ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານ ອົງການ ສປຊ ກ່າວວ່າ ບັນດານັກຂ່າວ ແລະນັກເຄື່ອນໄຫວ ຕົກເປັນເປົ້າໝາຍຂອງການສັງຫານ ໃນອັຟການິສຖານ


ນັກຂ່າວອັຟການິສຖານ ກຳລັງຖ່າຍພາບຂອງລົດທີ່ໄດ້ຮັບຄວາມເສຍຫາຍ ຢູ່ທີ່ບ່ອນເກີດເຫດລະເບີດແຕກ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 20 ທັນວາ 2020.
ນັກຂ່າວອັຟການິສຖານ ກຳລັງຖ່າຍພາບຂອງລົດທີ່ໄດ້ຮັບຄວາມເສຍຫາຍ ຢູ່ທີ່ບ່ອນເກີດເຫດລະເບີດແຕກ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 20 ທັນວາ 2020.

ບົດລາຍງານຂອງອົງການສະຫະປະຊາຊາດທີ່ໄດ້ຖືກພິມອອກເຜີຍແຜ່ໃນວັນຈັນວານນີ້ ຊີ້ໃຫ້ເຫັນເຖິງການເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນການສັງຫານທີ່ແນເປົ້າໝາຍໃສ່ບັນດາຜູ້ປົກປ້ອງສິດທິມະນຸດແລະນັກຂ່າວຢູ່ໃນອັຟການິສຖານ ນັບຕັ້ງແຕ່ໄດ້ເລີ້ມມີການເຈລະຈາສັນຕິພາາບ ລະຫວ່າງກຸ່ມຕາລີບານ ແລະລັດຖະບານອັຟການິສຖານ ໃນເດືອນກັນຍາປີກາຍນີ້. ຢ່າງໜ້ອຍນັກເຄື່ອນໄຫວເພື່ອສິດທິມະນຸດ ແລະນັກຂ່າວ 11 ຄົນ ໄດ້ຖືກສັງຫານໃນໄລຍະເລີ້ມຕົ້ນແຕ່ວັນທີ 12 ກັນຍາ.

ຈາກການວິເຄາະຂໍ້ມູນເລີ້ມຕົ້ນແຕ່ປີ 2018 ຫາປັດຈຸບັນນີ້ ບົດລາຍງານທີ່ໄດ້ພິມອອກເຜີຍແຜ່ ໂດຍຄະນະກຳມາທິການຊ່ອຍເຫຼືອໃນອັຟການິສຖານຂອງອົງການສະຫະປະຊາຊາດ ຫຼື UNAMA ກ່າວວ່າ ໄດ້ມີ “ການປ່ຽນ ແປງຢ່າງຊັດເຈນໃນປະເພດ ຂອງການສັງຫານທັງຫຼາຍ.”

ກ່ອນໜ້ານີ້ ໂດຍສ່ວນໃຫຍ່ແລ້ວ ບັນດານັກຂ່າວ ຫຼື ນັກເຄື່ອນໄຫວ ໄດ້ກາຍເປັນພວກຜູ້ເຄາະຮ້າຍຂອງການໂຈມຕີທົ່ວໄປຕໍ່ປະຊາກອນ ເຊັ່ນວ່າ ການໂຈມຕີດ້ວຍລະເບີດສະຫລະຊີບ ຫຼື ການວາງລະເບີດປະເພດອື່ນໆ.

ບາງເທື່ອ ບັນດານັກຂ່າວໄດ້ກາຍເປັນພວກຜູ້ເຄາະຮ້າຍຂອງການໂຈມຕີຮອບສອງອັນເປັນສ່ວນນຶ່ງຂອງວຽກງານເຂົາເຈົ້າ ໃນການລາຍງານບັນຫາຂັດແຍ້ງທີ່ແກ່ຍາວມາດົນນານ. ໃນປີ 2018 ນັກຂ່າວ 9 ຄົນໄດ້ຖືກຂ້າຕາຍໃນນະຄອນຫຼວງກາບູລ ພາຍໃນນຶ່ງວັນ ເມື່ອມືລະເບີດສະຫລະຊີບໄດ້ແນເປົ້າໝາຍໃສ່ພວກເຂົາ.

ການໂຈມຕີຕິດຕໍ່ກັນເມື່ອມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ “ເປັນການຕັ້ງໃຈ ໄດ້ວາງແຜນໄວ້ລ່ວງໜ້າ ແລະເປັນການແນເປົ້າໝາຍໃສ່ບຸກຄົນໂດຍເຈດຕະນາ” ທີ່ໄດ້ເຮັດໃຫ້ເກີດມີສະພາບການຢ້ານກົວຫຼາຍຂຶ້ນ.

ບົດລາຍງານຍັງໄດ້ກ່າວອີກວ່າ “ອັນເປັນຜົນ ເຮັດໃຫ້ພວກນັກຕໍ່ສູ້ເພື່ອສິດທິມະນຸດ ແລະພື້ນທີ່ຂອງສື່ມວນຊົນທັງຫຼາຍ ໄດ້ເຮັດໃຫ້ໜ້ອຍລົງ.”

ນັກຂ່າວແລະນັກເຄື່ອນໄຫວຫຼາຍໆຄົນ ລາຍງານວ່າ ໄດ້ມີການກວດຂ່າວພວກເຂົາເຈົ້າເອງ ແລະການໃຊ້ສຳນວນ ຫຼືການເຄືອນໄຫວທີ່ຜ່ອນເບົາລົງ. ບາງສ່ວນກໍພາກັນລາອອກວຽກງານຂອງພວກເຂົາໄປ ອອກໄປຈາກຖິ່ນຖານບ້ານເກີດ ຫຼື ໜີອອກຈາກປະເທດ.

ບໍ່ຄືກັນກັບທີ່ຜ່ານມາ ເມື່ອກຸ່ມພວກຫົວຮຸນແຮງເຊັ່ນ ກຸ່ມຕາລີບານ ຫຼື ກຸ່ມລັດອິສລາມ ກໍໄດ້ອ້າງເອົາຄວາມຮັບຜິດຊອບ ພວກຜູ້ກະທຳການໂຈມຕີທີ່ ແນເປົ້າໝາຍເພື່ອສັງຫານ ໄດ້ເລືອກທີ່ຈະບໍ່ເປີດເຜີຍຕົວເອງໂດຍສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG