ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ້ອມ ​ເຣນ​ໂບວ໌ - ສີ​ພັນ​ດອນ


ຕ້ອມ ເຣນໂບວ໌
ຕ້ອມ ເຣນໂບວ໌

ລາຍການສຽງເພງ ຈາກແດນໄກ ຂອງວີໂອເອ ໃນແລງວັນອາທິດມື້ນີ້ ສະເໜີເພງຕາມຄໍາຂໍ ຂອງທ່ານຜູ້ຟັງ ທີ່ຂຽນທັງຈົດໝາຍ ແລະ email ເຂົ້າມາ.

ສະບາຍດີ​ທຸກໆທ່ານ ​ ກັບມາພົບ​ກັບວັນນະສອນ ​ເຊັ່ນ​ເຄີຍ​
ໃນ​ຄໍ່າ​ຄືນ​ຂອງ​ວັນ​ອາທິດນີ້ ພ້ອມ​ກັບ​ເພງ ຂັບລໍາ​ລາວ​ຂະ​ນານ​
ແທ້ ໃນ​ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA

​ຂໍ​ເລີ່​ມດ້ວ​ຍເພງງກຸຫຼາບ​ປາກ​ຊັນ ຊຶ່ງຂໍ​ຈັດໃຫ້ທ່ານ​ຜູ້​ຟັງຈາກສປປ
ລາວ​ ອະນຸລັກ ​ແກ້ວມະນີ ທີ່​ຂຽນ email ​ເຂົ້າ​ມາ​ຜ່າ​ນທາງ​ຍາ​
ເອື້ອຍ ດາຣາ ບັກ​ກໍາ ​ຊຶ່ງ​ເພງ​ນີ້ ​ເປັນ​ເພງດັງ​ໃນ​ອະດີດທີ່ຟັງ​
ຍາມໃດກໍປະ​ທັບ​ໃຈ​ຍາມ​ນັ້ນ​ ​ແລະ​ກໍ​ໄດ້​ມີ​ຫຼາຍ​ນັກ​ຮ້ອງ​ທັງ​ທີ່​ເປັນ
​ຄົນລາວ​ແລະ​ຊາວ​ຕ່າງ​ຊາດ​ນໍາ​ມາ​ຂັບ​ຮ້ອງ ​ແຕ່​ສະບັບ​ນີ້​ເປັນ​
ຂອງ ສິນລະປິນໜຸ່ມ ຊື່ ຕະວັນ​. ອະນຸລັກ ຂໍ​ເພງມາ​ເພື່ອ​ຈັດ​ມອບ​
ພິ​ເສດ​ໃຫ້​ເປັນ​ຂອງຂວັນ​ແທນ​ໃຈ ​ແທນ​ຄວາມ​ຮັກ ແລະ​ຫວ່ງ​ຫາ
​ອາທອນ​ຕໍ່ມານດາ​ຜູ້​ບັງເກີດ​ເກົ້າ ​ເພາະວ່າ ວັນ​ທີ 26 ​ເມສາ​ນີ້​ເປັນ​
ວັນ​ເກີດຂອງ​ເພິ່ນ​.ວັນນະ​ສອນ​ຂໍ​ມອບ​ເພງ​ນີ້​ໃຫ້ທັງ​ອະນຸລັກ​ແລະ
​ແມ່ ຈົ່ງ​ໄດ້​ຮັບ​ຟັງ​ຮ່ວມ​ກັນ​ ​ແລະຂໍ​ໃຫ້​ມີສຸກຂະພາບ​ເຂັ້ມ​ແຂງ​ ໝັ້ນ​ຍືນຍາວ​ນານ​ຕະ​ຫຼອດ​
ໄປ​ເຖີ້ນ.
ເພງ “ກຸຫຼາບ​ປາກ​ຊັນ ໂດຍ ຕະວັນ

​ສ່ວນ​ລໍາ “ສີ​ພັນ​ດອນ” ນີ້ ຂອງ ຕ້ອມ ​ເຣນ​ໂບວ໌ ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຂໍ​ຈັດ​ມອບ​ໃຫ້​
ຕາມ​ຄໍາ​ຂໍ ຂອງ​ຍາ​ລຸງ ສະຫວ່າງ ທອງ​ບໍ່ ຜູ້​ຟັງ​ຈາກ ຈັງ​ວັດ​ໜອງ​ບົວ​ລໍາ​ພູ ປະ​ເທດ​ໄທ
ຊຶ່ງ​ເພິ່ນ​ຂຽນ ຈ.​ມ. ມາ​ຂອບ​ໃຈ​ສໍາລັບ​ປະຕິທິນ ປີ ​2013 ທີ່​ທາງ VOA ສົ່ງໄປໃຫ້ ​ແລະວ່າ
ໄດ້ຮັບແລ້ວ ຫວັງວ່າ ພໍໄດ້ຟັງເພງນີ້ແລ້ວ ຈາກນີ້ຕໍ່ໄປໜ້າ ຄົງຈະໄດ້ເຫັນຍາລຸງຂຽນເຂົ້າ
ມາອີກ ຂໍເຊີນໄປຮັບຟັງພ້ອມໆກັນເລີຍ “ສີ​ພັນ​ດອນ”
ລໍາ: “ສີ​ພັນ​ດອນ” ໂດຍ ຕ້ອມ ​ເຣນ​ໂບວ໌



ສ່ວນຈົດໝາຍສະບັບສຸດທ້າຍ ຈາກທ່ານ ສຸຣິຍົງ ສຸມຸນທາ ແມ່ນຂຽນເຂົ້າມາ​ຜ່ານທາງ FB
ບອກ​ມາ​ວ່າ ມັກ​ຟັງ VOA ຫຼາຍວ່າ​ຊັ້ນ ຟັງເປັນປະຈໍາທຸກໆມື້ເລີຍ ພ້ອມນີ້ ຍັງຝາກຖາມ
ສະບາຍດີປີໃໝ່ ແດ່ເຈົ້າໜ້າທີ່ VOA ທຸກໆທ່ານ ແລະຍັງບອກອີກວ່າ ລໍຖ້າຟັງສຽງວັນນະ
ສອນດົນໂພດແລ້ວ ແຕ່ເຖິງຢ່າງໃດກໍດີ​ ວັນນະສອນກໍໄດ້ກັບມາແລ້ວ ກັບມາຈັດເພງໃຫ້
ທ່ານຜູ້ຟັງໄດ້ຮັບຟັງກັນເຊັ່ນເຄີຍ ວັນນະສອນຂໍຈັດເພງ “ສາວງາມ​ເມືອງ​ລາວ” ຂອງ
ສິນລະປິນລາວ ອາເມຣິກັນ ຈາກລັດ Florida ເລະ ແກ້ວທະວີ

ຂໍໃຫ້ທຸກໆທ່ານນອນລັບຝັນດີ​.

ເພງ “ສາວງາມເມືອງລາວ” ໂດຍ ເລະ ແກ້ວທະວີ
XS
SM
MD
LG