ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຣັດເຊຍຫຼາຍໝື່ນຄົນ ປະທ້ວງ ປະທານາທິບໍດີ ພູຕິນ (ສະໄລດ໌ກັບວີດີໂອ)


ພວກປະທ້ວງພາກັນຖືທຸງຂອງຫລາຍໆກຸ່ມ ໃນຂະນະທີ່ມີການເດີນຂະບວນຕໍ່ຕ້ານການປົກຄອງຂອງປະທານາທິບໍດີ Putin ໃນກຸງ Moscow, ວັນອັງຄານ ທີ່ 12, ມິຖຸນາ 2012.
ພວກປະທ້ວງພາກັນຖືທຸງຂອງຫລາຍໆກຸ່ມ ໃນຂະນະທີ່ມີການເດີນຂະບວນຕໍ່ຕ້ານການປົກຄອງຂອງປະທານາທິບໍດີ Putin ໃນກຸງ Moscow, ວັນອັງຄານ ທີ່ 12, ມິຖຸນາ 2012.

ຊາວຣັດ​ເຊຍ​ຫລາຍ​ໝື່ນ​ຄົນ ​ໄດ້​ປະກອບສ່ວນ​ໃນ​ການເດີນ​ຂະ​ບວນ ຢູ່​ນະຄອນຫລວງ
ມອສ​ໂຄ ​ເພື່ອປະ​ທ້ວງການ​ກັບ​ຄືນ​ມາ​ຄອງ​ຕໍາ​ແໜ່​ງປະທານາທິບໍດີ​ຮັດ​ເຊຍອີກ​ຄັ້ງ​ນຶ່ງ​
ຂອງ​ທ່ານ Vladimir Putin ​ເຖິງ​ແມ່ນ​ວ່າ​ເຈົ້າ​ໜ້າ​ທີ່ໄດ້​ບັງຄັບ ໃຫ້​ຜູ້​ນໍາພາການ​ປະ​ທ້ວງ​
ຫລາຍ​ຄົນ ​ໄປ​ປາກົດ​ຕົວ​ເພື່ອ​ສອບ​ປາກ​ຄໍາ ໃນ​ຂະນະ​ທີ່​ການປະ​ທ້ວງ​ກໍາລັງ​ຈະ​ເລີ້ມ
​ຂຶ້ນ​ ກໍ​ຕາມ.

ການ​ເດີນ​ຂະ​ບວນໃນ​ວັນ​ອັງຄານມື້​ນີ້ ​ແມ່ນ​ເປັນ​ຄັ້ງ​ທໍ​າອິດ​ທີ່ຝ່າຍ​ຄ້ານ​ໄດ້ຮຽກ​ໃຫ້​ມີ​ຂຶ້ນ
ນັບ​ຕັ້ງ​ແຕ່ທ່ານ Putin ​ໄດ້​ກັບ​ຄືນ​ມາ​ເປັນປະທານາທິບໍດີອີກ ​ໃນ​ວັນ​ທີ 7​ເດືອນ​ແລ້ວ​ນີ້ ​
ແລະ​ໄດ້​ເລີ້​ມທໍາການ​ປາບ​ປາມ​ພວກ​ທີ່​ຄັດຄ້ານ ຢ່າງ​ເຄ່ງ​ຄັດ​ຂຶ້ນ. ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ
ທີ່ຢູ່​ໃນ​ທີ່​ໂຮມ​ຊຸມນຸມ​ປະ​ທ້ວງ​ ກ່າວ​ວ່າ ປະຊາຊົນ​ຫລາຍ ໝື່ນ​ຄົນ​ໄດ້​ພາກັນ​ເດີນ​ຂະ​ບວນ​
ໄປ​ຕາມ​ຖະໜົນ​ໃຫຍ່​ສາຍ​ນຶ່ງ​ໃນ​ມອສ​ໂຄ ມຸ້ງໜ້າ​ ໄປ​ສູ່​ຖະໜົນ Sakharov. ​

ຜູ້​ນໍາພາ​ການ​ປະ​ທ້ວງ ທ່ານ Sergei Udaltsov ໃຫ້​ໂຕ​ເລກ​ວ່າ ມີ​ເຖິງ 1 ​ແສນ​ຄົນ ຂະນະ​ທີ່​
ທາງ​ຝ່າຍຕໍາຫລວດ​ເວົ້​າວ່າ ມີ​ປະມານ 18,000 ຄົນ ທີ່​ພາກັນ​ເດີນ​ຂະ​ບວນ ​ໃນ​ເວລາ​ບ່າຍ
2 ​ໂມງມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ​ເວົ້າ​ວ່າ ການ​ເດີນ​ຂະ​ບວນດໍາ​ເນີນ​ໄປ​ຢ່າງ​ສະ​ງົບແລະ​ມີ​ຫລາຍໆ​ກຸ່ມຕ່າງ​
ກັນ ​ມາ​ຮ່ວມປະກອບສ່ວນ ນັບ​ຕັ້ງ​ແຕ່​ພວກຫົວ​ຊາດ​ນິຍົມ ​ໄປ​ຫາ​ພວກ​ຄອມ​ມິ​ວນິສຕ໌ ​ແລະ​
ພວກ​ຫົວເສລີ​ນິຍົມ. ມີຕໍາຫລວດ​ຫລາຍພັນ​ຄົນ​ຍາມ​ຮັກສາ​ການ​ຢູ່​ເປັນ​ໄລຍະໆ ​ເພື່ອ​ຄວບ
​ຄຸມ​ການ​ປະ​ທ້ວງ ຊຶ່ງ​ທາງ​ການ​ໄດ້​ອະນຸຍາດ​ໃຫ້​ຈັດ​ຂຶ້ນ​ນັ້ນ.

XS
SM
MD
LG