ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີກ 10 ລັດ ຍື່ນຟ້ອງ ກ່ຽວກັບ ເລື້ອງຫ້ອງນໍ້າ ພວກປ່ຽນເພດ


Wingsuit flyer contestants practice ahead of a competition in Zhaotong, Yunnan province, November 4, 2015. Picture taken November 4, 2015.
Wingsuit flyer contestants practice ahead of a competition in Zhaotong, Yunnan province, November 4, 2015. Picture taken November 4, 2015.

ອີກ 10 ລັດ​ກຳລັງ​ຟ້ອງ​ຮ້ອງ ລັດຖະບານ​ປະທານາທິບໍດີ Obama ກ່ຽວ​ກັບ​ລະບຽບ​ການຄຸ້ມ​ຄອງ​ທີ່ວ່າ ຫ້ອງ​ນໍ້າ​ໃດ​ທີ່​ພວກ​ປ່ຽນ​ເພດ​ສາມາດ​ໃຊ້​ໄດ້.

ການ​ຍື່ນຟ້ອງໃນ​ວັນ​ສຸກ​ວານ​ນີ້ ໝາຍ​ຄວາມ​ວ່າ ​ເກືອບ​ເຄິ່ງນຶ່ງ​ຂອງທັງ​ໝົດ 50 ລັດຂອງ​ສະຫະລັດ ພາກັນ​ປະຕິ​ເສດ​ຢ່າງ​ເປັນ​ທາງ​ການ ຕໍ່​ລະບຽບ​ການ​ຂອງ​ລັດ ຖະບານ​ກາງ ທີ່​ໄດ້ອອກ​ຫວ່າງ​ໄວໆ​ມານີ້ ​ໂດຍ​ສະ​ເໜີ​ໃຫ້​ບັນດາໂຮງຮຽນ​ຫລວງ ອະນຸຍາດ​ໃຫ້​ພວກ​ນັກຮຽນ​ໃຊ້​ຫ້ອງ​ນໍ້າ​ໄປຕາມ​ເພດ​ທີ່​ເຂົາ​ເຂົາ​ເຈົ້າ​ບອກ ​ແທນ​ທີ່​ຈະ​ແມ່ນເພດທີ່​ໄດ້​ບອກ​ຢູ່​ໃນ​ໃບ​ຊາ​ຕາ​ເຂົາ​ເຈົ້າ.

ບັນດາ​ນັກວິ​ເຄາະດ້ານ​ກົດໝາຍ ກ່າວ​ວ່າ ການ​ເຄື່ອນ​ໄຫວເທື່ອ​ຫລ້າ​ສຸດນີ້​ແມ່ນ​ ​ ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ເພີ້ມຂຶ້ນທີ່ວ່າ ການ​ໂຕ້​ແຍ້​ງກ່ຽວ​ກັບ​ເລື້ອງ​ເພດ​ ໃນ​ທີ່​ສຸດຈະ​ຖືກ​ສົ່ງ​ໄປ​ຍັງ​ສານ​ສູງ​ສຸດ​ສະຫະລັດ.

ການ​ຟ້ອງ​ຮ້ອງ​ໃໝ່​ນີ້ໄດ້ໂ​ຕ້ຖຽງ​ວ່າ ລັດຖະບານ​ກາງໄດ້​ຫລົບຫລີ​ກກົດໝາຍ​ທີ່ມີ ຢູ່​ແລ້ວ ​ໃນ​ລະບຽບ​ການ ​ທີ່​ໄດ້​ອອກ​ຫວ່າງ​ມໍ່ໆ​ມາ​ນີ້. ການ​ຟ້ອງ​ຮ້ອງ​ທີ່​ໄດ້​ຍືນ​ຢູ່​ສານ​ລັດຖະບານ​ກາງ​ໃນ​ເມືອງ Lincoln ລັດ Nebraska ກ່າວ​ວ່າ ປະຫວັດ ສາດດ້ານ​ກົດໝາຍ​ບໍ່​ໄດ້​ສະໜັບສະໜູນ ການ “ຕີ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ເພດ ທີ່​ໝາຍ​ຄວາ​ມວ່າ​ຢ່າງ​ໃດ​ຢ່າງ​ນຶ່ງ ​ນອກ​ເໜືອ​ໄ​ປກວ່າ​ຄຳ​ວ່່າ​ເພດຢ່າງ​ດຽວ ດັ່ງ​ທີ່​ໄດ້​ພິຈາລະນາ​ໂດຍ​ຮ່າງກາຍ ​ແລະເຊື້ອ​ພັນ.”

ລັດ Nebraska ຜູ້ນຳ​ພາ​ການ​ຟ້ອງ​ຮ້ອງ ​ໄດ້​ເຂົ້າ​ຮ່ວມ​ໂດຍ​ລັດ Arkansas, Kansas, Michigan, Montana, North Dakota, Ohio, South Carolina, South Dakota ​ແລະ Wyoming. ບັນດາ​ລັ​ດ​ເຫລົ່ານີ້ ​ໄດ້​ຮ່ວມ​ສົມທົບ​ກັບ​ລັດ​ອື່ນໆ​ອີກ 12 ລັດ​ທີ່​ໄດ້ຟ້ອງ​ຮ້ອງ​ລັດຖະບານກາງ​ ໃນ​ເດືອນພຶດ ສະພາຜ່ານ​ມາ ກ່ຽວ​ກັບ​ລະບຽບ​ການ​ຂອງລັດຖະ ບານ Obama ທີ່​ຄ້າຍຄື​ກັນນີ້.

ບັນດາ​ລັດ​ຕ່າງ​ໆ​ໂຕ້​ຖຽງ​ວ່າ ການ​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ລັດຖະບານ​ກາງ​ກ່ຽວກັບ​ເລື້ອງ​ໂຮງຮຽນ ຄວນ​ປ່ອຍ​ໃຫ້​ເປັນ​ໜ້າ​ທີ່​ຂອງ​ລັດຖະສະພາ​ ບໍ່​ແມ່ນ​ທຳນຽບຂາວ. ກະຊວງ​ຍຸຕິ​ທຳ​ໄດ້​ປະຕິ​ເສດ​ຕໍ່​ການ​ໂຕ້​ຖຽງ​ດັ່ງກ່າວ ​ໂດຍ​ເວົ້າວ່າກົດໝາຍ​ສິດທິ​ພົນລະເມືອງ​ຂອງ
ລັດຖະບານ​ກາງທີ່​ຫ້າມ​ບໍ່​ໃຫ້​ມີ​ການຈຳ​ແນ​ກກີດ​ກັນ ​ໃນ​ເລື້ອງ​ເພດ ສະໜອງ​ພື້ນຖານ​ທາງ​ດ້ານ​ກົດໝາຍ​ເພື່ອ​ເປັນ​ທິດ​ທາງ​ໃຫ້​ແກ່​ກະຊວງ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG