ບັນດາຜູ້ມີສິດປ່ອນບັດ ໃນປະເທດ Tanzania ກຳລັງພາກັນ
ໄປຍັງໜ່ວຍເລືອກຕັ້ງຕ່າງໆ ໃນວັນອາທິດມື້ນີ້ ເພື່ອເລືອກເອົາ
ປະທານາທິບໍດີ ຄົນໃໝ່ ແລະ ບັນດາສະມາຊິກສະພາ ໃນອັນ
ທີ່ຄາດກັນວ່າ ຈະເປັນການແຂ່ງຂັນ ທີ່ສູສີກັນ ໃນປະເທດ
ອາຟຣິກາຕາເວັນອອກແຫ່ງນັ້ນ.
ພັກ CCM ທີ່ປົກຄອງປະເທດ ເປັນເວລາດົນນານແລ້ວນັ້ນ
ແມ່ນກຳລັງປະເຊີນໜ້າກັບຄວາມກົດດັນທີ່ເພີ້ມຂຶ້ນເລື້ອຍໆ
ທີ່ຢາກໃຫ້ພັດທະນາປະເທດໄວຂຶ້ນ ແລະ ໃຫ້ແກ້ໄຂອັດຕາ
ຄວາມຍາກຈົນ ທີ່ຍັງຄົງຄ້າງ ແຕ່ບັນດານັກວິເຄາະ ຍັງຄາດ
ຂະເນວ່າ ພັກ CCM ຈະໄດ້ຮັບໄຊຊະນະ ໃນການເລືອກຕັ້ງຄັ້ງນີ້.
ລັດຖະມົນຕີແຮງງານຂອງ Tanzania ທ່ານ John Magufuli ແມ່ນເປັນຜູ້ລົງສະໝັກ
ເປັນປະທານາທິບໍດີ ຈາກພັກ CCM. ສ່ວນພັກຝ່າຍຄ້ານ Chadema ໄດ້ຄັດເລືອກເອົາ
ນາຍົກລັດຖະມົນຕີ ທ່ານ Edward Lowassa ໃຫ້ເປັນຜູ້ລົງສະໝັກຂອງພັກ.
ປະທານາທິບໍດີ ຄົນປັດຈຸບັນ ທ່ານ Jakaya Kikwete ແມ່ນໄດ້ສຳເລັດການດຳລົງ
ຕຳແໜ່ງ ສອງສະໄໝ ຊຶ່ງສະໄໝນຶ່ງນັ້ນ ມີກຳນົດ 5 ປີ ດັ່ງທີ່ອະນຸຍາດໃຫ້ ໂດຍລັດຖະ
ທຳມະນູນ. Tanzania ມີປະວັດສາດອັນຍາວນານ ໃນການປະຕິບັດຕາມຂໍ້ກຳນົດ
ການດຳລົງຕຳແໜ່ງຂອງປະທານາທິບໍດີ ບໍ່ເໝືອນກັນກັບຫລາຍປະເທດ ຢູ່ໃນອາຟຣິກາ.
ຄະນະກຳມະການ ສັງເກດການເລືອກຕັ້ງສາກົນ ທີ່ມີຜູ້ສັງເກດການຈາກນາໆຊາດ
ຫລາຍກວ່າ 140 ຄົນ ແມ່ນຢູ່ໃນປະເທດດັ່ງກ່າວ ເພື່ອຕິດຕາມເບິ່ງ ການເລືອກຕັ້ງ
ປະທານາທິບໍດີ ສະມາຊິກສະພາ ແລະ ການເລືອກຕັ້ງຂັ້ນພື້ນຖານ.
ຄະນະກຳມະການ ເລືອກຕັ້ງແຫ່ງຊາດ ຂອງ Tanzania ກ່າວວ່າ ຕົນຄາດໝາຍ ຈະ
ປະກາດຜູ້ຊະນະເລີດ ໃນການເລືອກເອົາປະທານາທິບໍດີ ພາຍໃນ 3 ມື້. ລັດຖະທຳ
ມະນູນຂອງ Tanzania ໄດ້ປະກອບຄະນະກຳມະການເລືອກຕັ້ງທີ່ເປັນອິດສະຫລະ
ຈາກລັດຖະບານ.