ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍສິບພັນຄົນ ໂຮມຊຸມນຸມປະທ້ວງ ໃນເບລາຣຸສ ເພື່ອຮຽກຮ້ອງໃຫ້ ປະທານາທິບໍດີ ລູກາເຊັງໂກ ລາອອກ


ພວກຄົນຈຳນວນນຶ່ງນັ່ງຢູ່ເທິງຫຼັງຄາ ເພື່ອຖ່າຍຮູບເອົາການເດີນຂະບວນປະທ້ວງ ໃນຂະນະທີ່ ພວກສະໜັບສະໜຸນຝ່າຍຄ້ານຂອງເບລາຣຸສ ພາກັນຈັບທຸງຊາດເກົ່າຂອງເບລາຣຸສ ຍ່າງໄປຍັງຈັດຕຸລັດ ເອກກະລາດ ໃນນະຄອນຫຼວງມິງສ໌, ວັນທີ 23 ສິງຫາ 2020.
ພວກຄົນຈຳນວນນຶ່ງນັ່ງຢູ່ເທິງຫຼັງຄາ ເພື່ອຖ່າຍຮູບເອົາການເດີນຂະບວນປະທ້ວງ ໃນຂະນະທີ່ ພວກສະໜັບສະໜຸນຝ່າຍຄ້ານຂອງເບລາຣຸສ ພາກັນຈັບທຸງຊາດເກົ່າຂອງເບລາຣຸສ ຍ່າງໄປຍັງຈັດຕຸລັດ ເອກກະລາດ ໃນນະຄອນຫຼວງມິງສ໌, ວັນທີ 23 ສິງຫາ 2020.

ປະຊາຊົນຫຼາຍສິບພັນຄົນ ໄດ້ພາກັນໄປໂຮມຊຸມນຸມ ຢູ່ໃນນະຄອນຫຼວງຂອງເບລາຣຸສ ໃນວັນອາທິດວານນີ້ ແລະຮຽກຮ້ອງໃຫ້ປະທານາທິບໍດີ ອາແລັກແຊນເດີ ລູກາເຊັງໂກ ລາອອກຈາກຕຳແໜ່ງ ຫຼັງຈາກມີບັນຫາຂັດແຍ້ງ ເລື້ອງຜົນການເລືອກຕັ້ງ ການປາບປາມຫຼັງຈາກການເລືອກຕັ້ງ ແລະການມີໜ້າຂອງກຳລັງທະ ຫານຢ່າງຫຼວງຫຼາຍຢູ່ໃນນະຄອນຫຼວງ.

ພວກປະທ້ວງ ຫຼາຍໆຄົນໃສ່ເສື້ອແລະໂບກທຸງສີແດງແລະຂາວ ຂອງພັກຝ່າຍຄ້ານ ແລ້ວຮ້ອງໂຮວ່າ “ເສລີພາບ” ແລະ “ພວກເຮົາຈະບໍ່ລືມ ພວກເຮົາຈະບໍ່ໃຫ້ອະໄພ” ໃນຂະນະທີ່ພວກເຂົາເຈົ້າພາກັນຍ່າງເຂົ້າໄປໃນໃຈກາງ ນະຄອນ ຫຼວງມິງສ໌. ພວກເຂົາເຈົ້າໄດ້ໄປເຕົ້າໂຮມກັນໄລຍະຊົ່ວຄາວ ຢູ່ໃກ້ໆທຳນຽບປະ ທານາທິບໍດີ ກ່ອນທີ່ຈະກະຈາຍອອກໄປຢ່າງສັນຕິ.

ໃນຂະນະດຽວກັນ ສື່ມວນຊົນຂອງທາງການ ໄດ້ລາຍງານວ່າ ພວກປະທ້ວງປະມານ 20,000 ຄົນໄດ້ເຂົ້າຮ່ວມ ອີງຕາມການລາຍງານຂອງອົງການຂ່າວຂອງຝຣັ່ງ.

ການເດີນຂະບວນປະທ້ວງໄດ້ເລີ້ມຂຶ້ນ ຫຼັງຈາກການເລືອກຕັ້ງ ໃນວັນທີ 9 ສິງ ຫາຜານມາ ຊຶ່ງທ່ານລູກາເຊັງໂກ ໄດ້ອ້າງວ່າ ໄດ້ຮັບຄະແນນສຽງ 80 ເປີເຊັນ. ແລະຜົນການລົງຄະແນນສຽງ ໄດ້ຖືກກ່າວອ້າງໂດຍບັນດາພັກຝ່າຍຄ້ານວ່າ ມີການສໍ້ໂກງ.

ຜູ້ອຳນວຍການບໍລິສັດ IT ທ່ານຢານ ທາມີລີໂອນົກ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ທ່ານໄດ້ໄປປະທ້ວງທຸກມື້ ເພື່ອຮຽກຮ້ອງໃຫ້ມີການເລືອກຕັ້ງ ທີ່ເປັນທຳ ແລະເສລີພາບໃນການປາກເວົ້າ. ທ່ານໄດ້ກ່າວວ່າ ທ່ານເຊື່ອວ່າ ການລົງຄະແນນສຽງ ໄດ້ມີການສໍ້ໂກງໂດຍອົງການບັງຄັບໃຊ້ກົດໝາຍ ແລະກົມຮັກສາຄວາມສະຫງົບທັງຫຼາຍ ຜູ້ທີ່ໃນເວລາຕໍ່ມາໄດ້ໃຊ້ຄວາມຮຸນແຮງເພື່ອຂັບໄລ່ພວກປະທ້ວງໃຫ້ສະຫຼາຍໄປ.

ການປະທ້ວງ ແມ່ນຖືກມອງເຫັນວ່າ ເປັນການທ້າທ້າຍທີ່ໃຫຍ່ທີ່ສຸດ ທີ່ທ່ານລູກາເຊັງໂກ ໄດ້ປະເຊີນ ນັບຕັ້ງແຕ່ທ່ານເລີ້ມປົກຄອງປະເທດໃນພາກຕາເວັນອອກຂອງທະວີບຢູໂຣບແຫ່ງນີ້ ທີ່ມີປະຊາກອນ 9.5 ລ້ານຄົນ ເມື່ອ 26 ປີກ່ອນ.

ທ່ານລູກາເຊັງໂກ ໄດ້ເຫັນຢູ່ໃນສື່ມວນຊົນຂອງທາງການ ໃນວັນອາທິດວານນີ້ ໂດຍໃສ່ເສື້ອປ້ອງກັນໂຕແລະຖືປືນ ແລ້ວເອີ້ນພວກເດີນຂະບວນປະທ້ວງວ່າ “ພວກໜູ.”

ກ່ອນໜ້ານີ້ ທ່ານໄດ້ໃຊ້ພວກຕຳຫຼວດປາບຈະລາຈົນ ເພື່ອຂັບໄລ່ການໂຮມຊຸມ ນຸມ ແຕ່ອົງການຂ່າວຣອຍເຕີບໍ່ ໄດ້ເຫັນມີການປະທະກັນລະຫວ່າງ ຕຳຫຼວດ ແລະພວກປະທ້ວງ ໃນວັນອາທິດວານນີ້.

ເຖິງຢ່າງໃດກໍຕາມ ໃນການປະທ້ວງທີ່ແກ່ຍາວມາໄດ້ 15 ວັນ ໂດຍມີຫຼາຍກວ່າ 7,000 ຄົນ ທີ່ໄດ້ຖືກຄວບຄຸມໂຕແລະຫຼາຍຮ້ອຍຄົນໄດ້ຖືກທຸມຕີໂດຍຕໍາຫຼວດ. ສອງຄົນໄດ້ຖືກຂ້າຕາຍ ໃນການປະທ້ວງພາຍຫຼັງຈາກການເລືອກຕັ້ງ ຢູ່ໃນເບລາຣຸສ ຊຶ່ງອົງການຂ່າວຣອຍເຕີ ກໍໄດ້ຢັ້ງຢືນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG