ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນຊາຍໜຸ່ມ ປະເຊີນກັບ ຂໍ້ຫາຄາດຕະກຳ ໃນການຍິງສັງຫານ ສອງຄົນ ຢູ່ໃນເມືອງເຄໂນຊາ ລັດວິສຄອນຊິນ


ພວກປະທ້ວງພາກັນຍົກກຳປັ້ນຂຶ້ນ ໃນລະຫວ່າງການປະທ້ວງຕໍ່ຕ້ານ ການຍິງທ້າວເຈຄັອບ ເບເລກ ທີ່ເມືອງເຄໂນຊາ ລັດວິສຄອນຊິນ ໃນວັນທີ 26 ສິງຫາ 2020.
ພວກປະທ້ວງພາກັນຍົກກຳປັ້ນຂຶ້ນ ໃນລະຫວ່າງການປະທ້ວງຕໍ່ຕ້ານ ການຍິງທ້າວເຈຄັອບ ເບເລກ ທີ່ເມືອງເຄໂນຊາ ລັດວິສຄອນຊິນ ໃນວັນທີ 26 ສິງຫາ 2020.

ຊາຍໜຸ່ມອາຍຸ 17 ປີ ຈາກລັດອິລລີນອຍ ທາງພາກຕາເວັນຕົກຕອນກາງຂອງສະຫະລັດ ໄດ້ຖືກຟ້ອງໃນວັນພະຫັດວານນີ້ ໃນການຍິງພວກປະທ້ວງສອງຄົນຕາຍ ແລະຜູ້ທີສາມບາດເຈັບຢູ່ໃນເມືອງເຄໂນຊາລັດວິສຄອນຊິນ ໃນລະຫວ່າງ ຄ່ຳຄືນຂອງການປະທ້ວງ ຫຼັງຈາກເຈົ້າໜ້າທີ່ຕຳຫຼວດໄດ້ຍິງທ້າວເຈກັອບ ເບລກ ໃນທ້າຍສັບປະດາທີ່ຜ່ານມາ.

ທ້າວ ຄາຍລ໌ ຣິດເຕັນເຮົ້າສ໌ ໄດ້ຖືກຟ້ອງໃນຂໍ້ຫາ ມີຄວາມຕັ້ງໃຈຄາດຕະກຳລະ ດັບນຶ່ງ, ຂໍ້ຫາການຄາດຕະກຳດ້ວຍຄວາມປະໝາດລະດັບນຶ່ງ ຂໍ້ຫາພະຍາຍາມ ຄາດຕະກຳດ້ວຍຄວາມຕັ້ງໃຈລະດັບນຶ່ງ ແລະຂໍ້ຫາເຮັດໃຫ້ຜູ້ອື່ນເປັນອັນຕະລາຍ ໂດຍຄວາມປະໝາດລະດັບນຶ່ງ ອີງຕາມອົງການຂ່າວເອພີທີ່ໄດ້ລາຍງານໄປນັ້ນ. ຜູ້ກ່ຽວຈະປະເຊີນກັບໂທດຈຳຄຸກຕະຫຼອດຊີວິດ ຖ້າຖືກສານຕັດສິນວ່າ ມີຄວາມຜິດໃນຂໍ້ຫາທີ່ມີຄວາມຕັ້ງໃຈຄາດຕະກຳລະດັບນຶ່ງ ຊຶ່ງເປັນອາຊະກຳທີ່ຮ້າຍແຮງທີ່ສຸດໃນລັດວິສຄອນຊິນ.

ທ້າວຣິດເຕັນເຮົ້າສ໌ ຈາກເມືອງແອນຕີອັອກ ລັດອິລລີນອຍ ຢູ່ຫ່າງຈາກເມືອງເຄໂນຊາ ປະມານ 24 ກິໂລແມັດ ໄດ້ຖືກມອບໝາຍ ທ່ານລິນ ວູດ ຜູ້ທີ່ເປັນທະ ນາຍຄວາມຂອງລັດ ໃຫ້ແກ່ຈຳເລີຍ. ທ່ານວູດ ໄດ້ກ່າວວ່າ ຊາຍໜຸ່ມຄົນນີ້ ໄດ້ກະທຳລົງໄປເພື່ອປ້ອງກັນຕົນເອງ.

