ໃນທົ່ວໂລກ ຫົວເມືອງໃຫຍ່ຕ່າງໆ ຈະຫາທາງແກ້ໄຂບັນຫາອາຫານທີ່ບໍ່ໄດ້ໃຊ້ ແລະສິ່ງ
ເສດເຫຼືອຕ່າງໆ. ໃນຂະນະທີ່ບາງກໍລະນີ ຈະນຳເອົາສິ່ງດັ່ງກ່າວ ໄປເຮັດຝຸ່ນເຮັດປຸຍ
ແຕ່ສ່ວນໃຫຍ່ ກໍຈະຖືກນຳໄປຍັງສະຖານທີ່ຖິ້ມຂີ້ເຫຍື່ອ ແລະ ກໍຈະກັບກາຍເປັນຂອງ
ເສຍໄປຊື່ໆ ແທນທີ່ຈະນຳມາໃຊ້ເປັນພະລັງງານ. ໂຄງການທົດລອງທີ່ໄດ້ລິເລີ່ມຂຶ້ນ
ໃນເມື່ອ 3 ປີກ່ອນ ໃນນະຄອນນິວຢອກ ແມ່ນການເພີ່ມການຈັດຂອງເສຍຕ່າງໆເຂົ້າໃສ່
ລະບົບກອງນ້ຳທີ່ຈະນຳໄປສູ່ການເປັນແກ້ສຊີວະພາບ ແລະພວກຜູ້ຢູ່ອາໄສ ໃນນະຄອນ
ດັ່ງກ່າວ ແມ່ນໄດ້ພາກັນຮັບເອົາດ້ວຍຄວາມຊື່ນຊົມຍິນດີ ຊຶ່ງວັນນະສອນ ຈະມີລາຍ
ລະອຽດ ຈາກນັກຂ່າວຂອງ VOA George Putic ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເປັນເວລາມາໄດ້ຫຼາຍປີແລ້ວ ສະຖານທີ່ບຳບັດນ້ຳເສຍໃນນະຄອນນິວຢອກ ທັງ 14 ແຫ່ງ
ໄດ້ເປັນສະຖານທີ່ດຳເນີນການກັ່ນກອງນ້ຳເສຍແບບສົດໆໃຫ້ກາຍມາເປັນນ້ຳທີ່ສະອາດ
ໄດ້ຜ່ານການຂ້າເຊື້ອໂຣກແລະແຍກທາດ methane ອອກ ຊຶ່ງເປັນສ່ວນປະກອບຫຼັກຂອງແກ໊ສທຳມະຊາດນັ້ນ.
ແຕ່ວ່າ ເຈົ້າໜ້າທີ່ຂອງນະຄອນນິວຢອກ ພົບເຫັນວ່າ ຈຳນວນຂອງເສຍທີ່ປອດສານພິດ
ນັ້ນແມ່ນມີຢ່າງມະຫາສານ ທີ່ໄດ້ຖືກນຳສົ່ງໄປຍັງສະຖານທີ່ຖິ້ມຂີ້ເຫຍື້ອ ຫຼື landfills
ສາມາດທີ່ຈະນຳມາເປັນພະລັງງານໄດ້.
ທ່ານນາງ Pam Elardo ຈາກຫ້ອງການບຳບັດນ້ຳເສຍປະຈຳນະຄອນນິວປອກ ຫຼື
New York Bureau of Wastewater Treatment ກ່າວວ່າ “ຂອງເສຍຈາກພວກ
ອາຫານການກິນ ກໍແມ່ນຄ້າຍຄືກັນກັບຂອງເສຍແບບເປັນຕ່ອນ ທີ່ພວກທ່ານໄດ້ຮັບຈາກສະຖານທີ່ບຳບັດນ້ຳເສຍ ເພາະສະນັ້ນ ພວກເຮົາ ຈຶ່ງໄດ້ຕັດສິນໃຈທີ່ຈະພະຍາ
ຍາມ ແລະຈັດແຍກລະບົບຍ່ອຍຂອງພວກເຮົາ ດ້ວຍການແຍກອາຫານເສຍພວກນີ້.”
ໃນໂຮງແຍກທີ່ມີຮູບຄ້າຍໆຄືກັນກັບໜ່ວຍໄຂ່ ຍ່ອຍອາຫານ 8 ໜ່ວຍ ແມ່ນບຳບັດນໍ້າ
ເສຍທີ່ Newtown Creek ພວກແບັກເທີເຣຍ ຈະຄ່ອຍໆກັດກິນຂອງເສຍພວກນີ້
ທີ່ເອີ້ນວ່າ bioslurry ຢ່າງຊ້າໆ ຈົນໃຫ້ກາຍເປັນວັດຖຸທີ່ທຸ່ນທ່ຽງແລະແກ໊ສທີ່ນຳໄປ
ໃຊ້ໄດ້.
ທ່ານ Frank Loncar ຫົວໜ້າສະຖານທີ່ບຳບັດຂອງເສຍ ກ່າວວ່າ “ໂຮງບຳບັດເຫຼົ່ານີ້
ສາມາດບັນຈຸທາດທີ່ເປັນຕ່ອນໄດ້ 3 ລ້ານ ກິລອນ ທີ່ມາຈາກນ້ຳເສຍ ແລະເສດ
ອາຫານ. ພວກຂອງເສຍເຫຼົ່ານີ້ ຈະໄດ້ຢູ່ໃນທີ່ນັ້ນປະມານ 30 ມື້ແລະ ໃນຊ່ວງໄລຍະ
ການບຳບັດດັ່ງກ່າວ, ມັນກໍຈະໃຈ້ແຍກທາດຕ່າງໆອອກກັນແລະສ້າງແກ໊ສ methane ຂຶ້ນມາ.”
ປັດຈຸບັນນີ້, ສະຖານທີ່ດັ່ງກ່າວ ສາມາດບຳບັດອາຫານເສຍໄດ້ປະມານ 60 ໂຕນ
ໃນແຕ່ລະມື້, ແຕ່ວ່າ ໄດ້ມີການວາງແຜນໄວ້ວ່າຈະເພີ່ມຄວາມສາມາດໃຫ້ໄດ້ ມື້ລະ
250 ໂຕນ. ການຜະລິດແກ໊ສ methane ແຕ່ລະວັນແມ່ນໄດ້ປະມານ 85 ພັນແມັດກ້ອນ
ທີ່ຈຳເປັນຈະຕ້ອງບຳບບັດໃຫ້ໄດ້ຫຼາຍຕື່ມ ເພື່ອຈະເຮັດແກ໊ສທຳມະຊາດ.
ອາຫານເສຍພວກນີ້ ແມ່ນເກັບໄດ້ມາຈາກຫອ້ງອາຫານ ຂອງບາງໂຮງຮຽນ ຈາກຮ້ານ
ອາຫານ ແລະບ້ານເຮືອນທີ່ຢູ່ອາໄສ. ຊາວເມືອງນິວຢອກ ພາກັນດີໃຈແລະກະຕືລືລົ້ນ
ໃນໂຄງການລິເລີ່ມ ຮວມເອົາເສດອາຫານພວກນີ້.
ທ່ານນາງ Sara Schiwal ຜູ້ອາໄສຢູ່ Brooklyn ກ່າວວ່າ “ທຸກສິ່ງຢ່າງ, ພວກເສດ
ອາຫານ ບໍ່ວ່າຈະເປັນຂອງດີ ຫຼືຂອງເສຍແລ້ວ ເນົ່າແລ້ວ ຫຼື ສິ່ງຂອງພວກນີ້ ທີ່ຈະ
ບໍ່ນຳມັນມາໃຊ້ແລ້ວ ທຸກສິ່ງທຸກຢ່າງ ແມ່ນນຳເອົາມາໂຮມເຂົ້າກັນ. ມັນເປັນໄປ
ຢ່າງງ່າຍດາຍ. ແລະເຮັດໃຫ້ມັນເປັນຂີ້ເຫຽື້ອໄປ, ຊຶ່ງນັ້ນເປັນສິ່ງທີ່ຂ້າພະເຈົ້າ
ບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງບໍ່ມີຜູ້ໃດ ຢາກເຮັດ.”
ນອກນັ້ນແລ້ວ ສະຖານທີ່ແປຮູບຂອງເສຍ Newtown Creek ນີ້ ກໍຍັງມີແນວຄິດ
ດ້ານສິນປະຄວາມສວຍງາມນຳ ຄືຕອນກາງຄືນເຮົາຈະແນມເຫັນໂຮງກັ່ນຮູບໄຂ່
ດັ່ງກ່າວ ມີແສງຫຽິບຍັບນ່າເບິ່ງນ່າຊົມງາມຫູງາມຕາ ເບິ່ງແລ້ວຈະເຂົ້າກັບຄວາມສວຍງາມຂອງແຄມນໍ້າ ເຂດ Brooklyn ທີ່ໃກ້ໆກັບມະຫານະຄອນນິວຢັອກດີ.