ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ມີຜູ້​ເສຍ​ຊີ​ວິດ ເພີ້ມ​ຂຶ້ນ ຍ້ອນເຮືອ​ຂ້າມ​ຟາກຫຼົ້ມ ຢູ່ ​ແທນ​ຊາ​ເນຍ


ທະ​ເລ​ສາບ​ວິກ​ຕໍ​ເຣຍ
ທະ​ເລ​ສາບ​ວິກ​ຕໍ​ເຣຍ

ເຈົ້າ​ໜ້າ​ທີ່​ແທນ​ຊາ​ເນຍກ່າວ​ວ່າ ມີ​ຢ່າງ​ໜ້ອຍ 79 ຄົນ​ເສຍ​ຊີ​ວິດ ຫຼັງ​ຈາກ​ເຮືອຂ້າມ​ຟາກ​
ຫຼົ້ມຢູ່​ທະ​ເລ​ສາບ​ວິກ​ຕໍ​ເຣຍ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້. ການ​ຄົ້ນຫາ​ພວກ​ທີ່​ລອດ​ຊີ​
ວິດ​ມາ​ໄດ້ແລະ​ຜູ້​ເຄາະ​ຮ້າຍ ໄດ້​ເລີ້ມ​ຂຶ້ນ​ອີກ​ໃນ​ຕອນ​ເຊົ້າ​ວັນສຸກມື້ນີ້.

ມີ 37 ຄົນ ​ຖືກ​ຊ່ອຍ​ຊີ​ວິດ​ໄວ້​ໄດ້ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ຈອນ ມົງ​ແກ​ລ​ລາ ຜູ້​ປົກ​ຄອງ​
ເຂດ​ ທີ່​ກ່າວ​ວ່າ ບາງ​ຄົນ ແມ່ນ​ຢູ່​ໃນ​ອາ​ການ “ຂີ້​ຮ້າຍ​ທີ່​ສຸດ.”

ທ່ານມົງ​ແກ​ລ​ລາ ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ຄົນ​ຫຼາຍ​ປານ​ໃດ ​ຢູ່​ເທິງ​ເຮືອ​ຂ້າມ​ຟາກ​ລຳ
​ນັ້ນ ແຕ່​ມັນ​ກໍ​ບໍ່​ແມ່ນ​ເລື້ອງ​ແປກ​ຫຍັງ​ ທີ່​ເຮືອ​ຂ້າມ​ຟາກ ​ຊຶ່ງ​ແລ່ນ​ຢູ່​ຕາມ​ຂົງ​ເຂດ​ຕ່າງໆ​
ໃນ​ທະ​ເລ​ສາບ​ທີ່ກວ້​າງ​ໃຫຍ່​ດັ່ງ​ກ່າວ ບັນ​ທຸກ​ຜູ້​ໂດຍ​ສານ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ​ໃນ​ເວ
​ລາ​ທີ່​ປະ​ສົບ​ອຸ​ບັດ​ຕິ​ເຫດ. ລາຍ​ງານ​ ຂອງ​ສື່ມວນ​ຊົນທ້ອງ​ຖິ່ນ ​ແຈ້ງວ່​າ ເຮືອ​ຂ້າມ​ຟາກ
ແອັມ​ວີ ນ​ເຢ​ເຣ​ເຣ (MV Nyerere) ອາດ​ບັນ​ທຸກ​ຜູ້ໂດຍ​ສານ ​ຫຼາຍເຖິງ 200 ຄົນ ໃນ
​ເວ​ລາ​ທີ່​ຫລົ້ມ.

ອີງ​ຕາມ​ປະ​ຫວັດ​ຂອງ​ລັດ​ຖ​ະ​ບານ​ແທນ​ຊາ​ເນຍ​ແລ້ວ ມີ 894 ຄົນ​ໄດ້​ເສຍ​ຊີ​ວິດເວ​ລາ
​ເຮືອ​ຂ້າມ​ຟາກແອັມ​ວີ ບູ​ໂກ​ບາ (MV Bukoba) ປະ​ສົບ​ອຸ​ບັດ​ຕິ​ເຫດ​ຫຼົ້ມຢູ່​ທະ​ເລ​ສາບ
​ວິກ​ຕໍເຣຍໃນ​ເດືອນ​ພຶດ​ສະ​ພາ ປີ 1996.

ເມື່ອ​ບໍ່​ດົນ​ມານີ້ ກໍ​ມີ 200 ຄົນ ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ເສຍ​ຊີ​ວິດ ເວ​ລາ​ເຮືອ​ຂ້າມຟາກ
ແອັມ​ວີ ສ​ໄປ ອາຍ​ແລນ​ເດີ ນຶ່ງ (MV Spice Islander I) ປະ​ສົບ​ອຸ​ບັດ​ຕິ​ເຫດ​ຫຼົ້ມ ຢູ່
ນອກ​ຝັ່ງ ​ຂອງ​ເກາະ ຊັງ​ຊີ​ບາ ໃນ​ປີ 2011 ຊຶ່ງ​ມີ​ລາຍ​ງານ​ວ່າ ຫຼາຍກວ່າ 1,000 ຄົນ ​
​ຫາຍ​ສາບ​ສູນໄປ​ນັ້ນ.

Officials in Tanzania say least 79 people are dead after a passenger ferry capsized on Lake Victoria Thursday afternoon.The search for survivors and victims resumed Friday morning.

Thirty-seven people had been rescued, said regional commissioner John Mongella, some of them in "a very bad condition."

Mongella did not "speculate" on how many people were on the ferry but it is not uncommon for ferries that ply the regions vast lakes to carry hundreds of passengers at a time.Local media say the MV Nyerere may have been carrying 200 passengers when it capsized.

According to Tanzanian government records, 894 people died when the MV Bukoba capsized on Lake Victoria in May 1996.

More recently, 200 people were confirmed dead when the MV Spice Islander I sank off the coast of the archipelago of Zanzibar in 2011. More than 1,000 were reported missing.

XS
SM
MD
LG