ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມົງໂກເລຍຕໍ່ສູ້ກັບ ມົນລະພິດ ທີ່ມາຈາກ ເຕົາດັງຖ່ານຫີນ


ຕູບຜ້າຕັ້ງໃນມົງໂກເລຍ
ຕູບຜ້າຕັ້ງໃນມົງໂກເລຍ



ອິງຕາມລາຍງານຂອງອົງການອານາໄມໂລກປີ 2016 ແລ້ວ
ແມ່ນວ່າ ຜູ້ຄົນເກືອບ 4 ລ້ານຄົນ ໃນທົ່ວໂລກ ຊຶ່ງສ່ວນໃຫຍ່
ແມ່ນພວກເດັກນ້ອຍ ທີ່ເສຍຊີວິດ ກ່ອນເວລາອັນຄວນ ຍ້ອນ
ຫາຍໃຈເອົາຄັວນໄຟຢູ່ພາຍໃນບ້ານເຮືອນຫຼືສະຖານທີ່ຕ່າງໆ.
ແຕ່ປານນັ້ນ ຫຼາຍຄົນໃນທົ່ວໂລກກໍຍັງໃຊ້ຖ່ານຫີນຫຼືໃຊ້ຟືນດັງໄຟຢູ່ເພື່ອປຸງແຕ່ງອາຫານ
ແລະເຮັດອາຍອຸ່ນ. ປະເທດນຶ່ງທີ່ຖືກກະທົບກະເທືອນໜັກໂດຍສະເພາະ ກໍຄືປະເທດມົງ ໂກເລຍ. ນັກຂ່າວ VOA George Putic ລາຍງານເລື້ອງນີ້ມາ ດັ່ງວັນນະ​ສອນ ຈະ​ສະ​ເໜີລາຍ​ລະອຽດຕໍ່ໄປ.​

ລະດູໜາວອາດຈະໜາວຫຼາຍໃນມົງໂກເລຍ. ໃນນະຄອນຫຼວງອູລັນບາຕໍ ນີ້ ຖືວ່າເປັນ
ນະຄອນຫຼວງທີ່ໜາວທີ່ສຸດໃນໂລກ ອຸນນະພູມບາງເທື່ອນັ້ນ ແມ່ນລົງເຖິງລົບ 40 ອົງສາ
ແຊລຊຽດ ນອກນັ້ນເມືອງຫຼວງແຫ່ງນີ້ຍັງຮູ້ກັນອີກວ່າ ເປັນເມືອງທີ່ມີຄັວນພິດຮ້າຍແຮງ
ອີກ.

ຊາວມົງໂກເລຍຫຼາຍຄົນ ພາກັນອາໄສຢູ່ໃນເຮືອນຕູບຜ້າຕັ້ງຊຶ່ງເອີ້ນກັນວ່າ gers ທີ່ຄົວ
ກິນແລະເຮັດຄວາມອຸ່ນ ດ້ວຍວິທີທາງແບບດັ້ງເດີມດ້ວຍການໃຊ້ເຕົາໄຟທີ່ໃຊ້ຖ່ານຫີນ.

ບົດວິໄຈທີ່ພິມເຜີຍແຜ່ໂດຍນັກວິທະຍາສາດສະຫະລັດແລະມົງໂກເລຍ ພົບເຫັນວ່າ “ໄດ້ມີການກ່ຽວພັນກັນຢ່າງໜ້າຕື່ນຕົກໃຈຈົນເປັນສະຖິຕິ” ລະຫວ່າງການໃຊ້ເຕົາ ທີ່ດັງໄຟດ້ວຍຖ່ານຫີນກັບການຖືພາທີ່ບໍ່ສົມປະກອບ. ນອກນັ້ນ ກໍຍັງກ່ຽວພັນກັບການ
ເຈັບປ່ວຍແບບອື່ນໆນຳ.

ທ່ານໜໍ Soe Nyunt-U ຕົວແທນຈາກອົງການອະນາໄມໂລກທີ່ມົງໂກເລຍ ກ່າວວ່າ​ “ພວກທີ່ໄດ້ຮັບການກະທົບກະເທືອນຫຼາຍກວ່າໝູ່ກໍຄື ພວກທີ່ເປັນໂຣກເຮື້ອຮັງ
ທີ່ມາໃນລະບົບຫາຍໃຈ ແລະພວກໂຣກເຮື້ອຮັງໃນປອດ.”

ຖ່ານຫີນມີລາຄາຖືກ ແລະມີຖົມເຖໄປໃນມົງໂກເລຍ ນຳອອກມາຈາກບໍ່ ທີ່ຜິດກົດໝາຍ ຊຶ່ງເກືອບວ່າ ບໍ່ມີອຸບປະກອນຮັບປະກັນຄວາມປອດໄພເລີຍ.

ເຕົາດັງໄຟທີ່ໃຊ້ໃນຕູບຜ້າ ຫຼື ເກຍ ບໍ່ມີລະບົບລະບາຍອາກາດທີ່ດີ ເພາະສະນັ້ນ ຄວັນຈຶ່ງ
ຮົ່ວອອກມາຫາບ່ອນຄົນນັ່ງຄົນເຊົາ ສ້າງບັນໃຫ້ລະບົບຫາຍໃຈຢ່າງຮ້າຍແຮງ.ດ້ວຍການ
ຊ່ອຍເຫຼືອຈາກທະນາຄານໂລກ ແລະອົງການ Millennium Development Challenge ລັດຖະບານ ມົງໂກເລຍ ຈຶ່ງໄດ້ສັບປ່ຽນ ເອົາເຕົາໄຟເກົ່າອອກ ຈຳນວນ 180 ພັນ ໜ່ວຍ ດ້ວຍເຕົາໄຟທີ່ອອກແບບແລະພັດທະນາໃໝ່.

ທ່ານ Zorigt Dashdorj Mongolia’s Former Energy Misnister. ອະດີດລັດຖະ
ມົນຕີພະລັງງານຂອງມົງໂກເລຍ ທ່ານ Zorigt Dashdorjກ່າວວ່າ “ດຽວນີ້ມັນມີແນວ
ໂນ້ມແລ້ວ ວ່າ ມົນລະພິດຈະຫຼຸດຕ່ຳລົງ ເພາະສະນັ້ນຈຶ່ງວ່າມີຄວາມຈຳເປັນທີ່ຈະສືບຕໍ່
ຄວາມພະຍາຍາມນີ້ ເຮັດໃຫ້ມັນມີຫຼາຍຂຶ້ນ.”

ແຕ່ວ່າການລົ້ມເລີກການຢູ່ກັນແບບໂບຮານດັ້ງເດີມ ແມ່ນເປັນການຍາກ. ເຖິງແມ່ນວ່າ
ຖ່ານຫີນ ຈະກຸ້ມເປັນສອງເທົ່າໃນເຕົາໃໝ່ນີ້ກໍຕາມ ແຕ່ຊາວມົງໂກເລັຍກໍຍັງພາກັນຈົ່ມຢູ່ວ່າ ມັນບໍ່ເໝາະສົມໃນການໃຊ້ຫຸງຕົ້ມ.

ທ່ານ Oyunbileg Tovchindorj ຜູ້ອາໄສທີ່ເມືອງ Chingeltei ກ່າວວ່າ​“ເຕົາໄຟທີ່
ສະອາດນັ້ນແມ່ນມີປະສິດທິຜົນ. ພວກເຮົາສ່ວນໃຫຍ່ແລ້ວແມ່ນເຮັດອາຫານດ້ວຍ
ເຕົາໄຟຂອງພວກເຮົາ. ໃນດ້ານລົບຂອງມັນແມ່ນວ່າເຮົາບໍ່ສາມາດໃຊ້ເຕົາໄຟໃໝ່
ທີ່ສະອາດນີ້ ຄົວອາຫານໄດ້. ພຽງແຕ່ວ່າ ມັນປະຢັດເຊື້ອໄຟເທົ່ານັ້ນ.”

ເຕົາໄຟໃໝ່ເຫຼົ່ານີ້ ແມ່ນໄດ້ຮັບການຊົດເຊີຍຊ່ອຍເຫຼືອແລະຫາຊື້ໄດ້ ຢູ່ໃນຫົວເມືອງໃຫຍ່ໆ ສະດວກສະບາຍກວ່າກວ່າຢູ່ຕາມຊົນນະບົດ.

ລັດຖະບານ ມົງໂກເລຍ ວາງແຜນວ່າ ຈະໃຊ້ເງິນຈຳນວນ 500 ລ້ານໂດລ່າ ເພື່ອຕໍ່ສູ້ກັບ
ມົນລະພິດຢູ່ໃນນະຄອນຫຼວງ ອູລັນບາຕໍ ໃນປີນີ້ ແຕ່ວ່າ ຍ້ອນການຕັດງົບປະມານ​ໂຄງການ
ຕ່າງໆທີ່ຄ້າຍຄືກັນນີ້ ຈຶ່ງຖືກຍົກເລີກ.

XS
SM
MD
LG