ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ບໍລິສັດ ເທັກໂນໂລຈີ ທັງຫຼາຍ ສູ້ຊົນ ຫາວິທີ ບັນທອນ ການໃຊ້ຄຳເວົ້າ ທີ່ຫຍາບຄາຍ


ໂທລະສັບ ມືຖື iPhone ໂດຍມີແອັບ ທວີດເຕີ ເຟສບຸກ ແລະແອັບອື່ນໆ, ວັນທີ 21 ພຶດສະພາ 2013.

ບັນດາ​ຜູ້​ໃຊ້​ການ​ສົ່ງ​ຂໍ້ຄວາມ​ທາງ​ທວິດເຕີ​ ກຳລັງ​ພາກັນ​ກີດກັນ ​ບັນດາ​ບໍລິສັດ​ເຊັ່ນ​ວ່າ
​ແປັບ​ຊີ ​ໄນ​ກີ້ ​ແລະ ​ອູ​ເບີ ຢູ່ໃນ ​ທວີດ​ເຕີ ​ເພື່ອ​ກົດ​ດັນ​ໃຫ້ ບໍລິສັດ ສື່ສັງຄົມນີ້​ ຫ້າມ​ນັກ​ຂ່າວ
​ອາ​ເມຣິກັນ ທ່ານ​ອາ​ເລັກ​ສ໌ ​ໂຈນ​ສ໌ ​ເປັນການຖາວອນ ໃນ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ ການໃຊ້
ຂໍ້ຄວາມ​ທີ່​ຫຍາ​ບຄາຍ ​ຢູ່​ໃນ ທວີດເຕີ.

​ໃນ​ຂະນະ​ດຽວ​ກັນ ມີລາຍງານວ່າ ບໍລິສັດທວີດເຕີ ກຳລັງ​ປະ​ເຊີນ​ກັບ ​ການຖືກ​ສັ່ງປິດ​ ​ຢູ່
​ໃນ​ປາ​ກິ​ສຖານ ​ເພາະວ່າ ​ລັດຖະບານ​ຕ້ອງການ​ທີ່​ຈະກີດກັ້ນ ອັນທີ່ຕົນເຫັນວ່າ ເປັນເນື້ອ
ເລື້ອງ ທີ່ບໍ່ເໝາະສົມ.

ການ​ເຄື່ອນ​ໄຫວດັ່ງກ່າວ ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ ບໍລິສັດ ​ອິນ​ເຕີແນັດ ຂອງສະຫະລັດ
ທັງຫຼາຍ ​ເອົາ​ບາດກ້າວທີ່ໜັກແໜ້ນ ກວດເບິ່ງນະ​ໂຍບາຍຕ່າງໆ ຂອງ​ເຂົາ​ເຈົ້າ​ ທີ່
ສົ່ງ​ເສີມ​ເສລີພາບ ໃນ​ການ​ປາກ​ເວົ້າ ຢູ່​ທົ່ວ​ໂລກ. ​ບໍລິສັດເຫຼົ່ານີ້ ​ສ່ວນຫຼາຍ​ໄດ້ມີ​ນະ​ໂຍ
ບາຍ ຫ້າມແຕະຕ້ອງ ​ໃນເວລາ​ກ່າວ​ເຖິງ ​ການບັນທອນການປາກ​ເວົ້າ ຍົກ​ເວັ້ນແຕ່ໃນ
​ເວລາ​ ມີ​ການ​ຍຸ​ໂຍງ​ໃຫ້ເກີດຄວາມ​ຮຸນ​ແຮງ ​ແລະ ເລື້ອງ​ໂປ້. ​ແຕ່​ວ່າ ສ່ວນໃຫຍ່ແລ້ວ
ເປັນແນວທາງທີ່ອະນຸຍາດໃຫ້ນັ້ນ ແມ່ນກຳລັງຈະໄດ້ມີການ​ກວດເບິ່ງຄືນໃໝ່.

ບໍລິສັດ ​ທວີດເຕີ ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ຫ້າມ ທ່ານ ໂຈນສ໌ ໂຄສົກ ລາຍການວິທະຍຸ ທີ່
ນິຍົມແນວທາງດັ້ງເດີມ ຂອງອາເມຣິກາ ​ເປັນ​ເວລາ​ເຈັດ​ວັນ ສຳລັບ ການລະເມີດ
ນະ​ໂຍບາຍຂອງຕົນ ໃນການ​ໃຊ້ຄຳເວົ້າ​ຫຍາບຄາຍ ​ໃນເວລາທີ່ຜູ້ກ່ຽວ ໄດ້ປາກົດວ່າ
ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ກໍ່ຄວາມ​ຮຸນ​ແຮງ​ ຕໍ່ສື່ມວນຊົນ ຊຶ່ງເປັນສິ່ງທີ່​ທ່ານ​ໄດ້​ປະຕິ​ເສດ.

ຢູ່​ໃນ​ລາຍການ​ຂອງ​ທ່ານ​ອາທິດ​ນີ້ ທ່ານ​ໂຈນສ໌ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ການ​ສົ່ງ​ຂໍ້ຄວາມ
​ທາງ​ທວິດ ​ໄດ້​ສົ່ງ​ເສີມ​ວີ​ດີ​ໂອ​ຂອງ​ທ່ານ​ຢ່າງ​ໃດ. ທ່ານ​ກ່າວ​ວ່າ “​ເຂົາ​ເຈົ້າ​ໄດ້​ເອົາ​ຂ້າ
ພະ​ເຈົ້າ​ລົງ. ​ເພາະວ່າ​ເຂົາ​ເຈົ້າ​ບໍ່​ຢາ​ກ​ໃຫ້​ຂ້າພະ​ເຈົ້າ​ມີ​ປາກ​ສຽງ.”

​ໃຂຕອນ​ຕົ້ນ​ເດືອນ​ນີ້ ​ແອບໂປລ ສະ​ໂປ​ຕິ​ຟາຍ ​ເຟສບຸກ ຢູທູບ ​ແລະ​ສື່​ສັງຄົມ​ອື່ນໆ​
ໄດ້​ຈຳກັດ​ທ່ານ​ໂຈນ​ສ໌ ​ແລະ​ບໍລິສັດ​ສື່​ອິນ​ໂຟ​ວາຣສ໌ ຂອງ​ທ່ານ​ຈາກກູ​ເກີ​ລ ​ແລະບັນດາ
​ຮ້າ​ນ​ແອັບໂປລ​ແອັບ. ນັກ​ຂ່າວ​ຜ່ານທາງ​ການ​ອອກກາດ ​ໄດ້​ກ່າວ​ວ່າຫລັກການວາງ​
ອຸບາຍການ​ຍິງ​ຂ້າ​ລ້າງ​ຈຳນວນ​ນຶ່ງ​ໃນ​ສະຫະລັດນັ້ນ ​ເປັນ​ເລື້ອງ​ຂີ້​ຕົວະ.

ທ່ານ​ນາງ​ອິຣີນາ ​ໄຣກູ ຫົວໜ້າ​ໂຄ​ງການ​ຈັນ​ບາ​ບັນ​ອິນ​ເຕີ​ແນັດ ຢູ່​ມະຫາວິທະ ຍາ​ໄລ
ເມືອງ​ແຊນ​ຕາ ຄລາຣາ ກ່າວ​ວ່າ ບັນດາ​ບໍລິສັດ​ອິນ​ເຕີແນັດ​ກຳລັງ​ເຄື່ອນ​ໜີ​ອອກຈາກ​
ໜ້າ​ທີ່ ທີ່​ໄດ້ຄວບ​ຄຸມ​ມາ​ດົນ​ນານ ທີ່​ເຂົາ​ເຈົ້າ​ບໍ່ຕ້ອງການທີ່ຈະ​ສັງ​ເກດ ​ການ​ລະບາຍ​
ອອກ​ມາ​ຢູ່​ໜ້າ​ແວັບ​ໄຊ​ຂອງເຂົາ​ເຈົ້າຢ່າ​ງ​ໃກ້​ຊິດ.

Tech Companies Struggle With How to Curtail Offensive Speech
please wait

No media source currently available

0:00 0:03:28 0:00

ອ່ານຂ່າວເພີ້ມເຕີມ ເປັນພາສາອັງກິດ

XS
SM
MD
LG