ໃນວັນອັງຄານກ່ອນ ພາບວີດີໂອຈາກໂທລະສັບມືຖື ໄດ້ຖືກນຳອອກເຜີຍແຜ່ທີ່ສະແດງໃຫ້ເຫັນ ຄົນຜູ້ນຶ່ງຖືສິ່ງທີ່ປາກົດວ່າເປັນປືນຍາວ ກຳລັງແລ່ນໄປຕາມຖະໜົນສາຍນຶ່ງ ແລະຖືກກຸ່ມຄົນຈຳນວນນຶ່ງແລ່ນໄລ່ຕາມຫຼັງ. ຄົນຜູ້ນັ້ນ ໄດ້ຍິງປືນໃສ່ພວກຄົນທີ່ແລ່ນໄລ່ຕິດຕາມມາ ໃນຂະນະທີ່ພວກເຂົາເຈົ້າໄດ້ເລີ້ມພາກັນລ້ອມລາວໄວ້ ຫຼັງຈາກທີ່ລາວໄດ້ລົ້ມລົງກັບພື້ນຖະໜົນ.

ທ່ານວູດ ໄດ້ກ່າວວ່າ “ຈາກຈຸດຢືນຂອງຂ້າພະເຈົ້າແລ້ວ ມັນມີຄວາມສຳຄັນທີ່ການສື່ສານແມ່ນຊັດເຈັນ ໃຫ້ຊາວອາເມຣິກັນຄົນອື່ນໆຜູ້ທີ່ຖືກໂຈມຕີວ່າ ຈະມີແຫລ່ງທາງດ້ານກົດໝາຍມີໄວ້ໃຫ້ສຳລັບເຫດການທີ່ຖືກຟ້ອງໃນຂໍ້ຫາຕ່າງໆທີ່ບໍ່ຖືກຕ້ອງຕໍ່ພວກເຂົາເຈົ້າ.” ທ່ານກ່າວຕໍ່ໄປອີກວ່າ “ຊາວອາເມຣິກັນ ບໍ່ຄວາມຖືກກີດກັນຈາກການປະຕິບັດສິດທິໃນການປ້ອງກັນຕົນເອງ ຂອງພວກເຂົາເຈົ້າ.”

ການຍິງກັນເມື່ອແລງວັນອັງຄານຜ່ານມາ ແລະການຍິງທ້າວເບລກ ຄົນຜິວດຳອາຍຸ 29 ປີ ໃນວັນອາທິດ ຜູ້ທີ່ເປັນພໍ່ຂອງລູກ 6 ຄົນ ທີ່ໄດ້ເຮັດໃຫ້ລາວເປັນອຳມະພາດ ຈາກແອວລົງໄປ ພ້ອມກັນນັ້ນ ຍັງໄດ້ຮັບບາດເຈັບສາຫັດຕໍ່ອະໄວຍະວະພາຍໃນຈຳນວນນຶ່ງດ້ວຍ ຈຶ່ງໄດ້ເຮັດໃຫ້ເມືອງເຄໂນຊາເປັນເມືອງຫຼ້າສຸດ ທີ່ຕົກຢູ່ໃນລະຫວ່າງການຕໍ່ສູ້ ກ່ຽວກັບເລື້ອງຄວາມບໍ່ຍຸຕິທຳ ທາງດ້ານເຊື້ອຊາດ ຜິວພັນນັບຕັ້ງແຕ່ວັນທີ 25 ເດືອນພຶດສະພາ ໃນການເສຍຊີວິຂອງທ້າວຈອຣຈ໌ ຟລອຍດ໌ ທີ່ເປັນຄົນອາເມຣິກັນເຊື້ອສາຍອາຟຣິກາ ໃນຂະນະທີ່ຢູ່ໃນການຄວບຄຸມໂຕ ໂດຍພວກເຈົ້າໜ້າທີ່ຕຳຫຼວດ ຂອງເມືອງມິນເນອາໂປລິສ ເປັນຕົ້ນມາ.

ຕຳຫຼວດເມືອງເຄໂນຊາ ໄດ້ປະເຊີນກັບຫຼາຍໆຄຳຖາມກ່ຽວກັບການພົວພັນຂອງພວກເຂົາເຈົ້າກັບມືປືນໃນຄືນວັນອັງຄານນັ້ນ. ພວກທີ່ເຫັນເຫດການ ແລະພາບວີດີໂອ ສະແດງໃຫ້ເຫັນ ຕຳຫຼວດປາກົດວ່າ ໄດ້ປ່ອຍໃຫ້ມືປືນດັ່ງກ່າວໜີໄປໃນຂະນະທີ່ພວກຝຸງຄົນ ໄດ້ຮ້ອງໂຮວ່າ ລາວໄດ້ຍິງຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG