ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຕ​ຫະ​ຣ່ານ ປະ​ນາມ ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ຕໍ່​ເຄືອ​ຂ່າຍ​ຂອງ​ອີ​ຣ່ານ ໃນ​ຊີ​ເຣຍ


ແຟ້ມ - ທຸງ​ຊາດ​ອີ​ຣ່ານ​ ກຳ​ລັງ​ປິວ​ສະ​ບັດ ທີ່​ຫໍ​ຄອຍ​ສື່​ສານ​ຄົມ​ມະ​ນາ​ຄົມ​ ມີ​ລາດ ໃນ​ຂະ​ນະ​ທີ່​ສາ​ມາດ​ແນມ​ເຫັນ ​ຕຶກ​ອາ​ຄານ​ຢູ່​ທາງ​ເບື້ອງ​ຫຼັງ ຂອງ​ນະ​ຄອນ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ເມື່ອ​ວັນ​ທີ 31 ມີ​ນາ 2020.
ແຟ້ມ - ທຸງ​ຊາດ​ອີ​ຣ່ານ​ ກຳ​ລັງ​ປິວ​ສະ​ບັດ ທີ່​ຫໍ​ຄອຍ​ສື່​ສານ​ຄົມ​ມະ​ນາ​ຄົມ​ ມີ​ລາດ ໃນ​ຂະ​ນະ​ທີ່​ສາ​ມາດ​ແນມ​ເຫັນ ​ຕຶກ​ອາ​ຄານ​ຢູ່​ທາງ​ເບື້ອງ​ຫຼັງ ຂອງ​ນະ​ຄອນ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ເມື່ອ​ວັນ​ທີ 31 ມີ​ນາ 2020.

ເຕ​ຫະ​ຣ່ານກ່າວ​ປະ​ນາມ​ການ​ໂຈມ​ຕີ​ຂອງ​ສ​ະ​ຫະ​ລັດ​ຕໍ່​ກຳ​ລັງ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ອີ​ຣ່ານ ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ ທີ່​ມີ​ລາຍ​ງານ​ວ່າ ໄດ້​ສັງ​ຫານ 19 ຄົນ ຊຶ່ງວໍ​ຊິງ​ຕັນ​ ກ່າວ​ວ່າ ເປັນ​ການ​ຕອບ​ໂຕ້ ​ລຸນ​ຫຼັງ​ທີ່​ໂດ​ຣນ ​ຫຼື​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ໄດ້​ໂຈມ​ຕີ​ກຳ​ລັງ​ຂອງສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ໄດ້​ປະ​ນາມ​ ໃນ​ຕອນ​ແລງວັນ​ເສົາ​ຜ່ານ​ມາ​ ຕໍ່ “ການ​ໂຈມ​ຕີ​ຂອງ​ຜູ້​ທີ່​ມັກ​ສົງ​ຄາມ​ແລະ​ພວກ​ກໍ່​ການ​ຮ້າຍ​ຂອງກອງ​ທັບ​ອາ​ເມ​ຣິ​ກັນ ຕໍ່ເປົ້າ​ໝາຍ​ພົ​ນ​ລະ​ເຮືອນ” ທີ່ເຂດ ເດ ແອ​ລ-ຊົວ (Deir el-Zour) ​ທາງພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ວໍ​ຊິງ​ຕັນ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ເພື່ອ​ເປັນ​ການ​ຕອບ​ໂຕ້ ຫຼັງ​ຈາກ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ແລະ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ອີກ​ຄົນ​ນຶ່ງ ພ້ອມ​ດ້ວຍ​ທະ​ຫານ 5 ຄົນ​ບາດ​ເຈັບ ຈາກ​ໂດ​ຣນ “ທີ່ມີ​ແຫຼ່ງຕົ້ນ​ຕໍມາ​ຈາກ​ອີ​ຣ່ານ” ຊຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ຕໍ່​ກຳ​ລັງ​ແນວ​ໂຮມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ​ຢູ່​ໃນ​ຊີ​ເຣຍ ເມື່ອ​ວັນ​ພ​ະ​ຫັດ​ຜ່ານ​ມາ.

ກຸ່ມ​ສັງ​ເກດ​ການ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ສະ​ຖາ​ນະ​ການ​ສົງ​ຄາມ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ແຈ້ງວ່າ ມີ 19 ຄົນ​ເສຍ​ຊີ​ວິດ ​ສ່ວນ​ໃຫຍ່​ເປັນ​ຊາວ​ຊີເຣຍ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ​ໃນ​ຕອນ​ເຊົ້າ​ວັນ​ສຸກ.

ການ​ໂຈມ​ຕີ​ທາງຂອງ​ສະ​ຫະ​ລັດ ຍັງ​ໄດ້​ພາ​ໃຫ້​ມີ​ການ​ຍິງ​ຈະ​ຫຼວດຕອບ​ໂຕ້ ​ໂດຍ​ກຸ່ມ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ອີງ​ຕາມ​ລາຍ​ງານ​ຂອງ​ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG