ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣ່ານ ກ່າວວ່າ ຊາອຸດີ ຖິ້ມລະເບີດ ໃສ່ສະຖານທູດ ຂອງຕົນ ໃນເຢເມນ


ແຜນທີ່ນະຄອນ Sana'a ເມືອງຫຼວງຂອງເຢເມນ
ແຜນທີ່ນະຄອນ Sana'a ເມືອງຫຼວງຂອງເຢເມນ

ວິ​ກິດ​ການ​ທາງ​ດ້ານ​ການ​ທູດ​ລະຫວ່າງ​ອີ​ຣ່ານ ​ແລະ​ຊາ​ອຸ​ດີ ອາຣາ​
ເບຍເພີ້ມທະວີຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ວັນ​ພະຫັດ​ມື້ນີ້​ ​ໂດຍ​ທີ່​ເຕຫະ
ຣ່ານ​ໄດ້​ປະກາດ​ຫ້າມທຸກ​ການນຳ​ເຂົ້າ ຈາກ​ຊາ​ອຸ​ດີ ແລະ​ກ່າວ​ຫາ
ຣິຢາດ​ວ່າ​ ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ສະຖານທູດ​ຂອງ​ຕົນ​ໃນ
​ເຢ​ເມນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Hossein Jaber
Ansari ກ່າວ​ວ່າ ການ​ໂຈມ​ຕີທາງ​ອາກາດ​ຕາມ​ທີ່​ມີ​ການ​ກ່າວ​ຫາ
ທີ່​ນະຄອນຫຼວງ Sana’a ຂອງ​ເຢ​ເມນ​ ແມ່ນ​ເປັນ​ການລະ​ເມີດຕໍ່​
ທຸກໆ​ສົນທິສັນຍາ​ຂອງ​ນາໆ​ຊາດ ທີ່​ໃຫ້ການ​ຄຸ້ມ​ຄອງແກ່​ສະຖານ
ທູດ​ຕ່າງໆ​ ອີງ​ຕາມໂທລະພາບ​ຂອງ​ທາງ​ການ​ອີ​ຣ່ານ.

​ໂຄສົກ​ເວົ້າວ່າ​ ຊາ​ອຸດີ ອາຣາ​ເບຍເປັນ​ຜູ້​ຮັບຜິດຊອບ ໃນ​ຄວາມ​ເສຍ​ຫາຍ​ຕໍ່​ອາຄານ​ສະ
ຖານທູດ​ ແລະ​ການ​ໄດ້​ຮັບ​ບາດ​ເຈັບ​ຂອງ​ພະນັກງານ​ສະຖານທູດ​ບາງ​ຄົນ ຖະ​ແຫຼງການ
​ຂອງ​ທ່ານ​ບໍ່​ໄດ້ແຈ້ງ​ໃຫ້​ຊາບ​ຢ່າງ​ສະ​ເພາະເຈາະ​ຈົງ​ວ່າແມ່ນ​ໃຜ​ແດ່ໄດ້​ຮັບ​ບາດ​ເຈັບ​ແລະ
​ມີ​ອາການ​ຮ້າຍ​ແຮງ​ປານ​ໃດ.

ຊາ​ອຸ​ດີ ອາຣາ​ເບຍ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ນະຄອນຫຼວງ​ເຢ​ເມນ​ເພື່ອ​ໃຫ້ການ
​ສະໜັບສະໜຸນ​ຕໍ່​ກອງ​ກຳລັງ​ທີ່​ພວມ​ສູ້​ລົບ​ກັບ​ພວກ​ກະບົດ​ຊີ​ໄອ Houthi ທີ່​ໄດ້​ຮັບ​ການ
​ໜຸນ​ຫຼັງ​ຈາກ​ອີ​ຮ່າ​ນ. ຣິຢາດ​ບໍ່​ມີ​ຄວາມ​ເຫັນ​ໃດໆ​ຕໍ່​ການ​ກ່າວ​ຫາ​ຂອງອີຣ່ານ.

ນອກ​ນັ້ນ​ແລ້ວ​ໃນ​ວັນ​ພະຫັດ​ມື້ນີ້​ ຄະນະ​ລັດຖະບານ​ອີຣ່ານ​ໄດ້​ຫ້າມ​ການ​ນຳ​ເຂົ້າທຸກ​ຜະ
ລິດ​ຕະພັນ​ຈາກ​ຊາ​ອຸ​ດີ​ ອາຣາ​ເບຍ ອີີງ​ຕາມ​ຖະ​ແຫຼງການ ​ຂອງ​ລັດຖະບານ. ພ້ອມ​ນີ້ຍັງ​
ໄດ້​ມິ​ການ​ຫ້າມ​ບໍ່​ໃຫ້​ຊາວ​ອີຣ່ານ​ ເດີນທາງ​ໄປ​ຍັງ​ນະຄອນເມກະທີ່ເປັນເມືອງ​ສັກສິດ​ນັ້ນ.

XS
SM
MD
LG