ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຊາວ​ອາ​ລ​ຈີ​ເຣຍ ຫຼາຍ​ສິບ​ພັນ​ຄົນ ຮຽກ​ຮ້ອງ ໃຫ້​ ປ. ບູ​ເຕ​ຟ​ລິ​ກາ ລາ​ອອກ


ພວກ​ເດີນ​ຂະ​ບວນ ປະ​ທະ​ກັບ​ຕຳ​ຫຼວດ ຕາ​ມ​ຖະ​ໜົນ​ຫົນ​ທາງ ຢູ່ນະ​ຄອນ​ຫຼວງ​ອາ​ລ​ເຈຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ປະ​ນາມ ປະ​ທາ​ນາ​ທິ​ບໍ​ດີ​ອັ​ບ​ແດ​ລ​ລາ​ຊິ​ສ ບູ​ເຕ​ຟ​ລີ​ກາ ເມື່ອ​ວັນ​ທີ 1 ມີ​ນາ 2019.
ພວກ​ເດີນ​ຂະ​ບວນ ປະ​ທະ​ກັບ​ຕຳ​ຫຼວດ ຕາ​ມ​ຖະ​ໜົນ​ຫົນ​ທາງ ຢູ່ນະ​ຄອນ​ຫຼວງ​ອາ​ລ​ເຈຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ປະ​ນາມ ປະ​ທາ​ນາ​ທິ​ບໍ​ດີ​ອັ​ບ​ແດ​ລ​ລາ​ຊິ​ສ ບູ​ເຕ​ຟ​ລີ​ກາ ເມື່ອ​ວັນ​ທີ 1 ມີ​ນາ 2019.

ປະ​ຊາ​ຊົນ​ຊາວ​ອາ​ລ​ຈີ​ເ​ຣຍ ຫຼາຍສິບພັນ​ຄົນໃນ​ທົ່ວ​ປະ​ເທດ ໄດ້​ລົງ​ສູ່​ຖະ​ໜົນ​ຫົນ​ທາງຫຼັງ​ຈາກ​ພິ​ທີ​ສູດ​ມົນ​ໃນ​ວັນ​ສຸກວານນີ້ເພື່​ອ​ປະ​ທ້ວງ​ຮຽກ​ຮ້ອງ​ບໍ່ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ອັບ​ແດ​ລ​ລາຊິ​ສ ບູ​ເຕ​ຟ​ລີກ​າ ພະ​ຍາ​ຍາມ​ຈະ​ເຂົ້າ​ກຳ​ອຳ​ນາດ ​ເປັນ​ສະ​ໄໝ​ທີຫ້າ.

ປະ​ທາ​ນາ​ທິ​ບໍ​ດີ ທີ່​ມີ​ອາ​ຍຸ​ເກືອບ 82 ປີ ​ແລ້ວນັ້ນ ເຄີຍ​ເປັນ​ເສັ້ນ​ເລືອດ ຢູ່ໃນ​ສະ​ໝອງ​ແຕກ ​ຫຼື ສະໂຕ​ຣກ ໃນ​ປີ 2013 ແລະ​ກໍ​ບໍ່​ມີ​ຜູ້​ໃດ​ຄ່ອຍ​ເຫັນ​ທ່ານ​ຫຼັງ​ຈາກນັ້ນມາ.

ທີ່​ນະ​ຄອນ​ຫຼວງ​ອາ​ລ​ເຈຍ​ໃນ​ມື້​ວັນ​ສຸກ​ວານນີ້ ພວກ​ເດີນ​ຂະ​ບວນ ທັງ​ໜຸ່ມ​ນ້ອຍ​ແລະ​ເຖົ້າ​ແກ່ ຕ່າງ​ກໍ​ພາ​ກັນ​ຮ້ອງ​ຂຶ້ນວ່າ “ບໍ່​ມີ​ສະ​ໄໝ​ທີ 5” ແລະ “ເພື່ອ​ອາ​ລ​ຈີ​ເຣຍທີ່​ເສ​ລີ ແລະເປັນປະ​ຊາ​ທິ​ປະ​ໄຕ.”

ອາ​ລ​ຈີ​ເຣຍ​ຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 18 ເມ​ສາ​ທີ່​ຈະມາ​ເຖິງນີ້.

ການ​ປະ​ທ້ວງ​ຢູ່​ອາ​ລ​ຈີ​ເຣຍ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະ​ຫງົບ ແຕ່​ກໍ​ມີ​ການ​ຕໍ່​ສູ້​ກັນ ​ລະ​ຫວ່າງຕຳ​ຫຼວດ​ແລະ​ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງ ແລະ​ຕຳຫຼວດ​ກໍ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່.

