ວັນນະໂຣກ. ຄືຢູ່ໃນການທົດລອງປິ່ນປົວທາງຄລີນິກນັ້ນ ພວກ
ຢາເຫລົ່ານັ້ນ ໄດ້ຂ້າເຊື້ອໂຣກ TB ຢູ່ໃນຄົນປ່ວຍທີ່ມີເຊື້ອ HIV
ໄດ້ຫລາຍກ່ວາ 99% ພາຍໃນເວລາສອງອາທິດ. ດຣ. ແດນ
ແອັວ ເວີຣິດ (Dan Everitt) ເປັນຜູ້ນຶ່ງໃນພວກນັກຄົ້ນຄວ້າທີ່
ທໍາການສຶກສາຄົ້ນຄວ້າຢາໃໝ່ດັ່ງກ່າວນັ້ນ ແລະເປັນເຈົ້າໜ້າທີ່
ການແພດອາວຸໂສ ໃນສະຫະພັນວັນນະໂຣກ, ຊຶ່ງເປັນກຸ່ມເອກະ
ຊົນທີ່ສົ່ງເສີມການພັດທະນາວິທີການໃໝ່ໆສໍາລັບປິ່ນປົວເຊື້ອ
ໂຣກ TB. ທ່ານກ່າວວ່າ ການໃຊ້ຢາດັ່ງກ່າວນີ້ປະສົມ
ປະສານ ກັນແມ່ນເປັນຂ່າວດີສໍາລັບຫລາຍໆລ້ານຄົນ ທີ່ຕິດ
ທັງເຊື້ອໂຣກ TB ແລະເຊື້ອ HIV. ທ່ານກ່າວວ່າ:
"ສໍາລັບລະບົບການປິ່ນປົວດ້ວຍຢານີ້ ພວກເຮົາບໍ່ຄາດວ່າ ຈະມີປະຕິກິລິຍາ ຕອບໂຕ້ທີ່ ເປັນບັນຫາຕໍ່ພວກຢາທີ່ໃຊ້ປົວເຊື້ອ HIV. ສ່ວນຢາທີ່ໃຊ້ປົວເຊື້ອ TB ໃນຄົນປ່ວຍທີ່ຕິດເຊື້ອ HIV ຢູ່ໃນປັດຈຸບັນນີ້ ແມ່ນເຮັດໃຫ້ມີປະຕິກິລິຍາ ຕອບໂຕ້ ທີ່ເປັນບັນຫາຫລາຍ ແລະຫຍຸ້ງຍາກຕໍ່ຢາທີ່ໃຊ້ປົວການຕິດເຊື້ອ HIV."
ດຣ. ກອດຟຣີດ ເຮີນຊອລ (Gottfried Hirnchall) ຜູ້ຊີ້ນໍາໂຄງ
ການ HIV/AIDS ຂອງອົງການອະນາໄມໂລກ ຫລື WHOໄດ້
ກ່າວຕໍ່ວີໂອເອ ໂດຍຜ່ານທາງອິນເຕີແນັດ ຫລືສະໄກພ໌ວ່າ: ການ
ຕິດທັງເຊື້ອ TB ແລະ HIV ນໍາກັນນັ້ນ ແມ່ນເປັນເລື້ອງທໍາມະດາ
ທີ່ສຸດ ຈົນວ່າການບໍ່ປິ່ນປົວເຊື້ອ TB ໃຫ້ຄົນປ່ວຍທີ່ຕິດເຊື້ອ HIV
ນັ້ນ ຈະກາຍເປັນການພາດໂອກາດໄປໃນການປ້ອງກັນສຸຂະ
ພາບຂອງສາທາລະນະຊົນ. ດຣ. ເຮີນຊອລ ກ່າວວ່າ:
"ສະນັ້ນ ພວກເຮົາຢາກຈະນໍາເອົາການບໍລິການດ້ານການ
ປິ່ນປົວ HIV ແລະໂຄງການ HIV ໃຫ້ເຂົ້າມາຕິດແທດກັບ
ການບໍລິການແລະໂຄງການປິ່ນປົວເຊື້ອ TB ຫລາຍຂຶ້ນ."
ດຣ. ແອັວເວີຣິດ ກ່າວອີກວ່າ ການໃຊ້ຢາໃໝ່ດັ່ງກ່າວນີ້ ປະສົມປະສານກັນແມ່ນຈະສະ ໜອງການປິ່ນປົວໄດ້ໄວກວ່າ ແລະງ່າຍກວ່າ ແລະຈະແກ້ໄຂບັນຫາສະພາບການດື້ຢາ ທີ່ ນັບມື້ເພີ້ມທະວີ ຂຶ້ນ ຢູ່ໃນພວກຄົນປ່ວຍທີ່ມີທັງເຊື້ອ TB ແລະ HIV ນັ້ນ.
"ຖ້າຫາກເຮົາວາດພາບເບິ່ງວ່າ ມີຢາ 5 ຫາ 7 ຢ່າງສໍາລັບປົວ ເຊື້ອ TB ແລະ ມີ ອີກ 3 ຢ່າງສໍາລັບປົວການຕິດເຊື້ອ HIV; ພ້ອມທັງມີຢາອື່ນອີກ 2-3 ຢ່າງ ກໍຖືວ່າ
ເປັນຢາຈໍານວນຫລວງຫລາຍແລ້ວ ພ້ອມທັງປະຕິກິລິຍາຕອບໂຕ້ກັນ ແລະຜົນ
ຂ້າງຄຽງທັງໝົດນັ້ນອີກ. ແຕ່ວ່າ ສໍາລັບຢາໃໝ່ນີ້ ພວກເຮົາຫວັງວ່າ ຈະເປັນການ ລະບົບປິ່ນປົວທີ່ໃຊ້ຢາພຽງ 3 ຢ່າງເປັນເວລາ 4 ເດືອນ ຊຶ່ງຈະເປັນບາດກ້າວໄປ
ທາງໜ້າຢ່າງໃຫຍ່ ບາດກ້າວນຶ່ງ ສໍາລັບຄົນມີເຊື້ອ HIV ທີ່ປ່ວຍເປັນປອດແຫ້ງ
ທີ່ກິນຢາຫລາຍໆ ຢ່າງພ້ອມກັນ ໃນເວລານີ້."
ຄະນະຜູ້ຂຽນລາຍງານການສຶກສາຄົ້ນຄວ້ານີ້ເວົ້າວ່າ ການໃຊ້ຢາສາມຊະນິດປະສົມກັນ ດັ່ງກ່າວ ຍັງໃຫ້ຄວາມຫວັງໃນການກໍາຈັດຄວາມຈໍາເປັນສໍາລັບການສັກຢາ ໃນການ ປິ່ນປົວເຊື້ອ TB ທີ່ດື້ຢາຫລາຍຢ່າງ ແລະ ເຊື້ອ TB ທີ່ດື້ຢາຢ່າງຮ້າຍແຮງທີ່ສຸດນັ້ນ ແລະ
ມັນຍັງສາມາດທີ່ຈະຕັດຄ່າການປິ່ນປົວພະຍາດວັນນະໂຣກ ລົງໄດ້ປະມານ 90% ອີກດ້ວຍ.
ເບິ່ງວີດິໂອກ່ຽວກັບເລື້ອງນີ້ເປັນພາສາລາວ