ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດສະຫຼາດ ທີ່ສາມາດ ດົນບັນດານໃຫ້ທ່ານ ຕິດຕໍ່ກັບ ລົດຂອງທ່ານໄດ້ ດ້ວຍລະບົບມືຖື


ລົດ Lincoln Navigator ທີ່ນຳມາວາງສະແດງ ໃນການສະແດງ
ລົດນາໆຊາດ ທີ່ລັດ New York, 23 ມີນາ, 2016.
ລົດ Lincoln Navigator ທີ່ນຳມາວາງສະແດງ ໃນການສະແດງ ລົດນາໆຊາດ ທີ່ລັດ New York, 23 ມີນາ, 2016.

ພວກຜລິດ​ລົດ​ທັງຫຼາຍ ​ໄດ້ຫົວຄິດມາຈາກ smartphones ຫຼື ໂທລະສັບ​ສະຫຼາດ ແລ້ວກໍ ປະກອບການ​ບໍລິການ​ໃໝ່ໆພ້ອມທັງພາກສ່ວນສຳຄັນອື່ນໆເຂົ້າກັນທີ່ເຮັດໃຫ້​ສາມາດ ປະຕິບັດ​ງານ​ໄດ້ໄວຂຶ້ນ. ເທັກ​ໂນ​ໂລ​ຈີ​ໃໝ່ໆ ດັ່ງກ່າວ ໄດ້ເລີ້ມ​ນຳ​ມາ​ປະກອບ​ເຂົ້າໃສ່​ລົດ ທຳ​ມະ​ດາ ​ໃຫ້​ກາຍ​ມາ​ເປັນ​ລົດ​ສະຫຼາດ ຫຼື smart cars. ນັກ​ຂ່າວ VOA Tina Trinh ສົ່ງ​ລາຍ​ງານ ເລື້ອງນີ້​ມາ​ຈາກ​ງານສະ​ແດງ​ລົດ​ທີ່ນະຄອນ​ນິວຢ໊ອກ ຊຶ່ງວັນນະ​ສອນ ຈະ​ນຳເອົາ ລາຍ​ລະ ອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ໃນ​ທຸກ​ມື້ນີ້ ​ພວກເຮົາຈະພາກັນ​ໃຊ້​ເວລາ​ຢ່າງຫຼວງຫຼາຍ ໃສ່​ໂທລະສັບ​ມືຖື ​ແລະພວກອຸດ ສາ​ຫະກຳ ​ລົດ​ທັງຫຼາຍ ກໍແມ່ນໄດ້​ພາກັນສັງເກດເຫັນເປັນແນວນັ້ນ ແລ້ວກໍສົ່ງລົດອອກມາ ໂດຍທີ່ມີ​ເກືອບ​ວ່າທຸກສິ່ງທຸກຢ່າງ ທີ່ອຳນວຍ ຄວາມສະດວກໃຫ້ ຈາກ​ໂທລະສັບ​ຂອງ​ທ່ານ.

ທ່ານ Jim Buczkowski ຜູ້ອຳນວຍການລະບົບ​ອີ​ເລັກ​ໂທຣນິກ​ຂອງບໍລິສັດລົດ Ford ກ່າວ​ວ່າ “ພວກ​ເຮົາທຸກຄົນພາກັນອອນຊອນ ​ກັບປະສົບ​ການ​ເຫຼົ່າ​ນີ້ ເວລາພວກ​ເຮົາ ຕ້ອງການຫຽັງ ​ໂດຍ​ການ​ກົດ​ປຸ່ມນີ້ ແລ້ວທ່ານກໍຈະໄດ້ທຸກ​ສິ່ງທຸກ​ຢ່າງ ​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້ແລ່ນ​ໄປ​ຫັ້ນ​ມານີ້ ຈັບ​ນັ້ນ​ຈັບ​ນີ້ ​ດ້ວຍ​ຕົວ​ທ່ານ​ເອງ​ອີກ​.​”


ຫວ່າງ​ມໍ່​ໆມາ​ນີ້ ບໍລິສັດລົດ Ford ໄດ້​ນຳ​ສະ​ເໜີ​ລົດ​ຮຸ້ນ​ໃໝ່ FordPass ເປັນ​ລົດ​ຮຸ່ນ ​ທີ່​ສາມາດ​ນຳໄປໃຊ້ກັບ​ລະບົບ​ມື​ຖື ທີ່​ສາມາດ​ເຮັດ​ໃຫ້​ເຈົ້າ​ຂອງ​ລົດ​ທັງຫຼາຍ ​ໄດ້ຮັບການບໍລິ ການ​ຕ່າງໆ ​ເຊັ່ນ​ການ​ຊອກ​ຫາ ​ແລະ​ບ່ອນ​ຈ່າຍ​ເງິນ​ຄ່າ​ຈອດ​ລົດ​ເປັນຕົ້ນ. “...ຊຶ່ງນີ້​ແມ່ນ​ລາຍ​ລະອຽດ​ຕ່າງ​ໆສຳລັບຄ່ານັ້ນຄ່ານີ້ ​ແລ້ວຂ້ອຍກໍຈະ​ປະຕິບັດຕາມ​ລະຫັດທີ່ບອກມາ ເພື່ອ​ອະນຸຍາດໃຫ້​ຂ້ອຍ​ເຂົ້າ​ໄປຫາບ່ອນ​ຈອດລົດ​.”

ສ່ວນ​ບໍລິສັດລົດ Buick ນັ້ນ ​app ທີ່​ເອີ້ນ​ວ່າ OnStar RemoteLink ຈະ​ຊ່ອຍເຈົ້າ​ຂອງ​ລົດຕິ​ດຕໍ່ກັບລົດ​ຂອງ​ພວກ​ເຂົາ​ເຈົ້າໃຫ້ ບໍ່​ວ່າ​ພວກເຂົາ​ເຈົ້າ​ຈະ​ຢູ່​ໄກ​ປານ​ໃດ​ກໍ​ຕາມ.

ທ່ານ Stuart Fowle ຜູ້​ຈັດການ​ຝ່າຍ​ສື່ສານ​ຂອງ​ບໍລິສັດ Buick ກ່າວ​ວ່າ “​ດຽວນີ້ລົດ​ຄັນ ນີ້ຢູ່​ນະ​ຄອນ Detroit ຂ້າພະ​ເຈົ້າ​ສາມາດ​ຕິດ​ຈັກ​ມັນໄດ້​ຈາກ​ນະຄອນ​ນິວຢ໊ອກ ຫຼື​ຈະວ່າ​ຂ້າພະ​ເຈົ້າ​ມີກະ​ແຈ​ພຽງດອກ​ດຽວແລະ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໃນ​ນະ​ຄອນ Detroit ຢາກ​ເຂົ້າ​ໄປ​ໃນ​ລົດ ຂ້າພະ​ເຈົ້າ​ກໍຈະ​ສາມ​າດ​ເປີດ​ລ໊ອກ​ໃຫ້​ລາວ​ເຂົ້າ​ໄປໄດ້ຈາກ​ນິວຢ໊ອກ ພີ້”

ການ​ໃຫ້​ບໍລິການ​ໃນ​ລົດຈະສາມາດ​ຕິດ​ຕັ້ງໃສ່ ລະບົບ 4G LTE ໄດ້ ສາມາດ​ຕິດ​ຕັ້ງ​ໃສ່ ໄດ້ ອຸບປະກອນ​ມື​ຖື ເຖິງ 7 ຢ່າງ ​ພ້ອມກັນ.

Rob Peterson ຜູ້​ຈັດການດ້ານ​ຕະຫຼາດຂອງ​ບໍລິສັດ Buick ກ່າວ​ວ່າ “ພວກ​ເຮົາ​ຢາກໃຫ້​ຜູ້​ຄົນ ມີ​ຄວາມ​ຮູ້ສຶກ​ວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົາ​ເອງ ທັງໆ​ທີ່ຢູ່​ໃນ​ລົດ ຊຶ່ງຫຼາຍໆ​ຄົນ​ຢາກ​ມີຄວາມ​ຮູ້ສຶກແລະ​ປະສົບ​ການທີ່ວ່າຕົນກຳລັງຂັບ​ລົດ ​ຊຶ່ງດຽວ​ນີ້ ພວກ​ເຂົາ​ເຈົ້າ​ກໍຈະ​ສາມາດຮູ້ສຶກເຖິງປະສົບການ​ໃນການ​ຕິດ​ຕໍ່​ກັບ​ທຸກ​ສິ່ງ​ຢ່າງ​ໄດ້​ເຊັ່ນ​ກັນ.”​

​ແຕ່​ວ່າ ການ​ຕິດ​ຕໍ່​ຕ່າງໆ​ເຫຼົ່າ​ນີ້ ມັນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດລະ ໃນດ້ານຄວາມ​ເປັນ​ສ່ວນ​ຕົວ​?

ທ່ານ Buczkowski ກ່າວ​ວ່າ “ມັນ​ມີ​ຄວາມ​ສຳຄັນ ທີ່​ຈະ​ໃຫ້ມີ​ຂໍ້​ມູນ​ສ່ວນ​ຕົວ ​ເພື່ອຈະ​ສ້າງ​ຂໍ້ມູນ​ສ່ວນ​ຕົວສະເພາະຂຶ້ນ ​ເກັບ​ກຳ​ປະສົບ​ການ​ສະເພາະສ່ວນ​ບຸກຄົນ ​ແຕ່​ວ່າ ​ແນ່ນອນ​ທີ່​ສຸດ ນັ້ນມັນເປັນ​ທາງ​ເລືອກສຳລັບລູກຄ່າ​ແຕ່ລະຄົນ.”

ສຳ​ຫຼັບ​ຜູ້​ບໍລິ​ໂພ​ກບາງ​ທ່ານແລ້ວ​ ນັ້ນບໍ່ຖື​ວ່າເປັນ​ມີ​ບັນຫາເລີຍ.

ທ່ານ​ນາງ Stephanie Brinley ນັກວິ​ໄຈ​ອະ​ວຸ​ໂສ​ຂອງ​ບໍລິສັດ IHS Automotive ກ່າວ​ວ່າ “​ແນ່ນອນ ມັນມີ​ຫຼາຍໆ​ຢ່າງ ​ບ່ອນ​ທີ່​ພວກ​ບໍລິ​ໂພ​ກ​ໄວ​ຮຸ້ນ ​ມີ​ຄວາມ​ຄຸ້ນ​ເຄີຍ​ໃນ​ການ​ທີ່ວ່າ​ເລື້ອງ​ຄວາມ​ເປັນ​ສ່ວນ​ຕົວບໍ່ຈຳເປັນ ​ທັງຂໍ້​ມູນ​ສະຖິຕິ​ຕ່າງໆນຳ ຫຼາຍກວ່າ​ພວກບໍລິ​ໂພ​ກທີ່​ມີ​ອາຍຸ​ຫຼາຍ​ກວ່າ ​ແລະ​ຈະ​ມີ​ຫຼາຍ​ກວ່າ​ນັ້ນອີກ ທີ່​ວ່າ​ທ່ານ​ຈະ​ເຫັນ​ນິ​ໄສ​ທີ່​ຄ້າຍໆ​ຄື​ກັນ​ນີ້ ທີ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ຈັດການ​ກັບ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຢ່າງ​ໃດ ພາຍ​ໃນ​ລົດ​ນັ້ນ.”

ທ່ານ​ລອງ​ຄິດ​ເບິ່ງດູ​ວ່າ ມັນ​ຈະ​ມີ​ຄວາມສະດວກ​ສະບາຍສໍ່າໃດ ທີ່​ອຸບປະກອນ​ມື​ຖື​ຈະມາ ບໍລິການ​ພວກ​ເຮົາ. ບາງ​ທີ່ ຄຳ​ຖາມ​ດຽວ ອາດມີແຕ່​ພຽງ​ວ່າ ​ແມ່ນ​ໃຜ​ລະ​ຈະ​ເປັນ​ຜູ້ຂັບ?

ອ່ານຂ່າວເລື້ອງນີ້ເພີ່ມຕື່ມເປັນພາສາອັງກິດ

XS
SM
MD
LG