ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກກິລາ ໄວລຸ້ນ ສະຫະລັດ ຊະນະຫຼຽນຄຳ ໃນການແຂ່ງຂັນ ສໂນບອດ ສະແດງທ່າທາງ


ທ້າວ ເຣດມັອນ ເຈຣາດ "Redmond Gerard" ອາຍຸ 17 ປີ ຈາກ ສະຫະລັດ ໄດ້ຊະນະການແຂ່ງຂັນກິລາ ສໂນບອດ ສະແດງທ່າລົງພູປະເພດຊາຍ.
ທ້າວ ເຣດມັອນ ເຈຣາດ "Redmond Gerard" ອາຍຸ 17 ປີ ຈາກ ສະຫະລັດ ໄດ້ຊະນະການແຂ່ງຂັນກິລາ ສໂນບອດ ສະແດງທ່າລົງພູປະເພດຊາຍ.

ນັກກິລາໄວໜຸ່ມຄົນນຶ່ງໄດ້ຊະນະຫຼຽນທຳອິດໃຫ້ແກ່ທີມ ສະຫະລັດ ໃນກິລາ ໂອລິມປິກ
ພຽງຈາງ, ແລະ ມັນກໍແມ່ນຫຼຽນຄຳ.

ທ້າວ ເຣດ ເຈຣາດ "Red Gerard" ອາຍຸ 17 ປີ ຈາກເມືອງ ຊິລເວີທອນ
"Silverthorne" ລັດ ໂຄໂລຣາໂດ ໄດ້ຊະນະການແຂ່ງຂັນ ສໂນບອດ ສະແດງທ່າລົງ
ພູ ປະເພດຊາຍ, ເຊິ່ງແມ່ນການເປີດຕົວຄັ້ງທຳອີດໃນກິລາ ໂອລິມປິກຂອງລາວ.

ລາວໄດ້ເວົ້າຫຼັງຈາກໄຊຊະນະວ່າ “ຄວາມຮູ້ສຶກຂອງຂ້າພະເຈົ້າແມ່ນດີໃຈຫຼາຍ. ຂ້າພະ
ເຈົ້າດີໃຈຫຼາຍທີ່ໄດ້ລົງແຂ່ງ ແລະ ໄດ້ຂຶ້ນຮັບຫຼຽນລາງວັນ. ຂ້າພະເຈົ້າຕື່ນເຕັ້ນຫຼາຍ.”

ໃນການແຂ່ງຂັນຄັ້ງສຸດທ້າຍຂອງລາວໃນວັນອາທິດມື້ນີ້, ທ້າວ ເຈຣາດ ໄດ້ເອົາຊະນະ
ທ້າວ ແມັກສ ແພຣັອດ "Max Parrot" ຈາກປະເທດ ການາດາ, ຜູ້ທີ່ໄດ້ຫຼຽນເງິນ ແລະ
ທ້າວ ມາກ ແມັກມໍຣິສ "Mark McMorris" ຜູ້ທີ່ໄດ້ຫຼຽນທອງແດງຫຼຽນທີສອງ ຫຼັງຈາກ
ການແຂ່ງຂັນທີ່ເມືອງ ໂຊຈີ ເມື່ອ 4 ປີທີ່ຜ່ານມາ.

ເມື່ອໄດ້ຖາມນັກກິລາຈາກປະເທດ ການາດາ ວ່າ ເຂົາເຈົ້າຮູ້ສຶກຈັ່ງໃດກຽວກັບ ໄຊຊະ
ນະຂອງ ທ້າວ ເຈຣາດ ນັ້ນ ເຂົາເຈົ້າໄດ້ກ່າວວ່າ “ເຂົາເຈົ້າທຸກຄົນຕື່ນເຕັ້ນຫຼາຍ. ມັນຄັກ
ຫຼາຍ. ພວກເຮົາທຸກຄົນແມ່ນໝູ່ກັນ. ເຂົາເຈົ້າດີໃຈທີ່ພວກເຮົາທຸກຄົນໄດ້ລົງແຂ່ງຂັນ.”

ລົມທີ່ພັດແຮງໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ກິລາໂອລິມປິກ ພຽງຈາງ ຕ້ອງເລື່ອນລາຍ
ການແຂ່ງຂັນ ຂີ່ສກີລົງພູປະເພດຊາຍ ທີ່ຖືກວາງແຜນໄວ້ສຳລັບວັນອາທິດມື້ນີ້.

ລົມໄດ້ພັດແຮງເຖິງ 72 ກິໂລແມັດຕໍ່ຊົ່ວໂມງ ຢູ່ສູນສກີລົງພູ ຈອງຊອນ. ລາຍການແຂ່ງ
ຂັນດັ່ງກ່າວແມ່ນຈະຖືກແຂ່ງຂັນໃນວັນພະຫັດທີ່ຈະມາເຖິງນີ້. ລາຍການແຂ່ງຂັນ
ຊຸບເປີ-ຈີ "Super-G" ແລະ ປະເພດຄວາມໄວອື່ນໆຂອງເພດຊາຍ ຈະຖືກເລື່ອນໄປ
ນຶ່ງວັນເປັນວັນສຸກ, ອີງຕາມການກ່າວຂອງສະຫະພັນກິລາສກີສາກົນ.

ທ່ານ ແຊຊາ ຣີຣິກ "Sasha Rearick," ຫົວໜ້າຜູ້ຝຶກສອນກິລາສກີລົງພູປະເພດຊາຍ
ຂອງ ສະຫະລັດ ໄດ້ກ່າວວ່າ “ພວກເຮົາຂ້ອນຂ້າງໄດ້ຄາດວ່າ ການແຂ່ງຂັນລົງພູນີ້ຈະ
ຖືກເລື່ອນອອກໄປ ຍ້ອນລົມ, ແຕ່ໃນເວລາດຽວກັນ ພວກນັກກິລາຊາຍພວກນັ້ນແມ່ນ
ຕື່ນເຕັ້ນ ແລະ ພ້ອມທີ່ຈະແຂ່ງແລ້ວ. ດ້ວຍກິລານີ້ແມ່ນກິລາທີ່ແຂ່ງຢູ່ພາຍນອກນັ້ນ,
ມັນຈຶ່ງບໍ່ແມ່ນເລື່ອງທີ່ຜິດປົກກະຕິ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG