​ທີ່​ດັດ​ສະ​ນີ​ຄຸນ​ນະ​ພາບ​ອາ​ກາດ​ຂອງ​ນະ​ຄອນ ຊິດ​ນີ ໄດ້​ສູງ​ຂຶ້ນເໜືອ​ຂີດ​ຈຳ​ກັດ​ທີ່​ຖືກ​ພິ​ຈາ​ລະ​ນາ​ວ່າ​ອັນ​ຕະ​ລາຍ 11 ເທົ່າ. ຄວັນ​ໄຟ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ ຮຽກ​ຮ້ອງ​ໃຫ້​ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ ທີ່​ມີ​ບັນ​ຫາ​ ກ່ຽວ​ກັບ ຫົວ​ໃຈ ແລະ ປອດ ຢູ່​ແຕ່​ໃນ​ເຮືອນ​ບໍ່​ໃຫ້​ອອກ​ໄປ​ນອກ ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

ບັນ​ດາ​ນັກ​ດັບ​ໄຟ​ໄດ້​ຟ້າວ​ໄປແຕ່​ຕຶກ​ນຶ່ງ​ຫາ​ອີກ​ຕຶກ​ນຶ່ງ ເພື່ອມອດ​ສຽງ​ເຕືອນ​ທີ່​ຖືກ​ກະ​ຕຸ້ນ​ໂດຍ​ຄວັນ​ໄຟ​ນັ້ນ, ໃນ​ຂະ​ນະ​ທີ່​ເຮືອ​ໂດຍ​ສານ​ບາງ​ລຳ​ໄດ້​ຖືກ​ຍົກ​ເລີກ​ການ​ເຮັດ​ວຽກ ໃນ​ຂະ​ນະ​ໄລ​ຍະ​ທີ່ມອງ​ເຫັນໃນ​ທ່າ​ເຮືອ ​ທີ່​ມີ​ຊື່​ສຽງ​ນັ້ນ ​ໄດ້​ຖືກ​ຫຼຸດ​ລົງ​ເປັນ​ສູນ.

ໄຟ​ປ່າ​ປະ​ມານ 100 ແຫ່ງ​ແມ່ນ​ກຳ​ລັງ​ເຜົາ​ໄໝ້​ໃນ​ລັດທີ່​ຕັ້ງ​ຢູ່​ພາກ​ຕ​າ​ເວັນ​ອອກ​ຂອງ​ປະ​ເທດ​ຄື​ລັດ ນິວ ຊ້າວ ແວ​ລ​ສ໌, ວິກ​ຕໍ​ເຣຍ ແລະ ຄວີນ​ສ​ແລນ, ເຊິ່ງຖືກ​ກະ​ຕຸ້ນໂດຍ​ອຸນ​ຫະ​ພູມ​ທີ່​ສູງ ແລະ ທີ່ດິນ​ທີ່​ແຫ້ງ​ຍ້ອນໄພ​ແຫ້ງ​ແລ້ງ ແລະ ສະ​ພາບ​ອາ​ກາດ​ປ່ຽນ​ແປງ.

ອ່ານ​ຂ່​າວ​ນີ້​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG