ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ນາງ ເທເລີ ສວິຟ ຮັບຮອງເອົາ ທ່ານນາງ ຄາມາລາ ແຮຣິສ ໃຫ້ເປັນປະທານາທິບໍດີ ຫຼັງຈາກການໂຕ້ວາທີ ສິ້ນສຸດລົງ


(ແຟ້ມພາບ) ນັກຮ້ອງຊາວອາເມຣິກັນ ແລະ ເປັນນັກແຕ່ງເພງ ນາງເທເລີ ສວິຟ (Taylor Swift) ກຳລັງສະແດງຢູ່ເທິງເວທີ ອັນເປັນສ່ວນນຶ່ງຂອງການໄປສະແດງຄອນເສີດຂອງນາງຄື Eras Tour ໃນເມືອງລິສບອນ ເມື່ອວັນທີ 24 ພຶດສະພາ 2024.
(ແຟ້ມພາບ) ນັກຮ້ອງຊາວອາເມຣິກັນ ແລະ ເປັນນັກແຕ່ງເພງ ນາງເທເລີ ສວິຟ (Taylor Swift) ກຳລັງສະແດງຢູ່ເທິງເວທີ ອັນເປັນສ່ວນນຶ່ງຂອງການໄປສະແດງຄອນເສີດຂອງນາງຄື Eras Tour ໃນເມືອງລິສບອນ ເມື່ອວັນທີ 24 ພຶດສະພາ 2024.

ນາງ ເທເລີ ສວິຟ ນຶ່ງໃນດາລານັກຮ້ອງທີ່ດັງທີ່ສຸດໃນອຸດ​ສາ​ຫະ​ກຳດົນຕີ ໄດ້ຮັບຮອງ ທ່ານນາງ ຄາມາລາ ແຮຣິສ ໃຫ້ເປັນປະທານາທິບໍດີ ບໍ່ດົນຫຼັງຈາກການໂຕ້ວາທີໄດ້ສິ້ນສຸດລົງ ໃນຕອນແລງວັນອັງຄານວານນີ້.

“ຂ້ອຍຄຶດວ່າ ທ່ານນາງ ຄວບຄຸມສະຖານະການໄດ້ດີ ແລະເປັນຜູ້ນຳທີ່ມີພອນສະຫວັນ ແລະຂ້ອຍເຊື່ອວ່າ ພວກເຮົາສາມາດສຳເລັດຜົນໄດ້ຫຼາຍຢ່າງ ໃນປະເທດນີ້ ຖ້າພວກເຮົາຖືກນຳພາດ້ວຍຄວາມສະຫງົບສຸກ ແລະບໍ່ວຸ້ນວາຍ” ນາງສວິຟ ໄດ້ຂຽນລົງໃນສື່ສັງຄົມເທເລີແກຣມ ເຊິ່ງໄດ້ໃຫ້ລິ້ງ (link) ຫຼືທີ່ຢູ່ຂອງເວັບໄຊ ເພື່ອລົງທະບຽນສຳລັບຜູ້ມີສິດເລືອກຕັ້ງ.

ນາງສວິຟ ໄດ້ມີພວກກຸ່ມຜູ້ຍິງໄວໜຸ່ມທີ່ໄດ້ຕິດຕາມນາງເປັນປະຈຳ ອັນເປັນກຸ່ມ ປະຊາກອນທີ່ສຳຄັນຕໍ່ການເລືອກຕັ້ງ ໃນເດືອນພະຈິກ ແລະການສະແດງຂອງນາງຄັ້ງຫຼ້າສຸດ ກໍຂາຍປີໄປໄດ້ຈຳນວນຫຼາຍກວ່າ 1 ຕື້ໂດລາ. ພາຍໃນເຄິ່ງຊົ່ວໂມງ ຂໍ້ຄວາມທີ່ໄດ້ຂຽນລົງນັ້ນ ໄດ້ຮັບການກົດໄລ້ຫຼາຍກວ່າ 2 ລ້ານ 3 ແສນເທື່ອ.

ນາງໄດ້ລວມເອົາຮູບຂອງຕົນເອງທີ່ອຸ້ມແມວຂອງນາງ ຊື່ວ່າ Benjamin Button ແລະໄດ້ລົງນາມ ໃນຂໍ້ຄວາມດັ່ງກ່າວດ້ວຍຄຳວ່າ “ນາງແມວທີ່ຂາດລູກ ຫຼື Childless Cat Lady.” ຄວາມເຫັນດັ່ງກ່າວ ອ້າງເຖິງຄວາມເຫັນທີ່ທ່ານ ເຈດີ ແວນສ໌ (JD Vance) ຄູ່ຮ່ວມລົງແຂ່ງຂັນຂອງທ່ານດໍໂນລ ທຣຳ ໄດ້ກ່າວໄປເມື່ອສາມປີກ່ອນ ກ່ຽວກັບພວກແມ່ຍິງທີ່ບໍ່ມີລູກເຕົ້ານັ້ນ ບໍ່ມີສ່ວນໄດ້ສ່ວນເສຍທີ່ເທົ່າທຽມ ໃນອະນາຄົດຂອງປະເທດ.

ເຈົ້າໜ້າທີ່ອາວຸໂສດ້ານການໂຄສະນາຫາສຽງຂອງທ່ານນາງ ແຮຣິສ ໄດ້ກ່າວ ເຖິງການຮັບຮອງດັ່ງກ່າວວ່າ ບໍ່ເປັນການປະສານງານກັນກັບຄະນະໂຄສະນາ ຫາສຽງ. ທ່ານທິມ ວອລສ໌ ຄູ່ຮ່ວມລົງແຂ່ງຂັນ, ໄດ້ປາກົດວ່າ ຮຽນຮູ້ກ່ຽວກັບ ການຮອງຮັບດັ່ງກ່າວ ໃນລະຫວ່າງການໃຫ້ສຳພາດສົດຢູ່ສະຖານີໂທລະພາບ MSNBC. ຂະນະທີ່ທ່ານນາງ ເຣໂຊລ ແມດດາວ ພວມອ່ານຂໍ້ຄວາມຢູ່ນັ້ນ ທ່ານວອລສ໌ ກໍໄດ້ຍິ້ມອອກມາ ແລະຕົບໜ້າເອິກຂອງທ່ານ.

ທ່ານວອລສ໌ ໄດ້ກ່າວວ່າ “ນັ້ນເປັນຄຳທີ່ນິ້ມນວນ. ແລະມັນເປັນທີ່ແຈ່ມແຈ້ງ, ແລະອັນນັ້ນ ເປັນຄວາມກ້າຫານແບບທີ່ພວກເຮົາຕ້ອງການໃນອາເມຣິກາ ເພື່ອລຸກຢືນຂຶ້ນ.”

ນາງສວິຟ ໄດ້ຂຽນວ່າ ການຮັບຮອງຂອງ​ນາງ​ເປັນ ສ່ວນນຶ່ງທີ່​ຖືກກະຕຸ້ນໂດຍ ການຕັດສິນໃຈຂອງທ່ານທຣຳ ທີ່ໄດ້ນຳເອົາຮູບຕ່າງໆທີ່ສ້າງຂຶ້ນມາດ້ວຍ ປັນຍາປະດິດ ຫຼື AI ທີ່ຊີ້​ໃຫ້​ເຫັນວ່າ ນາງໄດ້ຮັບຮອງເອົາທ່ານ. ຮູບນຶ່ງສະ ແດງໃຫ້ເຫັນນາງສວິຟ ແຕ່ງກາຍຄື ລຸງ ແຊມ ແລະມີຂໍ້ຄວາມທີ່ກ່າວວ່າ “ເທເລີ ຕ້ອງການເຈົ້າ ໃຫ້ປ່ອນບັດ ແກ່ ດໍໂນລ ທຣຳ.”

Taylor Swift, one of the music industry's biggest stars, endorsed Kamala Harris for president shortly after the debate ended on Tuesday night.

"I think she is a steady-handed, gifted leader and I believe we can accomplish so much more in this country if we are led by calm and not chaos," Swift wrote in an Instagram post, which included a link to a voter registration website.

Swift has a dedicated following among young women, a key demographic in the November election, and her latest tour has generated more than $1 billion in ticket sales. In a half hour, the post received more than 2.3 million likes.

Singer Taylor Swift endorses Democratic Vice President Kamala Harris, following the presidential debate between former U.S. President Donald Trump and Harris, in a post on Instagram in this screenshot taken from a social media post, Sept. 10, 2024.
Singer Taylor Swift endorses Democratic Vice President Kamala Harris, following the presidential debate between former U.S. President Donald Trump and Harris, in a post on Instagram in this screenshot taken from a social media post, Sept. 10, 2024.

She included a picture of herself holding her cat Benjamin Button, and she signed the message "Childless Cat Lady." The remark is a reference to 3-year-old comments made by JD Vance, Donald Trump's running mate, about women without children not having an equal stake in the country's future.

A Harris senior campaign official said the endorsement was not coordinated with the campaign. Tim Walz, Harris' running mate, appeared to learn about the endorsement in the middle of a live interview on MSNBC. As Rachel Maddow read the text, Walz broke into a smile and patted his chest.

"That was eloquent. And it was clear," Walz said. "And that's the kind of courage we need in America to stand up."

Swift wrote that her endorsement was partially prompted by Trump's decision to post AI-generated pictures suggesting that she had endorsed him. One showed Swift dressed as Uncle Sam, and the text said, "Taylor wants YOU to VOTE for DONALD TRUMP."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG