ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ອາເມຣິກັນ 10 ຄົນ ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ທີ່ປະເທດ ຄັອສຕາ ຣີກາ


ຊາກຫັກພັງຂອງເຮືອບິນທີ່ປະສົບອຸບັດຕິເຫດຕົກ ໃນເມືອງ ປຸນຕາ ອິສລິຕາ, ແຂວງ ກົວນາຄາສ໌ເຕ, ປະເທດ ຄັອສຕາ ຣີກາ. 31 ທັນວາ, 2017.
ຊາກຫັກພັງຂອງເຮືອບິນທີ່ປະສົບອຸບັດຕິເຫດຕົກ ໃນເມືອງ ປຸນຕາ ອິສລິຕາ, ແຂວງ ກົວນາຄາສ໌ເຕ, ປະເທດ ຄັອສຕາ ຣີກາ. 31 ທັນວາ, 2017.

ບັນດາເຈົ້າໜ້າທີ່ ຄັອສຕາ ຣີກາ ກຳລັງສືບສວນສອບສວນສາເຫດເຮືອບິນຕົກຢູ່ໃນ
ເຂດພູຜາ ແລະ ມີປ່າໄມ້ຕຶບໜາ ຢູ່ທິດຕາເວັນຕົກຂອງນະຄອນຫຼວງ ແຊນ ໂຮເຊ,
ທີ່ມີຄົນ ອາເມຣິກັນ 10 ຄົນ ແລະ ຄົນຂັບເຮືອບິນໃນທ້ອງຖິ່ນສອງຄົນເສຍຊີວິດ.

ບັນດາເຈົ້າໜ້າທີ່ກ່າວວ່າ ເຮືອບິນລຳນັ້ນ ເຊິ່ງດຳເນີນງານໂດຍ ສາຍການບິນໃນທ້ອງ
ຖິ່ນ ເນເຈີ ແອ​ (Nature Air), ໄດ້ເກີດໄຟລຸກໄໝ້ໃນລະຫວ່າງ ອຸບັດຕິບັດນັ້ນ, ແລະ
ບໍ່ມີຜູ້ໃດລອດຊີວິດ.

ຄອບຄົວນຶ່ງໃນເຂດນອກຂອງນະຄອນ ນິວຢອກ ໄດ້ກ່າວວ່າ ຄົນ ອາເມຣິກັນ 5 ຄົນ
ທີ່ເສຍຊີວິດນັ້ນ ແມ່ນຄອບຄົວ ທີ່ພາກັນເດີນທາງໄປ ພັກຜ່ອນ. ພີ່ນ້ອງຂອງເຂົາເຈົ້າ
ໄດ້ບອກຊື່ຂອງເຂົາເຈົ້າວ່າ ທ້າວ ບຣູສ໌, ນາງ ໄອຣີນ ສໄຕນ໌ເບີກ ແລະ ລູກຊາຍຂອງ
ເຂົາເຈົ້າ ທ້າວ ແມັດທິວ, ທ້າວ ວິລລຽມ ແລະ ທ້າວ ຊາຄາຣີ, ທັງໝົດໄປຈາກ ເມືອງ ສກາສ໌ແດລ໌ (Scarsdale) ນະຄອນ ນິວຢອກ.

ນ້ອງສາວຂອງທ້າວ ບຣູສ໌ ສໄຕນ໌ເບີກ ຊື່ວ່າ ທາມາຣາ ສໄຕນ໌ເບີກ ແຈັກຄັອບສັນ ໄດ້
ຂຽນຂໍ້ຄວາມໃນ ເຟສ໌ບຸກ ວ່າ “ພວກເຮົາຢູ່ໃນອາການຊັອກທີ່ສຸດ ແລະ ບໍ່ຢາກເຊື່ອ
ໃນເວລານີ້” ແລະ ໄດ້ລົງຮູບຄອບຄົວດັ່ງກ່າວ.

ໃນລະຫວ່າງການກ່າວທີ່ກອງປະຊຸມຖະແຫຼງຂ່າວນັ້ນ, ຜູ້ອຳນວຍ ການການບິນພົນ
ລະເຮືອນ ຄັອສຕາ ຣີກາ ທ່ານ ເອນີໂອ ຄູບີໂຢ ໄດ້ກ່າວວ່າ ຖ້ຽວບິນເໝົາລຳຂອງ
ສາຍການບິນ Nature Air ໄດ້ ອອກເດີນທາງໃນຕອນບ່າຍຂອງວັນອາທິດວານນີ້
ຈາກເມືອງ ປຸນຕາ ອິສລີຕາ ແລະ ໄດ້ມຸ່ງໜ້າໄປນະຄອນຫຼວງ ແຊນ ໂຮເຊ ເວລາມັນ
ເກີດອຸບັດເຫດ.

ທ່ານ ຄູບີໂຢ ໄດ້ລະບຸຊື່ຂອງຄົນຂັບເຮືອບິນວ່າ ຮວນ ມານູແອລ ເຣຕານາ ແລະ ໄດ້
ອະທິບາຍວ່າ ລາວເປັນນັກບິນທີ່ມີປະສົບການຫຼາຍ. ທ່ານກ່າວວ່າ ສາເຫດຂອງການ
ຕົກແມ່ນກຳລັງສືບສວນສອບສວນຢູ່.

ປະທານາທິບໍດີ ຄັອສຕາ ຣີກາ ທ່ານ ຫຼຸຍ ກີເຢໂມ ໂຊລິສ໌ ກ່າວວ່າ ລັດຖະບານຂອງ
ທ່ານ “ເສຍໃຈຢ່າງຍິ່ງ” ຕໍ່ການເສຍຊີວິດ ນັ້ນ.

ເມືອງ ປຸນຕາ ອິສລີຕາ ຕັ້ງຢູ່ພາກພື້ນຊາຍຝັ່ງມະຫາສະໝຸດປາຊີຟິກ ຂອງແຂວງ
ກົວນາຄາສເຕ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG