ພວກຍິງສາວ 17 ຄົນ ຈາກໂຮງຮຽນອາຊເລ ຮອລ ຢູ່ໃນລັດຄາໂຣໄລນາໃຕ້ ພາກັນ
ລ່ອງເຮືອໃບລົມເດີນທາງເປັນເທື່ອທຳອິດ ເປັນເວລານຶ່ງອາທິດ ອັນເປັນພາກສ່ວນ
ນຶ່ງໃນການຝຶກຝົນ ເພື່ອສ້າງຄວາມເຊື່ອໝັ້ນຂອງເຂົາເຈົ້າ ແລະຄວາມຊຳນານຂອງ
ການເປັນຜູ້ນຳ. ນັກຂ່າວ ວີໂອເອ ອີຊາ ຊາຣາຍໄດ້ໄປຕິດຕາມເບິ່ງ ການເດີນທາງ
ຂອງພວກເຂົາເຈົ້າ ແລະສົ່ງລາຍງານເລື່ອງນີ້ມາຊຶ່ງ ກິ່ງສະຫວັນ ຈະນຳສະເໜີທ່ານ
ໃນອັນດັບຕໍ່ໄປ.
ພວກແມ່ຍິງໄວລຸ້ນເຫລົ່ານີ້ ຫຼາຍຄົນບໍ່ເຄີຍໄດ້ລົງໄປຢຽບເຮືອຈັກເທື່ອ. ແຕ່ວ່າບັດນີ້
ພວກເຂົາເຈົ້າກຳລັງຈະພາກັນເດີນທາງເປັນເວລານຶ່ງອາທິດ ອັນເປັນພາກສ່ວນນຶ່ງ
ຂອງໂຄງການທີ່ຈະເຮັດໃຫ້ພວກເຂົາເຈົ້າເຂົ້າໄປຝຶກແອບ ໃຫ້ເປັນເຂດທີ່ຖືວ່າຢູ່ໄດ້
ສະບາຍ ທັງຈະຊ່ວຍຊຸກຍູ້ໃຫ້ເຂົາເຈົ້າໄດ້ສ້າງຄວາມໝັ້ນໃຈນຳ.
ນາງແນນຊີ ເຄິກເມັນ ນັກຮຽນຜູ້ນຶ່ງ ກ່າວວ່າ “ໂຄງການ ການເປັນຜູ້ນຳຢູ່ ນອກຝັ່ງ
ແມ່ນເນັ້ນໜັກໃສ່ຄວາມຊຳນານຂອງການເປັນຜູ້ນຳແທ້ໆ ແລະແນ່ນອນ ມັນແມ່ນ
ເລຶ່ອງກ່ຽວກັບການຢູ່ໃນເຮືອ ຢູ່ໜ້ານ້ຳ ແລະອື່ນໆ. ແຕ່ຄວາມຈິງແລ້ວແມ່ນເລື່ອງ
ການສອນໃຫ້ພວກຊາວໜຸ່ມແມ່ຍິງ ໃຫ້ຮູ້ສຶກໂຕ ແລະໃຫ້ນຳເອົາຄວາມໝັ້ນໃຈ
ອອກມາສູ່ຕົນເອງ."
ນາງເວເວີຣີ ຄຣີເມີ ກໍແມ່ນນັກຮຽນອີກຜູ້ນຶ່ງ. ນາງໄດ້ກ່າວວ່າ “ຄວາມຈິງແລ້ວມັນ
ເບິ່ງຄືວ່າ ຈະເປັນການເດີນທາງທີ່ຍາກລຳບາກຫຼາຍ. ມັນດົນໂພດ ທີ່ຈະຢູ່ໃນເຮືອ
ເຖິງນຶ່ງອາທິດ ສຳລັບຂ້າພະເຈົ້າ ຜູ້ທີ່ບໍ່ເຄີຍມີປະສົບການແບບນີ້ຈັກເທື່ອ ບໍ່ເຄີຍ
ໄດ້ເຮັດອັນໃດແບບນີ້ ມາກ່ອນເລີຍ."
"ຂ້າພະເຈົ້າບໍ່ເຄີຍມີປະສົບການລ່ອງເຮືອແບບໃດໆຈັກເທື່ອ. ຄວາມຈິງແລ້ວເທົ່າ
ທີ່ຜ່ານມາ ຂ້າພະເຈົ້າບໍ່ຢາກຂີ່ເຮືອ ເພາະວ່່າຢ້ານ ເພາະສະນັ້ນທ່ານຮູ້ບໍ່ວ່າ ຂ້າ
ພະເຈົ້າກຳລັງກ້າວອອກມາ ຈາກບ່ອນທີ່ເຄີຍຢູ່ສະບາຍ ແລະອອກມາທ້າທາຍ
ຄວາມຮູ້ສຶກຂອງຂ້າພະເຈົ້າ ເພື່ອສ້າງຄວາມໝັ້ນໃຈໃຫ້ມີແກ່ຕົວເອງຫຼາຍຂຶ້ນ.”
“ຂ້າພະເຈົ້າໄດ້ຕຽງນອນຊັ້ນເທິງ ແລະນາງຊີເລຍ ໄດ້ຕຽງຄັກອີ່ຫຼີ ຢູ່ຊັ້ນລຸ່ມ”
ຄື້ນຟອງຂອງທະເລ ແລະຄວາມຄຶດຮອດຄຶດເຖິງບ້ານກໍແມ່ນສ່ວນນຶ່ງຂອງຄວາມ
ທ້າທາຍ.
ນາງໂມຣາ ມູນີ ນັກຮຽນອີກຜູ້ນຶ່ງ ກ່າວວ່າ “ແມ່ນແລ້ວ ຄວາມຢ້ານກົວທີ່ໃຫຍ່ສຸດ
ຂອງຂ້າພະເຈົ້າກໍຄືການໜີອອກໄປຈາກບ້ານເຮືອນ ທີ່ຫ່າງໄກອອກໄປຢູ່ນອກຝັ່ງ
ທະເລ 32 ກິໂລແມັດ ຂ້າພະເຈົ້າຄິດຮອດໝາ ຂ້າພະເຈົ້າຄິດຮອດຄອບຄົວ ແຕ່
ຂ້າພະເຈົ້າກໍມີຄວາມຕື່ນເຕັ້ນແທ້ໆ ທີ່ໄດ້ຮູ້ຈັກກັບໝົດທຸກຄົນ."
ພວກນັກຮຽນສິບເຈັດຄົນຈາກໂຮງຮຽນແມ່ຍິງ ອາສເລ ຮອນ ທີ່ເປັນອິດສະຫຼະ ໄດ້
ພາກັນລ່ອງເຮືອຈາກ ນໍຣໂຟລກ໌ ລັດເວີຈີເນຍ ໄປຫາບ້ານເຮືອນຂອງເຂົາເຈົ້າຢູ່ເມືອງ
ຊາຣສຕັນ ລັດຄາໂຣໄລນາໃຕ້ ໃນເວລານຶ່ງອາທິດ. ໃນລະຫວ່າງການເດີນທາງ ເຂົາ
ເຈົ້າໄດ້ສູ້ທົນດ້ວຍຕົນເອງ ແລະແຕ່ລະຕ້ອງຕໍ່ສູ້ກັບອາກາດໜາວ ແລະອອກແຮງ
ງານໜັກ ແລະມັກຈະໄດ້ນອນໜ້ອຍດຽວ.
ນາງເວເວີລີ ກຣີເມີ ຜູ້ເປັນນັກຮຽນ ເວົ້າວ່າ “ເຈົ້າຕື່ນແຕ່ 2 ໂມງເຊົ້າ ນຸ່ງເຄື່ອງນຸ່ງ
ຂອງຕຽມໂຕອອກໄປນອກໄປຕໍ່ສູ້ກັບອາກາດໜາວ. ພວກເຮົາບໍ່ມີໂທລະສັບ ບໍ່
ມີການຕິດຕໍ່ກັບພາຍນອກຫຍັງໝົດ."
ທ່ານຣອສໂກ ເດວິດ ຜູ້ກໍ່ຕັ້ງໂຄງການ ແລະຜູ້ຕິດຕາມໄປນຳ ກ່າວວ່າ “ເບິ່ງຄືວ່າ
ໃນຕອນທຳອິດ ເຂົາເຈົ້າຄືຊິຢ້ານ ແລະເຂົາເຈົ້າສຳນຶກໄດ້ວ່າ ເຂົາເຈົ້າສາມາດ
ເຮັດໄດ້ ແລະເຮັດວຽກຢູ່ຕະຫຼອດເວລາ ແລະໄດ້ເຮັດວຽກຢ່າງດີເລີດ."
ສ່ວນນາງຊີເລຍ ສມິຕ ນັກຮຽນອີກຜູ້ນຶ່ງ ໄດ້ກ່າວວ່າ “ຄວາມຈິງແລ້ວ ບາງເທື່ອ
ຄວາມລຳບາກທີ່ສຸດແມ່ນຈະສາມາດພາໃຫ້ເຈົ້າຫລິງເຫັນໄດ້ວ່າ ພວກເຮົາຈະມາ
ເຖິງເມືອງຊາສຕັນໄດ້ແທ້ໆ. ດ້ວຍຄວາມເປັນຈິງແລ້ວ ສ່ວນໃຫຍ່ ແມ່ນພວກເຮົາ
ຍັງພາກັນຢູ່ກາງທະເລ ແລະຢູ່ໃນກາງມະຫາສະໝຸດບ່ອນໃດກໍເຫັນເປັນຄືກັນໝົດ.
ຄວາມຈິງແລ້ວ ຂ້າພະເຈົ້າໄດ້ຮຽນຮູ້ ນອກຈາກຄຳສັບທີ່ວ່າຈະເຊື່ອໝັ້ນໃນສິ່ງ
ຕ່າງໆແລ້ວ ມັນກໍເຮັດໃຫ້ຂ້າພະເຈົ້າໝັ້ນໃຈນຳ ນອກເໜືອໄປຈາກບ່ອນທີ່ເຄີຍຢູ່
ສະບາຍມາ ແລະແທ້ຈິງແລ້ວ ເວລາໃດທີ່ຂ້າພະເຈົ້າຮູ້ວ່າຕົນເອງໄດ້ຕັດສິນໃຈ
ແລ້ວ ວ່າຈະເຮັດອັນໃດເຮົາກໍຈະຕ້ອງໄດ້ສວມກອດເອົາທຸກສິ່ງທຸກຢ່າງທີ່ມັນມີ
ໄວ້ໃຫ້ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກປະ
ສົບການນີ້."
ແຕ່ຢ່າງໃດກໍດີ ຈົນກວ່າວ່າຈະໄດ້ອອກໄປທະເລອີກເທື່ອໜ້າ ພວກຊາວໜຸ່ມແມ່ຍິງ
ເຫລົ່ານີ້ ກໍຈະພາກັນພໍໃຈ ທີ່ໄດ້ກັບມາຮອດມາເຖິງບ້ານເຮືອນ.