ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄວ​ລຸ້ນ​ຄົນ​ນຶ່ງ ​ຮັບ​ການ​ປູກ​ຖ່າຍ​ປອດ ຫຼັງ​ຈາກ​​ບາດ​ເຈັບ ໃນການ​ສູບ​ຢາ​ໄຟ​ຟ້າ


ຮູ​ບ​ຂອງ​ຄົນ​ໄຂ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ຜູ້​ທີ່​ປອດ​ຂອງ​ລາວ​ໄດ້​ຮັບ​ຄວາມເສຍ​ຫາຍ​ທີ່ບໍ່​ສາ​ມາດ​ປິ່ນ​ປົວ​ໄດ້​ຈາກ​ການສູບ​ຢາ​ໄຟ​ຟ້າ ຕັ້ງ​ຢູ່ ໃນ​ຂະ​ນະ​ທີ່​ພະ​ນັກ​​ງານ​ແພກ​ຈາກ​ໂຮງ​ໝໍ ເຮັນ​ຣີ ຝອດຕອບ​ຄຳ​ຖາມ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 12 ພະ​ຈິກ, 2019.
ຮູ​ບ​ຂອງ​ຄົນ​ໄຂ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ຜູ້​ທີ່​ປອດ​ຂອງ​ລາວ​ໄດ້​ຮັບ​ຄວາມເສຍ​ຫາຍ​ທີ່ບໍ່​ສາ​ມາດ​ປິ່ນ​ປົວ​ໄດ້​ຈາກ​ການສູບ​ຢາ​ໄຟ​ຟ້າ ຕັ້ງ​ຢູ່ ໃນ​ຂະ​ນະ​ທີ່​ພະ​ນັກ​​ງານ​ແພກ​ຈາກ​ໂຮງ​ໝໍ ເຮັນ​ຣີ ຝອດຕອບ​ຄຳ​ຖາມ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 12 ພະ​ຈິກ, 2019.

ຜູ້ຊາຍ​ອາ​ຍຸ 17 ປີ​ໃນ​ລັດ ມິ​ຊິ​ແກນ ປາ​ກົດ​ວ່າ​ຈະ​ເປັນ​ຄົນ​ທຳ​ອິດ​ໃນ ສະ​ຫະ​ລັດ ທີ່​ໄດ້​ຮັບ​ການປູ​ກ​ຖ່າຍ​ປອດ ສຳ​ລັບ​ການ​ບາດ​ເຈັບ​ຈາກ​ການ​ສູບ​ຢາ​ໄຟ​ຟ້າ.

ອາ​ການ​ບາດ​ເຈັບ​ທີ່​ຮຸນ​ແຮງ​ຂອງ​ເດັກ​ຊາຍ​ດັ່ງ​ກ່າວ​ລວມ​ມີ ການ​ອັກ​ເສບ​ຢູ່​ປອດ​ຢ່າງ​ຮຸນ​ແຮງ, ມີ​ບາດ​ແຜ ແລະ ເນື້ອ​ເຍື່ອ​ຕາຍ, ແລະ ມັນ​ໄດ້​ເຮັດ​ໃຫ້​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ​ຕົກ​ໃຈ ໂດຍ​ສະ​ເພາະ​ດ້ວຍ​ອາ​ຍຸ​ຂອງ​ຄົນ​ໄຂ້​ນັ້ນ.

ແພດ​ໝໍ ທ່ານ ຮາ​ສ​ຊານ ເນ​ເມ, ຜູ້​ອຳ​ນວຍ​ການ​ດ້ານ​ການ​ຜ່າ​ຕັດ​ ກ່ຽວ​ກັບ ລະ​ບົບ​ການ​ປູກ​ຖ່າຍ​ອະ​ໄວ​ຍາ​ວະ​ຢູ່​ບໍ​ລິ​ເວນ​ໜ້າ​ເອິກ ທີ່​ໂຮງ​ໝໍ ເຮັນ​ຣີ ຝອດ ໃນ​ນະ​ຄອນ ດີ​ທ​ຣອຍ ໄດ້​ກ່າວ​ວ່າ “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃນ​ປອດ​ຂອງ​ລາວ​ແມ່ນສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ, ແລະ ຂ້າ​ພະ​ເຈົ້າ​ເຄີຍ​ປູກ​ຖ່າຍ​ປອດ​ມາ​ແລ້ວ​ເປັນ​ເວ​ລາ 20 ປີ​.”

ຜູ້​ຊາຍ​ຄົນ​ດັ່ງ​ກ່າວຕອນ​ນັ້ນ​ອາ​ຍຸ 16 ປີ, ໄດ້​ເຂົ້າ​ໂຮງ​ໝໍເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ກັນ​ທີ່​ຜ່ານ​ມາຢູ່ ໂຮງ​ໝໍ ອາ​ເຊັນ​ເຊິນ ເຊັ້ນ ຈອນ ໃນ​ນະ​ຄອນ ດີ​ທ​ຣອຍ, ​ລາວ​ມີ​ອາ​ການ​ທີ່ສອດ​ຄ່ອງ​ກັບ​ປອດ​ອັກ​ເສບ. ໃນ​ຂະ​ນະ​ທີ່​ສະ​ພາບ​ຂອງ​ລາວ​ໄດ້​ຊຸມ​ໂຊມ​ລົງ​ຢ່າງວ່ອງ​ໄວ​ນັ້ນ, ແນວ​ໃດ​ກໍ​ຕາມ, ລາວ​ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ເດັກ​ນ້ອຍ​ຂອງ​ລັດ ມິ​ຊິ​ແກນ ຫຼັງ​ຈາກ​ບໍ່​ເຖິງ​ນຶ່ງ​ອາ​ທິດ ແລະ ໄດ້​ຖືກ​ໃຫ້​ໃສ່​ເຄື່ອງ​ຊ່ວຍ​ຊູ​ຊີບ.

ບັນ​ດາ​ແພດ​ໝໍ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ເອົາ​ມາດ​ຕະ​ການ​ທີ່​ສຳ​ຄັນ ​ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ໄວ​ລຸ້ນ​ຄົນ​ດັ່ງ​ກ່າວ​ໄວ້.

ແພດ​ໝໍ ນິ​ໂຄ​ລາ​ສ ແຢ​ລ​ໂດ ຈາກ​ໂຮງ​ໝໍ ເຮັນ​ຣີ ຝອດ ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ວິ​ທີ​ທີ່​ແພດ​ໝໍ​ຂົນ​ສົ່ງ​ເຄື່ອງຈັກ ECMO ຂຶ້ນ​ໃສ່​ກົ້ນ​ລົດ SUV ​ຂອງ​ທ່ານ​ ເນ​ເມ​ ວ່າ “ໃນ​ຈຸດ​ນຶ່ງ, ພວກ​ເຮົາ​ໄດ້​ແຕ່​ເບິ່ງ​ໜ້າ​ກັນ ແລະ ເວົ້າ​ວ່າ, ເອົາ​ລົດ​ຂອງ​ເຈົ້າ​ໄປ​ເຖາະ. ເຄື່ອງ​ຈັກ ECMO ແມ່ນ​ລະ​ບົບຊ່ວຍ​ຊູ​ຊີບ.

ຫຼັງ​ຈາກ​ການ​ໃຊ້​ເຄື່ອງ​ຊ່ວຍຊູ​ຊີບ​ນຶ່ງ​ເດືອນ, ຄົນ​ໄຂ້​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ການ​ປູກ​ຖ່າຍ​ປອດ​ດ້ວຍ​ຄວາມ​ສຳ​ເລັດ ເມື່ອ​ວັນ​ທີ 15 ຕຸ​ລາ ທີ່​ຜ່ານ​ມາ. ບັນ​ດາ​ແພດ​ໝໍ​ໄດ້​ອະ​ທິ​ບາຍ​ເຖິງ​ໄວ​ລຸ້ນ​ຄົນ​ດັ່ງ​ກ່າວ​ເມື່ອ​ວັນ​ອັງ​ຄານ​ແລ້ວນີ້​ວ່າ ລາວ​ສາ​ມາດ​ເວົ້າ​ໄດ້, ກິນ​ໄດ້ ແລະ ສາ​ມາດ​ທີ່​ຈະ​ຍ່າງ​ໄດ້​ເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG