ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫຼາຍສິບພັນຄົນ ໄດ້ຈັດການປະທ້ວງຕໍ່ຕ້ານ ກຸ່ມຝ່າຍຂວາ ໃນເຢຍຣະມັນ


ພວກທີ່ເຂົ້າຮ່ວມໃນການເດີນຂະບວນປະທ້ວງຕໍ່ຕ້ານ ການຈຳແນກເຊື້ອຊາດ ແລະ ກຸ່ມການເມືອງຝ່າຍຂວາ ໄດ້ເຕົ້າໂຮມກັນຢູ່ຕໍ່ໜ໊າຕຶກລັດຖະສະພາ ໄຣສຕາກ (Reichstag) ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 21 ມັງກອນ 2024.
ພວກທີ່ເຂົ້າຮ່ວມໃນການເດີນຂະບວນປະທ້ວງຕໍ່ຕ້ານ ການຈຳແນກເຊື້ອຊາດ ແລະ ກຸ່ມການເມືອງຝ່າຍຂວາ ໄດ້ເຕົ້າໂຮມກັນຢູ່ຕໍ່ໜ໊າຕຶກລັດຖະສະພາ ໄຣສຕາກ (Reichstag) ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 21 ມັງກອນ 2024.

ຫຼາຍສິບພັນຄົນໄດ້ໄປເຕົ້າໂຮມກັນຢູ່ທົ່ວເຢຍຣະມັນ ອີກຄັ້ງນຶ່ງ ໃນວັນອາທິດວານນີ້ ເພື່ອປະທ້ວງພັກຝ່າຍຂວາຈັດ ຫຼື AfD ຫຼັງຈາກທີ່ພັກນີ້ ໄດ້ມີເລື້ອງທີ່ປາກົດອອກມາວ່າ ສະມາຊິກຂອງພັກຈຳນວນນຶ່ງໄດ້ສົນທະນາແຜນການເພື່ອເນລະເທດຂະໜາດໃຫຍ່ ຢູ່ທີ່ກອງປະຊຸມພວກຫົວຮຸນແຮງຈັດ ອີງຕາມອົງການຂ່າວເອແອັຟພີ.

ການ​ຫລັ່ງໄຫຼອອກມາຂອງພວກ​ເດີນ​ຂະ​ບວນແມ່ນມີ​ຂະ​ໜາດ​ໃຫຍ່​ໂພດ ຢູ່ໃນນະຄອນມິວນິກ ທີ່ພວກຈັດການປະທ້ວງ ໄດ້ຖືກບັງຄັບໃຫ້ຍົກເລີກແຜນການ ປະທ້ວງ ແລະໄດ້ຂໍໃຫ້ພວກຄົນທັງຫຼາ ຍສະຫຼາຍຕົວ ຍ້ອນເຫດຜົນທາງດ້ານຄວາມປອດໄພ.

ພວກຜູ້ຈັດການປະທ້ວງໄດ້ກ່າວວ່າ ມີປະຊາຊົນຈຳນວນປະມານ 50,000 ຄົນໄດ້ພາກັນອອກມາເພື່ອການເດີນຂະບວນປະທ້ວງ ຊຶ່ງມີຫຼາຍກວ່າສອງເທົ່າທີ່ໄດ້ລົງທະບຽນສຳລັບກ​ານປະທ້ວງດັ່ງກ່າວ.

ການກະມະມານຂອງຝຸງຄົນກ່ອນໜ້າຂອງການປະກາດ ແມ່ນມີຢູ່ປະມານ 200,000 ຄົນ ອີງຕາມນັກຂ່າວຂອງເອແອັຟພີ.

ຕຳຫຼວດໄດ້ກະປະມານຈຳນວນຄົນ ແມ່ນ​ຢູ່​ໃນລະຫວ່າງກວ່າ 100,000 ຄົນ ອີງຕາມໜັງສືພິມລາຍວັນຂອງເຢຍຣະມັນຊູດດອຍຈ໌ ໄສຕຸງ (Sueddeutsche Zeitung).

ພວກຜູ້ທີ່ໄດ້ໄປຮອດສະຖານທີ່ປະທ້ວງຕາມແຜນການ ໄດ້ພາກັນຖືປ້າຍທີ່ກ່າວວ່າ “ນາຊີ ອອກໄປ” ແລະ “ບໍ່ໃຫ້ມີອີກເລີຍ ດຽວນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG