ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄຸ້ມ Tenek ຂອງ​ເມືອງ Mosul ໃນອີຣັກ ກັບຄືນໄປຢູ່ໃນການຄອບຄອງຂອງ​ກຸ່ມ IS ອີກ


IS Female Suicide Bombers Pose as Refugees in Mosul
please wait

No media source currently available

0:00 0:01:07 0:00

ນັກວາງລະເບີດສະລະຊີບແມ່ຍິງຂອງກຸ່ມ IS ເຮັດຄື ວ່າເປັນອົບພະຍົບ ຢູ່ໃນເມືອງ Mosul ຂອງອີຣັກ

ກໍາລັງ​ທະຫານ​ອີຣັກ​ໄດ້​ຍຶດ​ເອົາ​ຄຸ້ມ Tenek ຂອງ​ເມືອງ Mosul ຈາກ​ພວກ​ກໍ່ຄວາມ​ຮຸນ
​ແຮງຂອງ​ກຸ່ມ​ລັດ​ອິສລາ ຫລື IS ​ໃນ​ກາງ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ຈາກ​ນັ້ນກໍາລັງ​ທະຫານ​ດັ່ງກ່າວ ກໍ​ໄດ້​ສືບຕໍ່ທໍາ​ການຕໍ່​ສູ້​ໄປຈົນ​ເຖິງ​ເມືອງ Mosul ​ເກົ່າ
​ແລະເຮັດ​ໃຫ້ກໍາລັງ​ກໍ່ຄວາມ​ຮຸນ​ແຮງ ​ເສຍ​ໄຊ​ຢູ່​ໃນ​ເມືອງ​ດັ່ງກ່າວ​ໃນ​ທີ່​ສຸດ.

​ໃນ​ຫລາຍ​ເດືອນ​ຕໍ່ມາ ອາກາດ​ຮ້ອນ​ເອົ້າຂຶ້ນ ​ແລະ​ກອງ​ກໍາລັງ​ຮັກສາ​ຄວາມ​ສະຫງົບ ​ໃນ
ຄຸ້ມ Tenek ​ໄດ້​ອ່ອນ​ກໍາລັງ​ລົງ ຈົນ​ເຖິງ​ຂັ້ນວ່າ ຍັງ​ເຫລືອ​ແຕ່​ທະຫານ​ຍາມ​ໃນ​ທ້ອງ​ຖິ່ນ
ດັ່ງກ່າວ. Tenek ຍັງຄົງຢູ່ໃນ​ສະພາບ​ມິດ​ງຽບ​ໃນ​ໄລຍະ​ນັ້ນ ຊຶ່ງ​ປະກົດ​ວ່າ​ໄດ້ ຖືກປ່ອຍ
ປະ​ໄປ. ​ໃນ​ເມື່ອກ່ອນ ຄຸ້ມ​ດັ່ງກ່າວ​ ເປັນ​ເຂດ​ອຸດ​ສາ​ຫະກໍາ ​ແຕ່ມາບັດ​ນີ້ ມັນ​ເປັນ​ຄື​ຜ້າ​
ເສດທີ່​ວາງ​ຢູ່​ເທິງອຸບ​ໂມງ, ຖໍ້າ ​ແລະ​ລະ​ເບີດ​ຕ່າງໆ ທີ່​ສັບສົນ​ຂອງ​ກຸ່ມ IS.

ຢູ່​ໃນ​ຕອນ​ຫົວຄໍ່າຂອງ​ວັນອາທິດ​ນຶ່ງ ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ຢູ່​ໃນ​ຂະນະ​ທີ່ກໍາລັງ​ກໍ່
ຄວາມ​ຮຸນແຮງ​ຂອງ​ອີຣັກກໍາລັງ​ປິດ​ລ້ອມ​ພາກສ່ວນ​ສຸດ​ທ້າຍ​ຂອງ​ເຂດ​ທີ່ໝັ້ນຂອງ​ກຸ່ມ IS
ຢູ່​ເມືອງ Mosul ຢູ່​ທັນໃດ​ນັ້ນ ກໍ​ມີ​ການ​ສວນສະໜາມຢູ່​ໃນ​ຄຸ້ມ Tenek.

ທ້າວ Mohammad ຄົນ​ຂັບ​ລົດ​ແທັກຊີ ທີ່​ມີ​ລູກ​ສາມ​ຄົນ​ເວົ້າວ່າ "ຂ້ອຍ​ໄດ້​ຍິນ​ສຽງຄົນ​ມາ
​ໂຮມ​ກັນ​ຢູ່​ຂ້າງ​ນອກ," "ຂ້ອຍ​ຄິດ​ວ່າ​ອາດ​ຈະ​ແມ່ນ​ພວກ​ທະຫານບ້ານໃນ​ທ້ອງ​ຖິ່ນ ​ແຕ່
​ແລ້ວ​ຂ້ອຍ​ກໍ​ເຫັນ​ພວກ​ເຂົາ."

ເມື່ອ​ເຫັນ​ວ່າ ​ມີ​ພວກ​ກໍ່ຄວາມ​ຮຸນ​ແຮງ​ຢູ່​ໃນ​ສ່ວນ​ທີ່​ຍັງ​ເຫລືອ​ຂອງ​ຄຸ້ມ​ດັ່ງກ່າວ​ ​ນຸ່ງ​ຊຸດ​ພື້ນ​
ເມືອງ, ມີໜວດດົກໜາ, ​ແລະ​ປະກອບ​ອາວຸດ​ໜັກ ຄວາມ​ອົນລະຫົນ​ກໍ​ເກີດ​ຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG