ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

15 ຄົນ ເສຍຊີວິດ ໃນເຫດລະເບີດແຕກ ຢູ່ຕລາດທີ່ແອອັດ ໃນປາກິສຖານ


ແຜນທີ່ ປະເທດປາກິສຖານ
ແຜນທີ່ ປະເທດປາກິສຖານ

ເຈົ້າໜ້າທີ່ພາກຕາເວັນຕົກສຽງເໜືອຂອງປາກິສຖານກ່າວວ່າ
ລະເບີດໄດ້ແຕກຂຶ້ນ ໃສ່ຕລາດທີ່ອັ່ງອໍ ໃນວັນອາທິດມື້ນີ້ເຮັດ
ໃຫ້ຢ່າງໜ້ອຍ 10 ຄົນເສັຽຊິວິດ​ແລະບາດເຈັບຫຼາບກວ່າ 50​ ຄົນ.

ລະເບີດດ່ັງກ່າວໄດ້ແຕກຂຶ້ນ ທີ່ສູນກາງຣັຖບານໃນ ປາຣາຈິນາ
ບ່ອນທີ່ເປັນສູນປົກຄອງເຄິ່ງນຶ່ງໂດຍຊົນເຜົາກູຮາມໃນຊາຍແດນ
ຕິດກັບອັຟການິສຖານ.

ຊາຍແດນຊົນເຜົ່າແຫ່ງນີ້ເປັນບ່ອນເກີດຄວາມຮຸນແຮງລະຫວ່າງ
ພວກອິສລາມຫົວຮຸນແຮງກັບພວກຊຸນນີແລະພວກຊິໄອຕ໌ມຸສລິມ.

ການລະເບີດຄັ້ງນີ້ບໍ່ໄດ້ມີຜູ້ໃດອ້າງເອົາຄວາມຮັບຜິດຊອບ.

XS
SM
MD
LG