ຕຳ​ຫຼວດ​ໄດ້​ຢຸດ​ບໍ່​ໃຫ້​ພວກ​ປະ​ທ້ວງ​ເດີນ​ຂະ​ບວນ​ຕໍ່​ໄປ ຂະ​ນະ​ທີ່​ພວກ​ປະ​ທ້ວງ​ໃກ້​ຈະ​ເຖິງ​ໂຮງ​ການ​ໄປ​ສະ​ນີ​ໃຫຍ່ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຢຸດ​ຮ້ອງ​ຄຳ​ຂວັນແລະ​ຮ້ອງເພງ​ຊາດ​ແທນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ປະ​ທ້ວງ ທີ່​ພາ​ກັນ​ຖື​ທຸງ​ຊາດ ເດີນ​ຂະ​ບວນ​ໄປ​ຍັງ ຜ່ານ​ຄວັນ​ລະ​ເບີດ​ນ້ຳ​ຕາ ທີ່​ຍິງ​ໃສ່​ໂດຍ​ຕຳ​ຫຼວດ ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຮ້ອງ​ປະ​ນາມ ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດ​ລ​ລາ​ຊິ​ສ ບູ​ເຕ​ຟ​ລິ​ກາ ທີ່​ພະ​ຍາ​ຍາມ ເຂົ້າ​ກຳ​ອຳ​ນາດ ເປັນ​ສະ​ໄໝ​ທີ 5. (1 ມີ​ນາ 2019)
ພວກ​ປະ​ທ້ວງ ທີ່​ພາ​ກັນ​ຖື​ທຸງ​ຊາດ ເດີນ​ຂະ​ບວນ​ໄປ​ຍັງ ຜ່ານ​ຄວັນ​ລະ​ເບີດ​ນ້ຳ​ຕາ ທີ່​ຍິງ​ໃສ່​ໂດຍ​ຕຳ​ຫຼວດ ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ຮ້ອງ​ປະ​ນາມ ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດ​ລ​ລາ​ຊິ​ສ ບູ​ເຕ​ຟ​ລິ​ກາ ທີ່​ພະ​ຍາ​ຍາມ ເຂົ້າ​ກຳ​ອຳ​ນາດ ເປັນ​ສະ​ໄໝ​ທີ 5. (1 ມີ​ນາ 2019)

ການ​ປະ​ທ້ວງ ​ເລີ້ມ​ຂຶ້ນ​ໃນ​ຕົ້ນ​ອາ​ທິດນີ້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີບູ​ເຕ​ຟ​ລີກ​າ ໄດ້​ປະ​ກາດ​ທີ່​ຈະ​ລົງ​ສະ​ໝັກ ເຂົ້າ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຕື່ມ​ອີກ​ສະ​ໄໝ​ນຶ່ງ ແຕ່​ການປະ​ທ້ວງ​ໃນ​ວັນ​ສຸກວານນີ້ ແມ່ນ​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ.

ທ່ານບູ​ເຕ​ຟ​ລີກ​າ ຊຶ່ງໄດ້ເປັນ​ປະ​ທາ​ນາ​ທິ​ບໍ​ດີ ມາ​ແຕ່​ປີ 1999 ເດີນ​ທາງ​ໄປ​ປະເທດ​ສະ​ວີດ​ເຊີ​ແລນ ໃນ​ຕອນ​ແລງວັນ​ອາ​ທິດ ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ເອີ້ນ​ວ່າການກວດ​ຕາມ​ປົກ​ກະ​ຕິ.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັບ​ແດ​ລ ມາ​ເລັກ ອາ​ລ ແຊ​ລ​ລາ​ລ ຊຶ່ງ​ເປັນ​ຜູ້​ຈັດ​ການ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານບູ​ເຕ​ຟ​ລີກ​າ ກ່າວ​ໃນ​ການ​ຖະ​ແຫຼງທາງ​ໂທ​ລະ​ພາບ​ທົ່ວ​ປະ​ເທດ​ ເມື່ອ​ໄວໆ​ມານີ້​ວ່າ ປະ​ຊາ​ຊົນ​ສ່ວນ​ໃຫຍ່ “ເຂົ້າໃຈ​ດີ​ວ່າ​ສະ​ຖາ​ນະ​ການ​ຢູ່​ໃນ​ປະ​ເທດ​ແມ່ນບອບ​ບາງ.”

​ທ່ານ​ກ່າວ​ຕື່ມ​ວ່າ ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ທ່ານບູ​ເຕ​ຟ​ລີກ​າ ແມ່ນ​ເຂັ້ມ​ແຂງກວ່າ​ການ​ເລືອກ​ຕັ້ງ​ທີ່​ທ່ານ​ລົງ​ສະ​ໝັກເທື່ອ​ແລ້ວ ​ໃນ​ປີ 2014 ດ້ວຍ​ຊ້ຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG