ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປິ່ນປົວ ໂຣກປອດແຫ້ງ ປະສົບທັງ ຄວາມກ້າວໜ້າ ແລະຄວາມລົ້ມແຫຼວ (ວີດີໂອ)


TB Treatment Sees Progress, Setbacks
please wait

No media source currently available

0:00 0:03:04 0:00

ເບິ່ງວີດີໂອ ເລື້ອງນີ້.

ມີ​ທັງຂ່າວ​ດີ ​ແລະ​ຂ່າວບໍ່​ດີ ​ທີ່​ແຈ້ງ​ໃຫ້​ຊາບ​ໃນ​ວັນໂຣກ
ປອດ​ແຫ້ງ​ຂອງ​ໂລກ ຫຼື World TB Day ຄື​ ວັນ​ທີ 24
ມີນາ ​ເມື່ອຕົ້ນສັບປະດາ​ນີ້. ຂ່າວ​ດີກໍ​ຄື​ວ່າ ມີ​ຢາ​ປົວພະ
ຍາດ​ຊະນິດ​ໃໝ່ ການທົດ​ລອງ​ໃໝ່ ແລະຢາ​ວັກ​ຊິນທີ່​
ໃຫ້​ຄວາມ​ຫວັງ ​ກຳລັງ​ຢູ່​ໃນ​ຂັ້ນ​ພັດທະນາ. ຂ່າວ​ບໍ່​ດີ​ກໍ​ຄື
ຢາ​ທີ່​ຕ້ານທານຕໍ່​ພະຍາດ​ດັ່ງກ່າວ ​ແມ່ນມີ​ຢູ່​ທົ່ວ​ໄປ ​ແລະ​
ມີ​ໂຣກປອດ​ແຫ້ງຊະນິດ​ໃໝ່ ​ທີ່​ຕ້ານທານ​ຕໍ່​ຢາ​ຫລາຍ​ໆ
ຢ່າງ ​ແລະ​ກຳລັງ​ຖືກ​ເອີ້ນວ່າ ເປັນໄພ​ຂົ່ມ​ຂູ່​ຕໍ່ໂລກ​.

ສິງ​ຈະ​ນຳ​ເອົາ​ ລາຍ​ງານຈາກ​ Carol Pearson ຜູ້​ສື່​ຂ່າວ
​ວີ​ໂອ​ເອ ມາສະ​ເໜີ​ທ່ານ ​.
ລິງໂດຍກົງ

ວັນນະ​ໂຣກຫຼື​ໂຣກປອດ​ແຫ້ງ ​ເປັນ​ພະຍາດເກົ່າ​ແກ່ ​ທີ່​ຍັງ​ຄົງ​ເປັນ​ບັນຫາ​ຂອງ​ໂລກ
​ຢູ່ ເຖິງແມ່ນ​ອົງການ​ອະນາ​ໄມ​ໂລກໄດ້ລາຍ​ງານ​ວ່າ ອັດຕາ​ຄົນ​ເສຍ​ຊີວິດ​ຍ້ອນ​ໂຣກ
ດັ່ງກ່າວ ​ໄດ້​ລົດ​ລົງ​ເກືອບເຖິງເຄິ່ງນຶ່ງ​ຂອງ​ອັດຕາ​ເມື່ອ 20 ປີ​ກ່ອນ ​ກໍ​ຕາມ ຍ້ອນ​ເຫດ
ຜົນ​ທີ່ ດຣ. Anthony Fauciຈາກ​ສະ​ຖາ​ບັນ​ອະນາ​ໄມ​ແຫ່ງ​ຊາດສະຫະລັດ​ ອະທິ
ບາຍ​ວ່າ:

ດຣ​. Fauci ກ່າວ​ວ່າ: “ນຶ່ງ​ສ່ວນ​ສາມ​ຂອງ​ຈຳນວນ​ປະຊາກອນ​ໂລກ ​ແມ່ນ​ມີ​
ເຊື້ອ​ພະຍາດ​ປອດ​ແຫ້ງ ​ລີ້​ຊ່ອນ​ຢູ່​ໃນ​ໂຕ. ​ເຂົາ​ເຈົ້າ​ບໍ່​ໄດ້​ເຈັບ​ປ່ວຍ ​ແຕ່​ກໍສາ
ມາດ​ເຈັບ​ປວດ​ໄດ້ ​ເພາະວ່າເຂົາ​ເຈົ້າ​ມີ​ເຊື້ອ​ພະຍາດ​ປອດ​ແຫ້ງຢູ່​ໃນ​ໂຕ​
ຂອງ​ເຂົາ​ເຈົ້າ
.”

ດຣ​. Fawci ​ເປັນ​ຫົວໜ້າ​ພະ​ແນ​ກພະຍາດ​ທີ່​ມາ​ຈາກ​ເຊື້ອ​ໂຣກ ຢູ່​ສະ​ຖາ​ບັນ​ອະນາ​
ໄມ​ແຫ່ງ​ຊາດສະຫະລັດ. ທ່ານ​ກ່າວ​ວ່າ ​ພວກຜູ້​ຄົນ​ສ່ວນ​ຫຼາຍ​ທີ່​ຕິດ​ເຊື້ອ​ພະຍາດ​ປອດ​ແຫ້ງແມ່ນອາໄສ​ຢູ່​ໃນ​ບັນາປະ​ເທດ​ກຳລັງ​ພັດທະນາ ​ແລະ​ພວກ​ຜູ້​ຄົນ​ທີ່​ຕິດ​ເຊື້ອ HIV
ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ ​ແມ່ນມີ​ຄວາມ​ສ່ຽງ​ສູງທີ່​ຈະ​ຕິດ​ເຊື້ອ​ວັນນະໂຣກ ຫຼື
ປອດ​ແຫ້ງ.

ດຣ. Fawci ກ່າວ​ວ່າ : “ໃນ​ແຕ່ລະ​ປີ ມີ​ຄົນ​ຕິດ​ເຊື້ອ​ພະຍາດ​ປອດ​ແຫ້ງ ລາຍ
ໃໝ່​ ຕື່ມ​ອີກ​ຫຼາຍ​ກວ່າ 8 ລ້ານ​ຄົນ ທີ່​ເຈັບ​ປ່ວຍເປັນ​ພະຍາດ​ດັ່ງກ່າວ​ໃນ​ທີ່
ສຸດ​.


ປະຊາຊົນ 1 ລ້ານ 3 ​ແສນ​ຄົນ​ເສຍ​ຊີວິດ​ຍ້ອນ​ໂຣກປອດ​ແຫ້ງ​ໃນ​ປີ​ແລ້ວ​ນີ້. ກຸ່ມ
ຊ່ອຍ​ເຫຼືອ​ດ້ານ​ການແພດ ຄື Doctors without Borders ຫຼື​ນາຍ​ແພດ​ບໍ່​ມີ​
ພົມ​ແດນ ​ເຕືອນ​ວ່າ ພະຍາດ​ປອດ​ແຫ້ງ​ທີ່​ຕ້ານທານ​ຕໍ່​ຢາ​ປົວ ຫຼືດື້​ຢາ ​ໄດ້​ກາຍ​
ມາ​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະຊາກອນ​ໂລກ. ພະຍາດ​ປອດ​ແຫ້ງ​ແມ່ນ​ເກີດ​ຈາກ​ເຊື້ອ​
ໂຣກ ຫຼື bacteria.

Dr. Dean Schraufnagel ຈາກ​ມະຫາວິທະຍາ​ໄລ ​ອິລລີ​ນອຍ ທີ່​ນະຄອນ
Chicago ກ່າວ​ວ່າ ພະຍາດ​ນີ້​ແຜ່​ລາມ​ອອກ​ໄປ ​ນຳ​ໄອ.

Dr. Dean Schraufnagel ປິ່ນປົວ​ຄົນ​ທີ່​ຕິດ​ໂຣກປອດ​ແຫ້ງ ​ປະມານ 200
ຄົນ​ຕໍ່​ປີ. ​ທ່ານ​ໄດ້​ໂອ້​ລົມ​ກັບ​ວີ​ໂອ​ເອ ຜ່ານທາງSkype.

ດຣ​. Schraufnagel ກ່າວ​ວ່າ “​ເວລາ​ໃດ​ການ​ປິ່ນປົວ​ເລີ້ມ​ຂຶ້ນ ​ໂຮ​ກ​ນີ້​ກໍ​
ກາຍ​ເປັນໂຣກທີ່​ບໍ່​ຕິດ​ແປດ​ໄດ້ ​ຢ່າງ​ໄວວາ​.”


ສະ​ນັ້ນ ການ​ປິ່ນປົວ​ແລະ​ການ​ປ້ອງ​ກັນ ກໍ​ແມ່ນ​ພົວພັນ​ກັນ​ແລະ​ຄວບ​ຄູ່​ກັນ​ໄປ.

ດຣ​. Schraufnagel ​ເວົ້າ​ວ່າ “ການ​ປິ່ນປົວ ​ແທ້ໆ​ແລ້ວ ກໍແມ່ນ​ການ​ປ້ອງ​
ກັນ ​ເພາະວ່າ ເວລາ​ໃດ​ເຮົາ​ເລີ້ມ​ປິ່ນປົວ​ຄົນ​ຜູ້​ນຶ່ງ​ແລ້ວ ຄົນ​ຜູ້​ນັ້​ນກໍຈະ​ບໍ່​
ສາມາດ​ເອົາ​ພະຍາດ​ນີ້ ອອກ​ໄປ​ແຜ່ຜາຍ ​ຕິດ​ຄົນ​ອື່ນ​ໄດ້.”


ບັນຫາ​ກໍ​ແມ່ນ​ວ່າ ມີຜູ້​ຄົນ​ຫຼາຍ​ຕື້​ຄົນທີ່​ບໍ່​ຮູ້ຈັກ​ວ່າຕົນ​ເປັນ​ໂຣກປອດ​ແຫ້ງ​ ​ແລະ​
ກໍ​ມີ​ພວກ​ທີ່ບໍ່ໄປ​ຮັບ​ການ​ປິ່ນປົວ ຫຼື​ເຊົາ​ກິນ​ຢາ. ​ແຕ່ຢ່າງ​ໃດ​ກໍ​ຕາມ ​ຂ່າວ​ດີກໍ​ຍັງ​
ມີ​ຢູ່.

ດຣ. Fawci ກ່າວ​ວ່າ: “​ໃນ​ຊ່ວງ​ສິບ​ກວ່າ​ປີຜ່ານມາ​ນີ້ ຈຳນວນ​ຄົນ​ທີ່​ຕິດ​
ເຊື້ອ ​ແລະ​ຈຳນວນ​ຜູ້​ເສຍ​ຊີວິດ ຍ້ອນ​ໂຣກປອດ​ແຫ້ງ ​ໄດ້​ຫລຸດ​ລົງ ຊຶ່ງ
ສ່ວນ​ຫຼາຍ​ແມ່ນ​ຜ່ານ​ການ​ເອົາ​ມາດ​ຕະການທາງສາທາລະນະ​ສຸກ​.”


ສ່ວນ ດຣ​. Schraufnagel ກໍກ່າວ​ວ່າ: “ພວກ​ເຮົາ​ຈະລະ​ເລີຍ​ໃນ​ເລື້​ອງ
ນີ້ບໍ່​ໄດ້. ພວກ​ເຮົາ​ຈະ​ເວົ້າ​ບໍ່​ໄດ້ວ່າ ‘OK ພວກ​ເຮົາ​ໄດ້​ທຳ​ຄວາມ​ຄືບ​
ໜ້າ​ແດ່​ແລ້ວ. ສະ​ນັ້ນ ກໍບໍ່ຈຳ​ເປັນ​ຕ້ອງເຮັດ​ຫຍັງ​ຕື່ມ​ອີກ​.”


ແມ່ນແລ້ວ ເພາະມັນເປັນທີ່ຈະແຈ້ງວ່າ ຖ້າພະຍາດປອດແຫ້ງບໍ່ຖືກຄວບຄຸມ
ໄວ້​ຕັ້ງ​ແຕ່​ຫົວທີ ແລະເຊື້ອ​ພະຍາດນີ້ສາ​ຍພັນ​ທີ່​ດື້ຢາ​ນັ້ນ ​ແຜ່​ລາມ​ອອກ​ໄປ​
ແລ້ວໂລກ​ກໍ​ຈະ​ປະ​ເຊີນ​ກັບ​ໄພອັນຕະລາຍ​ເຖິງ​ຕາຍ ທີ່​ຮ້າຍ​ແຮງ​ກ່ວາ​ເກົ່າ​ອີກ.
XS
SM
MD
LG