ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ບໍລິສັດ ເທັກໂນໂລຈີ ຍັກໃຫຍ່ ເຕົ້າໂຮມກັນ ຢູ່ ທໍານຽບຂາວ ເພື່ອປັບປຸງ ລັດຖະບານ


ທ່ານ Tim Cook ຫົວໜ້າບໍລິຫານ ບໍລິສັດ Apple ກ່າວໃນ ຂະນະທີ່ປະທານາທິບໍດິ ດໍໂນລ ທຣໍາ ແລະທ່ານ Jared Kushner ທີ່ປຶກສາຂັ້ນສູງທຳນຽບຂາວ ກຳລັງຟັງ.

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ປະກາດວ່າ​ທ່ານ​
ຕ້ອງການ​ເຫັນການ​ປະຢັດ​ພາສີ​ຫຼາຍ​ເຖິງ 1 ພັນ​ຕື້​ໂດ​ລາໃນ​ທົດ​ສະ​ວັດ​ຂ້າງ​ໜ້າ ​ໂດຍ
“ການ​ປ່ຽນ​ແປງເທັກ​ໂນ​ໂລ​ຈີ​ຂອງ​ລັດຖະບານ​ກາງທັງ​ໝົດ.”

ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ຕໍ່​ສະພາ​ທີ່​ປຶກສາ​ເທັກ​ໂນ​ໂລ​ຈີ​ອາ​ເມຣິກັນ ຢູ່​ຫ້ອງ​ຮັບ
​ປະທານ​ອາຫານຄ່ຳ​ໃນ​ທຳນຽບຂາວ​ວ່າ “ພວກ​ເຮົາຈະ​ຮັບ​ເອົາການ​ປ່ຽນ​ແປງ​ຢ່າງ​ໃຫຍ່
​ແນ​ວຄິດທີ່​ບໍ່​ຢ້ານກົວ ​ແລະ​ຄວາມ​ເຫັນ​ຈາກ​ພາຍ​ນອກເພື່ອການ​ປ່ຽນ​ແປງໃນລັດຖະ
ບານ ​ແລະ​ເຮັດ​ໃຫ້ໄປໃນ​ທາງ​ທີ່​ຄວນ​ຈະເປັນ ​ແລະ​ຄ່າ​ໃຊ້​ຈ່າຍທີ່​ຖືກ​ລົງ​ກວ່າຫຼາຍ.”

ກຸ່ມ​ຮາ​ຍ​ເທັກທີ່​ສຳຄັນຊຶ່ງຈຳນວນ​ນຶ່ງ​ໄດ້ຕິຕຽນນະ​ໂຍບາຍປະທານາທິບໍດີດໍ​ໂນ​ລ ທຣໍາ
​ໄດ້​ໄປ​ເຕົ້າ​ໂຮມ​ກັນ ທີ່​ທຳນຽບຂາວ​ ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ລັດຖະ ບານ​ເລີ່​ມ​ເປີດ “ສັບປະດາ​ເທັກ​ໂນ​ໂລ​ຈີ.”

ຫົວໜ້າ​ບໍລິ​ຫານຂອງ 18 ບໍລິສັດ ​ໄດ້​ຈັດ​ກອງ​ປະຊຸມ ​ກັບ​ທຳນຽບຂາວ ​ແລະ​ບັນດາ​ເຈົ້າ
​ໜ້າ​ທີ່​ລັດຖະບານ​ປະທານາທິບໍດີ​ທຣໍາ​ຄົນ​ອື່ນໆ ​ເພື່ອ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ ກ່ຽວ
​ກັບການ​ປ່ຽນ​ແປງ​ແລະ​ການ​ບໍລິການ​ລັດຖະບານ​ໃຫ້​ທັນ​ສະ​ໄໝ.

ທ່ານ Pat Gelsinger ເຈົ້າໜ້າທີ່ຫົວໜ້າບໍລິຫານ VMware (ຂວາ) ກ່າວຢູ່ກອງປະຊຸມໂຕະມົນ American Techonology ທີ່ທຳນຽບຂາວ.
ທ່ານ Pat Gelsinger ເຈົ້າໜ້າທີ່ຫົວໜ້າບໍລິຫານ VMware (ຂວາ) ກ່າວຢູ່ກອງປະຊຸມໂຕະມົນ American Techonology ທີ່ທຳນຽບຂາວ.

ທ່ານ Bill McDermott ຫົວໜ້າ​ບໍລິຫານ ​ບໍລິສັດຊັອບ​ແວ​ຄອມ​ພິວ​ເຕີ SAP ກ່າວ​ຕໍ່​ປະທານາທິບໍດີ​ທຣໍາວ່າ “​ນອກຈາກ​ຄ່າ​ໃຊ້​ຈ່າຍ​ນຶ່ງພັນຕື້​ຂອງໂດ​ລາ​ແລ້ວ ພວກ​ເຮົາ​
ສາມາດປະຢັດ​ແລ້ວ ພວກ​ເຮົາຍັງ​ອາດ​ຈະ​ເພີ່ມສິ່ງ​ອື່ນໆ​ອີກ​ສອງພັນ​ຕື້​ໂດ​ລາ ​ໃສ່ໂຕ​ເລກດັ່ງກ່າວ ເມື່ອ​ເວົ້າ​ເຖິງ​ເລື່ອງ​ທຸລະ​ກິດ​ດີ​ຈີ​ໂຕໂດຍນຳເອົາ​ພາກ​ສ່ວນ​ລັດຖະບານ​
ແລະ​ພາກ​ສ່ວນ​ເອກ​ກະ​ຊົນ ​ເຂົ້າ​ມາ​ຮ່ວມ​ມື​ກັນ​ຢ່າງ​ເຕັມສ່ວນ ພາຍ​ໃຕ້​ລັດຖະບານ​
ຂອງ​ທ່ານ.”

ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານ Jared Kushner ກ່າວຕ້ອນຮັບ ຜູ້ນຳບໍລິສັດເທັກໂນສໂລຈີ.
ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານ Jared Kushner ກ່າວຕ້ອນຮັບ ຜູ້ນຳບໍລິສັດເທັກໂນສໂລຈີ.

ໃນ​ການ​ຖະ​ແຫຼງ​ຕໍ່​ກຸ່ມ​ດັ່ງກ່າວ ​ຍັງ​ມີນັກ​ລົງ​ທືນທີ່ສຳ​ເລັດ​ທີ່​ສຸດ​ໃນ​ໂລກ ຄື​ທ່ານ John
Doerr ​ທີ່ໄດ້​ໂຕ້​ຖຽງ​ວ່າ ​ຍັງ​ມີ​ເງິນອີກ “ນຶ່ງ​ພັນຕື້​ໂດ​ລາ​ ທີ່​ກັກ​ໄວ້​ຢູ່​ໃນ ບ່ອນເກັບ​ກໍາ​ຂໍ້​
ມູນ​ລັດຖະບານ. ປະທານບໍລິສັດ The Kleiner Perkins ກ່າວ​ຕໍ່​ປະທານາທິບໍດີ​ວ່າ
“ຖ້າ​ຫາກ​ທ່ານ​ຕັ້ງ​ຂໍ້​ມູນ​ທີ່​ບໍ່​ເສຍ​ຄ່າ ພວກ​ນັກ​ລົງທຶນ​ຈະ​ພາກັນ​ເຮັດ​ສ່ວນ​ທີ່​ເຫລືອ.”

ທ່ານ Jeff Bezos ຜູ້​ກໍ່​ຕັ້ງ ບໍລິ​ສັດ Amazon ທີ່​ເປັນບ່ອນ shopping ຂາຍ​ຫຍ່່ອຍ
ທາງ​ຄອມ​ພິວ​ເຕີ ​ທີ່ໃຫຍ່​ສຸດ​ໃນ​ໂລກ ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ໃນ​ການ​ປ່ຽນແປງ
“​ໃຊ້​ເທັກ​ໂນ​ໂລ​ຈີ​ການ​ຄ້າ ​ໃນ​ເວລາ​ທີ່​ເປັນ​ໄປ​ໄດ້” ​ເພື່ອ​ປະຢັດ​ເງິນ ພາສີປະຊາຊົນ.
ທ່ານ​ຍັງ​ກ່າວ​ວ່າ ​ມັນ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະເວົ້າ​ໂຍກ​ເກີ​ນ​ໄປ​ວ່າ ການ​ລົງທຶນ ແມ່ນ​ຈຳ​
ເປັນ​ຕ້ອງ​ໄດ້ຮຽນ​ຮູ້ຢູ່​ໃນເຄື່ີອງຈັກ ​ແລະ​ຄວາມ​ສະຫລຽວ ສະຫລາດ​ທີ່​ບໍ່​ແມ່ນ​ແທ້​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG