ປະທານາທິບໍດີຟີລິບປິນໄດ້ປະກາດ “ພາວະບ້ານເມືອງວຸ້ນວາຍ” ໃນວັນເສົາມື້ນີ້ຫຼັງຈາກມີຜູ້ເສຍຊີວິດ 14 ຄົນແລະອີກຈຳນວນນຶ່ງໄດ້ຮັບບາດເຈັບໃນເຫດລະເບີດ ຊຶ່ງບາງຄົນມີອາການສາຫັດ.
ລະເບີດໄດ້ແຕກຂຶ້ນທີ່ຕະຫຼາດແຫ່ງນຶ່ງໃນເມືອງ Davao ໃນວັນສຸກວານນີ້ ຊຶ່ງເປັນບ້ານເກີດຂອງປະທານາທິບໍດີ Rodrigo Duterte. ປະທານາທິບໍດີ ກຳລັງຢູ່ທີ່ເມືອງ Davao ເວລາລະເບີດແຕກຂຶ້ນ ແຕ່ບໍ່ໄດ້ຢູ່ໃກ້ບໍລິເວນຕະຫລາດ.
ໃນຂະນະທີ່ກຸ່ມຫົວຮຸນແຮງ Abu Sayyaf ໄດ້ອ້າງເອົາຄວາມຮັບຜິດຊອບໃນ ການໂຈມຕີດັ່ງກ່າວ.
ການປະກາດ ພາວະບ້ານເມືອງວຸ້ນວາຍນີ້ ຈະອະນຸຍາດໃຫ້ພວກທະຫານປະຕິບັດງານຮ່ວມກັບຕຳຫຼວດ ເພື່ອຈັດຕັ້ງບ່ອນກວດ ແລະເພີ້ມການລາດຕະເວນ. ປະທານາທິບໍດີ Duterte ກ່າວວ່າ ກອງທັບ ທະຫານແລະຕຳຫຼວດໃນປັດຈຸບັນຈະເປັນຄຸ້ມຄອງປະເທດຊາດອີງຕາມຄຳສັ່ງທີ່ສະເພາະເຈາະຈົງຂອງທ່ານ.
ເຫດລະເບີດດັ່ງກ່າວແມ່ນເກີດຂຶ້ນຢູ່ສ່ວນນຶ່ງຂອງຕະຫຼາດ ໃກ້ໆກັບໂຮງແຮມຫຼູຫຼາລາ ຄາແພງ Marco Polo ທີ່ທ່ານ Duterte ມັກໄປພັກເຊົາຢູ່ນັ້ນ.
ທ່ານ Duterte ເຄີຍເປັນເຈົ້າຄອງກຳແພງເມືອງ Davao ບ່ອນທີ່ທ່ານໄດ້ຮັບຄວາມນິຍົມສູງຈາກປະຊາຊົນ ມາເປັນເວລາ 22 ປີກວ່າໆ ກ່ອນທີ່ຈະເຂົ້າຮັບຕຳແໜ່ງປະທານາທິບໍດີໃນເດືອນມິຖຸນາຜ່ານມານີ້.
ກຸ່ມຫົວຮຸນແຮງ Abu Sayyaf ໄດ້ປະຕິຍານຕົນທີ່ຈະຈົງຮັກພັກດີຕໍ່ກຸ່ມລັດອິສລາມ. ພວກຫົວຮຸນແຮງກຸ່ມນີ້ ແມ່ນເປັນທີ່ຮູ້ກັນດີໃນການວາງລະເບີດ ລັກພາໂຕ ຮຽກຄ່າໄຖ່ແລະຕັດຄໍໂຕປະກັນ.