ສະພາສູງສະຫະລັດ ໄດ້ລົງຄະແນນສຽງ ເມື່ອຕອນແລງວັນອັງຄານວານນີ້ ເພື່ອປັບ
ປ່ຽນລະບົບ ພາສີ ຂອງອາເມຣິກາ ເຊິ່ງຈະເຮັດໃຫ້ ປະທານາທິບໍດີ ດໍໂນລ ທຣຳ ແລະ
ພັກຣີພັບບລີກັນ ໃນລັດຖະສະພາ ເຫຼືອພຽງແຕ່ຄະແນນສຽງດຽວເທົ່ານັ້ນ ທີ່ຈະໄດ້ຮັບ
ໄຊຊະນະ ໃນການອອກກົດໝາຍທີ່ສຳຄັນຍິ່ງ ແລະປະຕິບັດຕາມ ຄຳໝັ້ນສັນຢາ
ໃນການໂຄສະນາຫາສຽງ.
ບັນດາສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທັງໝົດ 51 ທ່ານ ໄດ້ລົງຄະແນນ
ສຽງ ເຫັນດີເຫັນພ້ອມ ກັບ ກົດໝາຍວ່າດ້ວຍການຕັດພາສີລົງ ແລະວຽກເຮັດງານທຳ
ໃນຂະນະດຽວກັນ ບັນດາສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທັງໝົດ 48
ທ່ານ ໄດ້ຄັດຄ້ານ ຕໍ່ກົດໝາຍນີ້.
ທ່ານໄມ້ ເອັນຊີ (Mike Enzi) ສະມາຊິກສະພາສູງ ຈາກລັດວາຍໂອມິ້ງ ສັງກັດພັກ
ຣີພັບບລີກັນ ປະທານຄະນະກຳມະການດ້ານງົບປະມານຂອງສະພາສູງ ກ່າວວ່າ
“ໃນມື້ນີ້ ພວກເຮົາຢືນຢູ່ຕໍ່ໜ້າຜາ ຂອງການປ່ຽນແປງຄັ້ງໃຫຍ່ທີ່ສຸດ ຕໍ່ລະບົບພາສີ
ຂອງພວກເຮົາ ໃນຮອບໄລຍະ 30 ປີ. ອັນນີ້ ເປັນວາລະທີ່ເປັນປະຫວັດສາດ.”
ສ່ວນທ່ານ ຣອນ ວາຍເດັນ (Ron Wyden) ສະມາຊິກສະພາສູງ ຈາກລັດອໍເຣີກັນ
ສັງກັດພັກເດໂມແຄຣັດ ລະດັບສູງ ຢູ່ໃນຄະນະກຳມະການດ້ານການເງິນ ຂອງ
ສະພາສູງ ກໍໄດ້ກ່າວວ່າ “ໃນມື້ນີ້ ພັກຣີພັບບລີກັນ ຫັນຫຼັງໃຫ້ແກ່ ຊົນຊັ້ນກາງ ຂອງ
ອາເມຣິກາ ຢ່າງເປັນທາງການ. ການລົງຄະແນນສຽງນີ້ ຈະບໍ່ສາມາດລືມໄດ້.”
ຮ່າງກົດໝາຍດັ່ງກ່າວ ຈະຕັດພາສີບໍລິສັດໃຫຍ່ໆ ລົງຢ່າງຖາວອນ ຕັດພາສີລາຍໄດ້
ຂອງຊາວອາເມຣິກັນ ທີ່ໄດ້ຈາກຄ່າວ່າຈ້າງ ແລະ ເງິນເດືອນ ທີ່ຈ່າຍໃຫ້ລັດ ເປັນການ
ຊົ່ວຄາວ ວາງກຳນົດພາສີຫັກອອກ ທີ່ນິຍົມກັນ ແລະ ເພີ່ມໜີ້ສິນແຫ່ງຊາດຂອງ
ສະຫະລັດ ຂຶ້ນ ໂດຍຢ່າງໜ້ອຍ 1 ພັນລ້ານໂດລາ ຕະຫຼອດໄລຍະ 10 ປີ.
ສະພາຕ່ຳ ນຳພາໂດຍ ພັກຣີພັບບລີກັນ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວ
ເມື່ອຕອນເຊົ້າມື້ດຽວກັນ ໂດຍການລົງຄະແນນສຽງ ຕາມແຜນການຂອງພັກ. ຮ່າງກົດ
ໝາຍນີ້ ຕ້ອງກັບຄືນມາຍັງສະພາຕ່ຳ ໃນຕອນແລງວັນພຸດມື້ນີ້ ເພື່ອການລົງຄະແນນ
ສຽງຂັ້ນສຸດທ້າຍ ທີ່ຈະດັດແປງເລື່ອງຕ່າງໆ ໃນດ້ານເຕັກນິກບາງຢ່າງ ກ່ອນທີ່ມັນຈະ
ສາມາດ ສົ່ງໄປໃຫ້ປະທານາທິບໍດີ ທຣຳ ລົງນາມ ທີ່ທຳນຽບຂາວ.
ພວກພັກຣີພັບບລີກັນໂຕ້ຖຽງວ່າ ການຕັດພາສີນີ້ ຈະຊຸກຍູ້ເສຖກິດ ທັງຈະເຮັດໃຫ້
ທຸຣະກິດຂອງອາເມຣິກັນແຂ່ງຂັນໄດ້ດີ ຢູ່ທັງພາຍໃນ ແລະຕ່າງປະເທດ.