ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳປະເທດ ທານຊາເນຍ ແລະ ອູການດາ ກ່າວວິຈານ ສານອາຍາສາກົນ


ຜູ້ຊາຍຄົນນຶ່ງຂໍຮ້ອງຄວາມຊ່ວຍເຫຼືອ ຈາກທະຫານ ໃນຂະນະ
ທີ່ລວມຢືນຢູ່ໃນຮ່ອງລະບາຍນໍ້າ ບ່ອນທີ່ລາວໄດ້ຫຼົບລີ້ການ
ລຸມທຳຮ້າຍ ທີ່ເມືອງ ຊິບີໂຕເກ, ນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ.
ຜູ້ຊາຍຄົນນຶ່ງຂໍຮ້ອງຄວາມຊ່ວຍເຫຼືອ ຈາກທະຫານ ໃນຂະນະ ທີ່ລວມຢືນຢູ່ໃນຮ່ອງລະບາຍນໍ້າ ບ່ອນທີ່ລາວໄດ້ຫຼົບລີ້ການ ລຸມທຳຮ້າຍ ທີ່ເມືອງ ຊິບີໂຕເກ, ນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ.

ບັນດາຜູ້ນຳຂອງປະເທດ ທານຊາເນຍ ແລະ ອູການດາ ໄດ້ກ່າວວິຈານແຜນການຂອງ
ສານອາຍາສາກົນ ຫຼື ICC ທີ່ຈະສືບສວນສອບສວນການກ່າວຫາລ່ວງລະເມີດສິດທິ
ມະນຸດໃນປະເທດ ບູຣຸນດີ ໃນວັນເສົາວານນີ້.

ຖະແຫຼງການສະບັບນຶ່ງ ຈາກຫ້ອງການຂອງປະທານາທິບໍດີ ທານຊາເນຍ ທ່ານ ຈອນ
ມາກູຟູລີ ກ່າວວ່າ ການຕັດສິນໃຈຂອງສານ “ສອດຄ່ອງກັບຄວາມພະຍາຍາມ” ຂອງ
ຄະນະກຳມະການປະຊາຄົມອາຟຣິກາຕາເວັນອອກ ຫຼື EAC “ໃນຂໍ້ກ່າວຫາ ກ່ຽວກັບ
ການພະຍາຍາມຫາຂໍ້ແກ້ໄຂຕໍ່ຄວາມຂັດແຍ້ງ ໃນປະເທດ ບູຣຸນດີ.”

ຄະນະກຳມະການດັ່ງກ່າວ ແມ່ນນຳໜ້າໂດຍປະທານາທິບໍດີ ອູການດາ ທ່ານ ໂຢເວຣີ
ມູເຊເວນີ ແລະ ອະດີດປະທານາທິບໍດີ ທານຊາເນຍ ທ່ານ ເບັນຈາມິນ ເອັມກາປາ.

ທ່ານ ມູເຊເວນີ ໄດ້ກ່າວຫາສານ ICC ໃນວັນເສົາວານນີ້ ກ່ຽວກັບ “ການແຊກແຊງ
ຄວາມພະຍາຍາມຂອງ EAC.” ປະຈຸບັນນີ້ ທ່ານເປັນຫົວໜ້າຂອງ EAC, ເປັນກຸ່ມໃນ
ພາກພື້ນທີ່ປະກອບມີປະເທດ ທານຊາເນຍ, ອູການດາ, ເຄັນຢາ, ຣາວານດາ, ບູຣຸນດີ
ແລະ ຊູດານໃຕ້.

ໃນວັນສຸກທີ່ຜ່ານມາ, ລັດຖະບານ ບູຣຸນດີ ໄດ້ກ່າວວ່າ ເຂົາເຈົ້າຈະບໍ່ຮ່ວມມື ກັບການ
ສືບສວນສອບສວນ ທີ່ຖືກສະເໜີໂດຍສານ ICC. ປະເທດ ອາຟຣິກາ ຕາເວັນອອກ
ເມື່ອບໍ່ດົນມານີ້ ໄດ້ຖອນຕົວອອກຈາກກົດບັດສານ ICC, ແຕ່ສານໄດ້ໂຕ້ແຍ້ງວ່າ ການ
ຖອນຕົວ ບໍ່ໄດ້ມີຜົນກະທົບຕໍ່ອຳນາດສານ ກ່ຽວກັບ ອາຊະຍາກຳ ທີ່ໄດ້ເກີດຂຶ້ນກ່ອນ
ໜ້ານີ້.

ໃນການກ່າວຕໍ່ບັນດານັກຂ່າວທີ່ນະຄອນຫຼວງ ບູຈຸມບູຣາ ຂອງປະເທດ ບູຣຸນດີ ນັ້ນ, ລັດຖະມົນຕີຍຸຕິທຳ ທ່ານນາງ ເອມີ ລໍເຣັນໄທນ໌ ກ່າວວ່າ ສານ ICC ບໍ່ມີສິດທີ່ຈະ
ດຳເນີນການສືບສວນສອບສວນໃນປະເທດຂອງທ່ານນາງ.

ທ່ານນາງ ລໍເຣັນໄທນ໌ ໄດ້ກ່າວວ່າ “ບູຣຸນດີ, ບໍ່ແມ່ນປະເທດພາຄີສຳລັບນິຕິບັນຍັດສານ
ICC, ບໍ່ໄດ້ກ່ຽວຂ້ອງກັບອັນທີ່ເອີ້ນວ່າການຕັດສິນໃຈຂອງສານນັ້ນ. ລັດຖະບານແຫ່ງ
ບູຣຸນດີ ປະຕິເສດການຕັດສິນໃຈນັ້ນ ແລະ ກ່າວຢໍ້າການຕັດສິນໃຈຢ່າງແນ່ນອນວ່າ
ເຂົາເຈົ້າຈະບໍ່ຮ່ວມມື ກັບສານອາຍາສາກົນ ຫຼື ການຈັດການຫຼອກລວງອື່ນໆ ທີ່ມີເຈຕະ
ນາ ຈະອຳນວຍຄວາມສະດວກໃຫ້ຂະຫຍາຍຄຳສັ່ງຂອງສານ ICC ໃນດິນແດນ ຂອງ
ບູຣຸນດີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ແຜນທີ່ປະເທດ ບູຣຸນດີ.
ແຜນທີ່ປະເທດ ບູຣຸນດີ.

XS
SM
MD
LG