ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກປາດຊາວມຸສລິມ ຖືກປະຕິເສດ ບໍ່ໃຫ້ປະກັນຕົວ ໃນຄະດີຂົ່ມຂືນ ຄົນຝຣັ່ງ


ທ່ານ ຕາຣິກ ຣາມາດານ ລົມກັບນັກຂ່າວ ຫຼັງຈາກກອງປະຊຸມທີ່ວັດອິສລາມ ເອີ-ຣາມາ, ເມືອງ ນັອງ "Nantes," ພາກຕາເວັນຕົກຂອງປະເທດ ຝຣັ່ງ. 25 ເມສາ 2010.
ທ່ານ ຕາຣິກ ຣາມາດານ ລົມກັບນັກຂ່າວ ຫຼັງຈາກກອງປະຊຸມທີ່ວັດອິສລາມ ເອີ-ຣາມາ, ເມືອງ ນັອງ "Nantes," ພາກຕາເວັນຕົກຂອງປະເທດ ຝຣັ່ງ. 25 ເມສາ 2010.

ຜູ້ພິພາກສາຢູ່ນະຄອນຫຼວງ ປາຣີ ໄດ້ປະຕິເສດ ໃນການຂໍປະກັນຕົວຂອງນັກປາດ
ຊາວມຸສລິມ ສັນຊາດສວິດເຊີແລນຄົນນຶ່ງ ທີ່ໄດ້ປະເຊີນກັບການກ່າວຫາຂົ່ມຂືນໃນ
ວັນອັງຄານວານນີ້. ເຖິງແມ່ນວ່າການກ່າວຫາຄັ້ງໃໝ່ນີ້ ມີທ່າທາງວ່າຈະສ້າງຄວາມ
ຊັບຊ້ອນຕື່ມຂຶ້ນຕໍ່ນຶ່ງໃນຄະດີການປຸກປ້ຳທາງເພດທີ່ດັງທີ່ສຸດຂອງ ຝຣັ່ງ ໃນປັດຈຸບັນ.

ອາຈານສອນທີ່ມະຫາວິທະຍາໄລ ອັອກສຝອດ ທ່ານ ຕາຣິກ ຣາມາ ດານ (Tarig
Ramadan) ອາຍຸ 55 ປີ, ຖືກຟ້ອງວ່າ ທຳການຂົ່ມ ຂືນໃນທ້າຍສັບປະດາທີ່ຜ່ານມາ,
ລຸນຫຼັງການຖືກກ່າວຫາໂດຍແມ່ຍິງ ຝຣັ່ງ ສອງຄົນ ກ່ຽວກັບ ການລວນລາມທາງເພດ
ທີ່ໂຫດຮ້າຍໃນຫ້ອງຂອງໂຮງແຮມເມື່ອສອງສາມປີທີ່ຜ່ານມາ. ລາວໄດ້ຖືກສອບປາກ
ຄຳເປັນເວລາສອງວັນ ກ່ອນຖືກນຳໄປກັກຂັງໃນວັນສຸກສັບປະດາແລ້ວນີ້.

ສື່ມວນຊົນ ສວິດເຊີແລນ ໄດ້ລາຍງານແຕກຕ່າງກັນ ກ່ຽວກັບ ການກ່າວຫາວ່າທ່ານ
ຣາມາດານ ໄດ້ມີຄວາມສຳພັນທາງເພດກັບເດັກຍິງໄວລຸ້ນ ທີ່ໂຮງຮຽນນະຄອນ ເຈນີ
ວາ ບ່ອນທີ່ລາວໄດ້ສອນ ໃນຊຸມປີ 1980. ແລະ ສື່ມວນຊົນ ຝຣັ່ງ ໄດ້ລາຍງານວ່າ ຕຳ
ຫຼວດ ໄດ້ຮັບການໃຫ້ປາກຄຳອື່ນໆ ຈາກບັນດາແມ່ຍິງຜູ້ທີ່ໃນປັດຈຸບັນນີ້ ຍັງບໍ່ໄດ້ທຳ
ການກ່າວຫາເທື່ອ.

ການກ່າວຫາຄັ້ງທຳອິດໄດ້ມີຂຶ້ນໃນລະດູໃບໄມ້ຫຼົ່ນປີກາຍນີ້, ໃນຂະນະທີ່ຂ່າວນອງ
ນັນຂອງທ້າວ ຮາວີ ໄວນ໌ສຕີນ ໄດ້ກະຕຸ້ນໃຫ້ເກີດຂະບວນການ #ຂ້ອຍກໍຄືກັນ ຫຼື
#MeToo ທີ່ປະທ້ວງ ຕໍ່ຕ້ານການລວນລາມ ແລະຮາວີລົບກວນທາງເພດ. ທ່ານ
ຣາມາດານ ຜູ້ທີ່ໄດ້ແຕ່ງງານແລະ ມີລູກສີ່ຄົນ ໄດ້ປະຕິເສດຂໍ້ກ່າວຫາຕ່າງໆ, ໂດຍ
ອ້າງວ່າມັນເປັນຄວາມ ມຸ່ງຮ້າຍຈາກພວກສັດຕູ ຜູ້ທີ່ມີຈຸດປະສົງ ຢາກທຳລາຍທ່ານ.
ຄະດີດັ່ງ ກ່າວໄດ້ເຮັດໃຫ້ປະຊາຄົມມຸສລິມຕົກໃຈ ແລະ ຫຼັງຈາກນັ້ນກໍໄດ້ກໍ່ໃຫ້ມີການ
ວິພາກວິຈານຕໍ່ທ່ານ ຣາມາດານ ຢ່າງຫຼວງຫຼາຍ, ຜູ້ທີ່ໄດ້ເປັນບຸກ ຄົນທີ່ຖືກຮັກ ແລະ
ຊັງມາເປັນເວລາດົນນານໃນ ຢູໂຣບ.

ຜູ້ກ່າວຫາທ່ານທັງສອງຄົນໄດ້ອະທິບາຍເຖິງເຫດການທີ່ຄ້າຍຄືກັນໂດຍປະມານ ກ່ຽວ
ກັບ ການປະຊຸມກັນ ໃນຫ້ອງຂອງໂຮງແຮມ ທີ່ເຫັນໄດ້ຢ່າງຊັດເຈນວ່າ ແມ່ນເພື່ອການ
ລົມ ກ່ຽວກັບ ສາສະໜາ ເຊິ່ງໄດ້ປ່ຽນເປັນການປະເຊີນໜ້າທາງເພດທີ່ຮຸນແຮງ. ແມ່ຍິງ
ພິການຄົນນຶ່ງ ອາຍຸ 45 ປີ ທີ່ໄດ້ຫັນໄປນັບຖືສາສະໜາອິສລາມ ໄດ້ໃຊ້ຊື່ປອມວ່າ
ຄຣິສແຕລ (Christelle) ອະທິບາຍໃນການສຳພາດ ກ່ຽວກັບ ການປະເຊີນໜ້າທີ່ໂຫດ
ຮ້າຍ ແລະ ອັບອາຍຂາຍໜ້າ ກັບນັກປາດຄົນດັ່ງກ່າວ ໃນເມືອງ ລີອົງ ຂອງ ຝຣັ່ງ ໃນປີ
2009.

ໃນລະຫວ່າງການສອບຖາມເມື່ອບໍ່ດົນມານີ້, ນາງ ຄຣິສແຕລ ໄດ້ລະບຸຮອຍແປ້ວ ຢູ່
ງ່າມຂາຂອງທ່ານ ຣາມາດານ, ເຊິ່ງມີລາຍງານວ່າ ທ່ານໄດ້ຢືນຢັນວ່າມີແທ້. ນາງໄດ້
ມອບ USB ໃຫ້ບັນດານັກສືບສວນສອບສວນ ເຊິ່ງໄດ້ກ່າວວ່າມີຂໍ້ຄວາມການຕົກລົງ
ກັນຈາກທ່ານ ຣາມາດານ, ອີງຕາມລາຍງານຂອງໜັງສືພິມ ເລີ ປາຣີຊຽງ “Le
Parisien.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG