ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

10 ຄົນ ເສຍຊີວິດ ໃນເຫດ ໄຟໄໝ້ ໂຮງໝໍ ຢູ່ຍີ່ປຸ່ນ (ວີດີໂອ)


ບັນດາໝ່ວຍດັບເພີງກໍາລັງມອດໄຟຢູ່ໂຮງໝໍເມືອງ Fukuoka
ບັນດາໝ່ວຍດັບເພີງກໍາລັງມອດໄຟຢູ່ໂຮງໝໍເມືອງ Fukuoka
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ພາກ​ໃຕ້​ຍີ່ປຸ່ນ ກ່າວ​ວ່າ ຢ່າງໜ້ອຍ 10 ຄົນ
​ໄດ້​ເສຍ​ຊີວິດຫລັງ​ຈາກ​ເກີດ​ໄຟ​ໄໝ້ຢູ່​ໂຮງໝໍ​ນ້ອຍແຫ່ງ​ນຶ່ງ​ໃນ​
ເມືອງ Fukuoka.

ຕໍາຫລວດ​ກ່າວ​ວ່າ ​ໄຟ​ໄດ້​ລຸກ​ໄໝ້ຂຶ້ນ​ຢູ່​ໂຮງ​ໝໍ​ປົວກະ​ດູກ ​ໃນ​
ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ຄົນ​ເຈັບ​ຍັງ​ພາກັນ​ນອນ
​ຢູ່. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ແປດ​ຄົນທີ່​ເສຍ​ຊີວິດ ​ແມ່ນ​ຄົນ​
ເຈັບແລະ​ອີກ​ສອງ​ຄົນ​ແມ່ນ​ພະນັກງານ​ໂຮງໝໍ. ​ໄຟ​ໄໝ້ໃນ​ຄັ້ງ
ນີ້ ຍັງ​ເຮັດ​ໃຫ້​ອີກ​ແປດ​ຄົນ ​ໄດ້​ຮັບ​ບາດເຈັບ ຈໍານວນ​ນຶ່ງແມ່ນ​
ມີ​ອາການສາຫັດ.

ບັນດາ​ເຈົ້າ​ໜ້າ​ທີ່​ດັບ​ເພີງ ກ່າວ​ວ່າ ​ໄຟໄດ້​ເລີ້ມໄໝ້ຂື້ນ ຢູ່​ຊັ້ນ​ລຸ່ມຂອງ​ຕຶກ​ສີ່​ຊັ້ນ. ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ໃນ​ຄັ້ງນີ້ ຍັງ​ຢູ່​ໃນ​ລະຫວ່າງການ​ສືບສວນ.

Japan
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG