ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປີ 2016 ເປັນປີທີ່ ມີອຸນຫະພູມ ຮ້ອນທີ່ສຸດ ເປັນປະຫວັດການ ທີ່ບໍ່ເຄີຍມີມາກ່ອນ


ແຜນທີ່ຂອງອົງການ NASA ທີ່ສະແດງໃຫ້ເຫັນ ອຸນຫະພູມ ທົ່ວໂລກ ໃນປີ 2016.
ແຜນທີ່ຂອງອົງການ NASA ທີ່ສະແດງໃຫ້ເຫັນ ອຸນຫະພູມ ທົ່ວໂລກ ໃນປີ 2016.

ປີ 2016 ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ເປັນ​ປະຫວັດ​ການ ​ເທົ່າ​ທີ່​ເຄີຍ​ມີ​ມາ.

ນັ້ນ​ແມ່ນອີງ​ຕາມຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ຈາກ​ອົງການ​ການບິນ​ແຫ່ງ​ຊາດ ​ແລະ
​ອະ ວະກາດ​ຫຼື NASA ​ແລະ​ອົງຄຸ້ມ​ຄອງ​ມະຫາ​ສະໝຸດ​ແລະ​ບັນຍາກາດ​ແຫ່ງ​ຊາດ
​ຫຼື NOAA ຂອງ​ສະຫະລັດ.

ຂໍ້ມູນ​ດັ່ງກ່າວ ​ແມ່ນ​ເກັບ​ກຳ​ໂດຍ ​ສູນ​ກາງ​ຂໍ້​ມູນແຫ່ງ​ຊາດ ກ່ຽວ​ກັບ ​ສິ່ງ​ແວດ​ລ້ອມ
ຂອງ​ອົງການ NOAA ​ແລະ​ ອົງການ NASA ​ແລະ​ ພວກ​ເຂົາ​ເຈົ້າ​ໄດ້ ພົບ​ເຫັນ ​ວ່າ
“​ເປັນ​ເວລາ 8 ​ເດືອນ​ລຽນຕິດ ຄື​ແຕ່​ເດືອນ​ມັງກອນ ​ຫາ​ ສິງຫາ ​ໂລກ ຂອງ​ເຮົາ​ໄດ້​
ປະ​ເຊີນ​ກັບ​ ສະພາບ​ອາກາດ​ ຮ້ອນ​ເອົ້າທີ່​ສຸດ ​ເປັນ​ປະຫວັດ​ການ.”

ຮູບພາບຂໍ້ມູນ ຂອງອົງການ NASA ສະແດງໃຫ້ເຫັນ ເຖິງ ອຸນຫະພູມ ເພີ່ມສູງຂຶ້ນ ນັບຕັ້ງແຕ່ປີ 1880 ເປັນຕົ້ນມາ
ຮູບພາບຂໍ້ມູນ ຂອງອົງການ NASA ສະແດງໃຫ້ເຫັນ ເຖິງ ອຸນຫະພູມ ເພີ່ມສູງຂຶ້ນ ນັບຕັ້ງແຕ່ປີ 1880 ເປັນຕົ້ນມາ


​ໃນ​ການ​ຖະ​ແຫລ​ງຂ່າວ ​ແລະ ​ກອງ​ປະຊຸມ​ທາງ​ໂທລະສັບ ອົງການ​ທັງ​ສອງ​ ກ່າວ​ວ່າ
“​ໂດຍ​ມີ​ສິ່ງ​ນີ້ເປັນ​ແຮງ​ກະ​ຕຸ້ນ ອຸນຫະພູມເທິງ​ໜ້າດິນ​ຂອງ​ໂລກ​ໂດຍ​ສະ​ເລ່ຍ ​ໃນ​
ປີ 2016 ​ແມ່ນ​ສູງ​ສຸດນັບ​ຕັ້ງ​ແຕ່​ໄດ້​ເລີ້ມມີ​ການ​ເກັບ​ກຳ​ໂຕ​ເລກ​ໃນ​ປີ 1880.”

​ໂດຍ​ທົ່ວ​ໄປແລ້ວ ອັດຕາ​ສະ​ເລ່ຍຂອງ​ອຸນຫະພູມ ​ແມ່ນ .99 ອົງສາ​ Celsius ລື່ນ
​ອັດຕາ​ສະ​ເລ່ຍ ຂອງ​ສັດຕະວັດ​ທີ 20 ຄື​ສູງລື່ນ ​ປີ 2015 ໜ້ອຍ​ນຶ່ງ ທີ່​ມີ​ ອຸນຫະພູມ
​ສູງ​ເປັນ​ປະຫວັດ​ການ ​ກ່ອນ​ໜ້ານີ້.

ທ່ານ Gavin Schmidt ຈາກ​ອົງການ NASA ກ່າ​ວວ່າ “ປີ 2016 ​ແມ່ນ​ປີ​ທີ 3 ລຽນ
ຕິດເປັນ​ລຳດັບ​ມາ. ພວກ​ເຮົາ​ບໍ່​ຄາດ​ວ່າ ​ຈະ​ມີ​ອຸນຫະພູມ​ ສູງ​ເປັນ​ ປະຫວັດການ​
ໃນ​ທຸກໆ​ປີ ​ແຕ່​ທ່າ​ອຽງ​ ຂອງ​ການ​ມີ​ອຸນຫະພູມ​ອຸ່ນ​ຂຶ້ນ ແມ່ນ​ເປັນ​ທີ່​ຈະ​ແຈ້ງ.”

ທ່ານ​ກ່າວ​ຕື່ມ​ວ່າ “ສ່ວນ​ໃຫຍ່​ຂອງ​ສະພາບ​ອາກາດ​ຮ້ອນເອົ້າ ​ແມ່ນ​ໄດ້​ເກີດ​ຂຶ້ນ ​ໃນ​
ຮອບ 35 ປີຜ່ານມາ​ນີ້ ​ໂດຍ​ທີ່ສະພາບ​ອາກາດ​ຮ້ອນ​ເອົ້າ ​ເປັນ​ປະຫວັດ​ການ 16
ເທື່ອ ຂອງ​ຈຳນວນ​ທັງ​ໝົດ 17 ​ເທື່ອ ​ແມ່ນ​ເກີດ​ຂຶ້ນ ຫຼັງຈາກ​ປີ 2001.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG