ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ຕໍາຫຼວດ 10 ຄົນ ຖືກສັງຫານ ຢູ່ໃນ ອັຟການິສຖານ (ວີດີໂອ)


ຕຳຫຼວດອັຟການິສຖານ ຍ້າຍຜູ້ໄດ້ຮັບບາດເຈັບຄົນນຶ່ງ ຫຼັງຈາກ ມີການໂຈມຕີດ້ວຍລະເບີດສະລະຊີບ ຢູ່ນອກຕຶກສະພາປະຈຳແຂວງ Baghlan (20 ພຶດສະພາ 2013)
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ຂອງອັຟກາ​ນິສຖານ ກ່າວ
ວ່າ ລະ​ເບີດທີ່​ຫ້າງ ​ໄວ້​ແຄມທາງ​ລູກ​ນຶ່ງ​ ​ໄດ້​ສັງຫານ​ຕໍາຫລວດ
6 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ທີ່​ຕໍາຫລວດ​ພາກັນ​ຂີ່ຢູ່​ນັ້ນ​ໄດ້​ຖືກ​
ທໍາລາຍ​ເວລາແລ່ນ​ ໄປ​ຢຽບລ​ະ​ເບີດ​ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ
​ເຂດ​ເມືອງ Obe ຂອງ​ແຂວງ Herat.

ຕຳຫຼວດ​ເຫຼົ່ານີ້ ໄດ້​ຮັບມອບ​ໝາຍໜ້າ​ທີ່ໃຫ້​ເຮັດ​ວຽກ​ເປັນ​ຄົນ​ຍາມ ຢູ່​
ໃ​ນໂຄ​ງການ​ສ້າງ​ເຂື່ອນ​ແຫ່ງ​ນຶ່ງ.

ຍັງ​ບໍ່​ທັນ​ມີ​ກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ​ແຕ່​ການ​ໂຈມ​ຕີ​ໃນ
​ທຳນອງດຽວ​ກັນນີ້ ມັກ​ຈະ​ມີ​ການຖິ້ມ​ໂທດ​ໃສ່​ພວກ​ທາລິ​ບານ​.

​ໃນ​ຂະນະ​ດ​ຽວກັນ ການ​ບຸກ​ໂຈມ​ຕີ​ຂອງ​ພວກທາ​ລິ​ບານ ໃນ​ພາກ​ໃຕ້​
ຂອງອັຟການິສຖານ​ໄດ້​ສັງຫານຕໍາຫລວດ​ 4 ຄົນ.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ນັກ​ລົບ​ທາ​ລິ​ບານ ຈໍານວນ​ຫລວງຫລາຍ​ໄດ້​ໂຈມ​ຕີດ່ານ ​ກວດ​ຮັກສາ​ຄວາມ​ປອດ​ໄພຫລາຍ​ແຫ່ງຢູ່ໃນ​ແຂວງ Helmand.

ມື້ວານ​ນີ້ ​ບັນດາເຈົ້າທີ່ອັ​ຟກາ​ນິສຖານກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ໂຈມ​ຕີ​ຢູ່​ນອກຕຶກ​ໂຮງການ​ລັດຖະບານ ​ໃນ​ພາກ​ເໜືອ​ຂອງປະ​ເທດ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 11 ຄົນ​ເສຍ​ຊີວິດ ຮວມ​ທັງ​ນັກ​ການ​ເມືອງ​ອະ​ວຸ​ໂສ​ໃນ​ເຂດ​ທ້ອງ​ຖິ່ນ​ນຶ່ງ​ຄົນ.

ຕໍາຫລວດ​ກ່າວ​ວ່າ ​ເຫດລະ​ເບີດແຕກ​ຢູ່​ນອກ​ຕຶກສະພາ​ຂອງ​ແຂວງ Baghlan ໃນ​ວັນ​ຈັນ​ວານ​ນີ້ ໄດ້ສັງຫານ​ຫົວໜ້າ​ສະພາ ປະຈຳ​ແຂວງ ທ່ານ Rasoul Mohseni.

​ໂຄສົກ​ຕໍາຫລວດ​ຄົນ​ນຶ່ງ​ໃນ​ແຂວງ Baghlan ກ່າວ​ວ່າ ຜູ້​ນໍາ​ສະພາ​ປະຈຳແຂວງ ​ໄດ້​ເຂົ້າໄປໃນ​ຕຶກດັ່ງກ່າວໃນ​ຕອນ​ເຊົ້າ ​ເວລາຜູ້​ວາງ​ລະ​ເບີດ​ສະລະ​ຊີບ ​ໄດ້​ແລ່ນ​ເຂົ້າໄປ​ໃກ້ໆ ​ແລ້ວ​ກໍ​ບີບຄະ​ນວນ​ລະ​ເບີດໃຫ້​ແຕກ​ຂຶ້ນ.

ອາລັກຂາ​ຂອງ​ທ່ານ​ຈໍານວນ​ນຶ່ງ ​ແມ່ນຮວມ​ຢູ່​ໃນຈຳນວນ​ຜູ້​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ.

Afghanistan
please wait
Embed

No media source currently available

0:00 0:00:50 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG