ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕີ ອຸ​ດາ​ໄລ - facebook


ຕີ ອຸດຸໄລ
ຕີ ອຸດຸໄລ


ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ ຫວັງ​ວ່າ​ທຸກໆ
ທ່ານ​ກໍ​ຄົງ​ສະບາຍດີ​ເຊັ່ນ​ເຄີຍ​ມາ​ຟັງ​ເພງ​ມ່ວນໆ​ນໍາ​ກັນ
​ດີກ່ວາ ​ເພາະວ່າ ​ໃນ​ປະຈຸ​ບັນ​ນີ້​ທາງ​ວົງ​ການ​ເພງໃນ​
ສປປ ລາວ ນັ້ນ​ກໍ​ໄດ້ມີ​ຫຼາກ​ຫຼາຍສິນລະປິນ​ທີ່​ເກັ່ງ
​ແລະ​ມີ​ຄຸນ​ນະພາ​ບທັງ​ຍິງ​ແລະ​ຊາຍ​ເພງ​ທີ່ຈະຫຼິ້ນ
ໃຫ້ຟັງຕໍ່ໄປນີ້ ວັນນະ​ສອນ​ຕິດ​ໃຈ​ເລີຍ ​ເພາະວ່າ
ເຂົ້າກັບຍຸກ ​ເຂົ້າ​ກັບສ​ະໄໝນີ້​ເປັນ​ທີ່​ສຸດ ​ເປັນ​ເພງ
​ຂອງ ຕີ ອຸ​ດາ​ໄລ ​ສິນລະປິນ​ຄົນ​ເກັ່ງ​ຈາກ ສປປລາວ ທີ່​ທັງເປັນ​ນັກຮ້ອງ ນັກ​ດົນຕີ
​ແລະ​ນັກແຕ່ງ​ເພງ​ນໍາ​ອີກ ຊຶ່ງ​ພໍດີ ຊ່າງ​ປະຈວບ​ເໝາະ ​ເພາະ​ຜູ້​ຟັງ​ຄໍາ​ໃສ ສາວ​ບ້ານ​
ໜອງ​ບອນ ທີ່​ຂຽນ​ບອກ​ຜ່ານ​ທາງfacebook ມາວ່າ​ຂໍ​ຟັງ​ເພງຂອງ​ຕີ ອຸ​ດາ​ໄລ
ເພື່ອຝາກ​ໃຫ້​ນ້ອງ​ທີ່ຢູ່​ໃນ​ສະຫະລັດເອົາໄປຟັງ​ເບິ່ງ​ວ່າ ​ເພງ​ນີ້​ຈະ​ມີ​ຄວາມ​ໜ້າ​ຮັກ
​ສົມ​ຄໍາ​ກ່າວ​ຂານ​ຫຼື​ບໍ່?
ລິງໂດຍກົງ


​ເພງ “Facebook” ນີ້​ມີ​ຄວາມ​ໜ້າ​ຮັກ​ໃນ​ຕົວ ທັງ​ເນື້ອ​ຮ້ອງ​ທໍານອງ ​ເຮັດ​ໃຫ້​ຜູ້​ທີ່
​ຮຽນ ຫຼິ້ນ facebook ​ໃໝ່​ ຢ່າງ​ຄໍາ​ໃສ ຄົງ​ຈະ​ພໍ​ໃຈ ​ແລະ​ວັນນະ​ສອນ​ຄິດ​ວ່າ​ຫຼາຍໆ
​ຄົນຄົງມີ​ອາການ​ແບບເນື້ອຫາເພງ​ນີ້ ທີ່​ວ່າ ​Facebook ​ໄດ້​ກາຍ​ມາ​ເປັນ​ສ່ວນ​ນຶ່ງ​
ຂອງ​ຊີວິດ​ໄປ​ແລ້ວ ​ເອົາ​ຂໍ​ໄປ ​check facebook ​ກ່ອນ​ວ່າມີ​ໃຜ​ຂຽນ​ເຂົ້າ​ມາ​ອີກ​
ແດ່ ​ເຫັນ​ບໍ່ ​ເວົ້າ​ບໍ່​ທັນ​ຂາດ​ຄໍາ ກໍ​ມີ​ຜູ້​ຟັງຈາກ ລັດ Oregon ທ່ານ​ບຸນ​ເຮັງ ດວງ​ແກ້ວ​
ຂຽນ​ຂໍ​ຟັງ​ເພງ​ແລ້ວ ​ເອົາຖ້າ​ເປັນ​ຄົນ​ລາວ​ດ້ວຍ​ກັນ​ແລ້ວ ກໍ​ໃຫ້​ມີ​ຄວາມ​ຮູ້ສຶກ​
ແບບ​ນີ້​ໃຫ້​ກັນແລະກັນ ລະ​ຫຼອດ​ໄປ ​ແບບ​ “ຮັກ​ບໍ່ລື​ມ” ທີ່​ຂັບ​ຮ້ອງ​ໂດຍ ຕ່າຍ
ດອກເກດ.

ລິງໂດຍກົງ

ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ທີ່​ມີ​ຄວາມ​ໝາ​ຍອີ​ກຕື່ມ​ເພງ​ນຶ່ງ ມອບ​ໃຫ້​ແກ່​ຜູ້​ຟັງ
ສົມ​ສະນຸກ ​ແມ໊ກ ສີ​ພັນ ຈາກ​ວຽງ​ຈັນ ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ website ວ່າ​ມັກ​
ຟັງ​ລາຍການ​ຂອງ VOA ວ່າຊັ້ນ ເອົາຂໍໃຫ້ຂຽນເຂົ້າມາອີກ ຖ້າໄດ້ຍິນເພງນີ້
“ພຽງລົມປາກ” ຂອງ Dezo ພົບກັນໃໝ່ໃນສະບັບໜ້າ…ຂໍໃຫ້ນອນລັບຝັນດີ.
ລິງໂດຍກົງ
XS
SM
MD
LG