ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ


ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ-Campaign to look for Mr. Sombath Somphone
ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ-Campaign to look for Mr. Sombath Somphone

ພັນລະຍາຂອງທ່ານ ສຳມບັດ ສົມພອນ ຢືນຢັນວ່າໃນຕະຫຼອດໄລຍະ 10 ປີທີ່ຜ່ານມາຍັງຄົງບໍ່ມີຄຳຕອບ ແລະ ການອະທິບາຍໃດໆຈາກລັດຖະບານ ລາວ ທີ່ກຽວກັບສາເຫດເບື້ອງຫຼັງທີ່ເຮັດໃຫ້ມີການລັກພາຕົວທ່ານ ສົມບັດ.

ທ່ານນາງ ອຶ້ງ ຊຸຍ ເມັງ ພັນລະຍາຊາວສິງກະໂປຂອງທ່ານ ສົມບັດ ສົມພອນ ນັກພັດທະນາທາງສັງຄົມໃນລາວທີ່ໄດ້ຮັບລາງວັນ ແມັກໄຊໄຊ (Magsaysay) ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງອາຊຽນໃນປີ 2005 ນັ້ນຢືນຢັນວ່າທ່ານນາງຍັງຄົງທວງຖາມທາງການລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງທ່ານນາງລວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 10 ປີທີ່ຜ່ານມາແຕ່ວ່າກໍຍັງບໍ່ມີຄຳຕອບຈາກທາງການລາວແຕ່ຢ່າງໃດທັງຍັງບໍ່ມີໂອກາດພົວ ພັນກັບໜ່ວຍງານຂອງລັດຖະບານລາວທີ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວອີກດ້ວຍທັງໆທີ່ວ່າການລັກພາຕົວທ່ານ ສົມບັດ ໄດ້ເກີດຂຶ້ນຢູ່ກັບປ້ອມຕຳຫຼວດແຫ່ງນຶ່ງໃນເຂດນະຄອນຫຼວງວຽງຈັນ ແລະ ມີວິດີໂອທີ່ບັນທຶກພາບເຫດ ການທີ່ເກີດຂຶ້ນດ້ວຍນັ້ນ ຫາກແຕ່ວ່າກໍຍັງບໍ່ມີຜົນຄືບໜ້າໃນການສືບສວນສອບສວນແຕ່ຢ່າງໃດເລີຍໃນຕະຫຼອດໄລຍະ 10 ປີືທີ່ຜ່ານມາ ຍິ່ງໄປກວ່ານັ້ນທາງການລາວຍັງໄດ້ປະຕິເສດທີ່ຈະໃຫ້ການຮ່ວມມືໃນການສືບຄົ້ນຫາຄວາມຈິງຂອງການລັກພາຕົວທ່ານ ສົມບັດ ເລື້ອຍມາອີກດ້ວຍດັ່ງທີ່ທ່ານນາງ ອຶ້ງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ

"ຫຼັງ​ຈາກ​ດົນ​ກວ່າ 30 ປີ​ທີ່​ຜ່ານ​ມາ​ທ່ານ ສົມ​ບັດ ໄດ້​ກາຍ​ເປັນ​ທີ່​ຮັບ​ຮູ້​ດັ່ງ​ກັບ​ຜູ້​ເຮັດ​ວຽກ​ໃນ​ການ​ນຳ​ພາ​ຊຸມ​ຊົນ ແລະ ພັດ​ທະ​ນາ​ຊາວ​ໜຸ່ມ. ໂຊກບໍ່​ດີ, ໃນ​ເດືອ​ນ​ທັນ​ວາ 2012 ລາວ​ຖືກ​ບັງ​ຄັບ​ຫາຍ​ສາບ​ສູນ, ລາວ​ຖືກ​ລັກ​ພາ​ຕົວ​ຢູ່​ຕໍ່​ໜ້າ​ປ້ອມ​ຕຳຫຼວດ ແລະ ຖືກ​ນຳ​ພາ​ຕົວ​ໄປ, ບໍ່​ມີ​ໃຜ​ໄດ້​ເຫັນ ຫຼື ໄດ້​ຍິນ​ຈາກ​ລາວ​ອີກ​ເລີຍ. ແຕ່​ມັນ​ມີ​ພາບ​ວິ​ດີ​ໂອ​ທີ່​ບັນ​ທຶກ​ເຫດ​ການ​ໃນ​ເວ​ລາ​ການ​ລັກ​ພາ​ຕົວ​ລາວ​ນັ້ນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ ທ່ານ ສົມ​ບັດ ແທ້​ຈິງ​ແລ້ວ​ຖືກ​ນຳ​ຕົວ​ໄປ​ໂດຍ​ຕຳຫຼວດ. ໃນ​ເດືອນ​ທັນ​ວາ​ປີນີ້, ມັນ​ຈະ​ເປັນ​ວັນ​ຄົບ​ຮອບ 10 ປີ​ຂອງ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ ສົມ​ພອນ. ແລະ ໃນ 10 ປີ​ທີ່​ຜ່ານ​ມາ​ຂ້ອຍ​ໄດ້​ເຮັດ​ທຸກ​ຢ່າງ​ທີ່​ຂ້ອຍ​ສາ​ມາດ​ເຮັດ​ໄດ້​ເພື່​ອ​ພະ​ຍາ​ຍາມ ແລະ ໃຫ້​ເຈົ້າ​ໜ້າ​ທີ່​ລາວ ແລະ ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ມອບ​ຂໍ້​ມູນ ກ່ຽວ​ກັບ ສິ່​ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ທ່ານ ສົມ​ບັດ ໃຫ້​ຂ້ອຍ, ວ່າ​ລາວ​ຖືກ​ພາ​ຕົວ​ໄປ​ໃສ ແລະ ໃຫ້​ປ່ອຍ​ຕົວ​ລາວ. ແຕ່​ຊ້ຳ​ພັດ​ຂ້ອຍ​ມີ​ແຕ່​ໄດ້​ປະ​ເຊີນ​ກັບ​ການ​ປະ​ຕິ​ເສດ​ໂດຍ​ອົງ​ການ​ລັດ​ຖະ​ບານ ລາວ ທີ່​ວ່າ​ເຂົາ​ເຈົ້າ​ໄດ້​ລັກ​ພາ​ຕົວ​ທ່ານ ສົມ​ບັດ​ ໄປ."

ຄັ້ງສຸດທ້າຍທີ່ທ່ານນາງ ອຶ້ງ ຊຸຍ ເມັງ ໄດ້ຮັບໂອກາດຕິດຕໍ່-ພົວພັນກັບໜ່ວຍງານຂອງລັດຖະບານ ລາວ ກໍຄືໃນທ້າຍປີ 2017 ແລະ ຫຼັງຈາກນັ້ນກໍບໍ່ໄດ້ຮັບໂອກາດດັ່ງກ່າວອີກເລີຍເຖິງແມ່ນວ່າຈະໄດ້ມີການພົວພັນໄປຫາໜ່ວຍງານຂອງລັດຖະບານ ລາວ ທີ່ຮັບຜິດຊອບຕໍ່ກະລະນີດັ່ງກ່າວເລື້ອຍມາກໍ່ຕາມ ຫາກແຕ່ໂດຍສ່ວນຕົວຂອງທ່ານນາງ ອຶ້ງ ຊຸຍ ເມັງ ນັ້ນທ່ານນາງເຊື່ອວ່າສາເຫດເບື້ອງຫຼັງທີ່ເຮັດໃຫ້ເກີດການລັກພາຕົວທ່ານ ສົມບັດ ກໍຄືການທີ່ທ່ານ ສົມບັດ ໄດ້ດຳເນີນການປຸກລະດົມໃຫ້ປະຊາຊົນ ລາວ ເຫັນຄວາມສຳຄັນຂອງການອະນຸລັກສິ່ງແວດລ້ອມທຳມະຊາດດ້ວຍການນຳໃຊ້ທີ່ດິນເພື່ອຜົນປະໂຫຍດຢ່າງຍືນຍົງທີ່ໄດ້ກະທົບໂດຍກົງຕໍ່ຜົນປະໂຫຍດຂອງກຸ່ມຜູ້ມີອຳນາດໃນວົງການພັກ ແລະ ລັດຖະບານ ລາວ ທີ່ສະແຫວງຫາຜົນປະໂຫຍດຈາກໂຄງການສຳປະທານຕ່າງໆທັງໂຄງການຂຸດຄົ້ນແຮ່ທາດ, ໂຄງການສຳປະທານທີ່ດິນເພື່ອການຜະລິດສິນຄ້າກະສິກຳຂະໜາດໃຫຍ່, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການພັດທະນາໂຄງລ່າງພື້ນຖານຕ່າງໆທີ່ໄດ້ມີການບັງຄັບເວນຄືນທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງນັ້ນ.

ຍິ່ງໄປກວ່ານັ້ນທ່ານນາງ ອຶ້ງ ຊຸຍ ເມັງ ຍັງໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມໃນທົ່ວອາຊຽນ ເພື່ອໃຫ້ຮ່ວມກັນກົດດັນຕໍ່ທາງການລາວ ແລະ ການຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງພາກປະຊາສັງຄົມເຂົ້າໃນການສະກັດກັ້ນບໍ່ຍອມໃຫ້ເກີດການລັກພາຕົວຄືກໍລະນີຂອງທ່ານ ສົມບັດ ເກິດຂຶ້ນອີກທັງໃນລາວ ແລະ ໃນທົ່ວອາຊຽນຕະຫຼອດຈົນການຮ່ວມມືກັນເພື່ອກົດດັນໃຫ້ທາງການລາວ ຍອມຮັບໃນການບັງຄັບໃຊ້ກົດໝາຍເພື່ອການປົກປ້ອງຄວາມປອດໄພໃນຊີວິດ ແລະ ຊັບສິນຂອງປະຊາຊົນລາວ ໃຫ້ໄດ້ຢ່າງແທ້ຈິງອີກດ້ວຍ ໂດຍຫຼ້າສຸດທ່ານນາງ ອຶ້ງ ຊຸມ ເມັງ ກໍໄດ້ຂຽນປື້ມທີ່ກ່ຽວກັບຊີວິດ ແລະ ຜົນງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ສູ່ການຮັບຮູ້ໃນວົງກວ້າງແລ້ວໃນຂະນະນີ້.

ສ່ວນໃນຊ່ວງວັນທີ 2-15 ທັນວາ 2022 ບັນດາອົງການທີ່ເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດຊົນທັງໃນອາຊຽນ ແລະ ສາກົນ ກໍໄດ້ຮ່ວມກັນຈັດເວທີເສວະນາທີ່ກ່ຽວກັບຊີວິດ, ຜົນງານ, ແນວຄິດອຸດົມການ ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽກຮູ້ໃນວົງກວ້າງ ແລະ ທວງຖາມເຖິງຄວາມຍຸຕິທຳໃຫ້ກັບທ່ານ ສົມບັດອີກດ້ວຍ.

XS
SM
MD
LG