ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍສິບຄົນເສຍຊີວິດ ໃນອຸບັດຕິເຫດເຮືອຫຼົ້ມ ຢູ່ Tanzania


ຜູ້ຊາຍຄົນນຶ່ງທີ່ຖືກຊ່ອຍຊີວິດໄວ້ໄດ້ຈາກອຸບັດຕິເຫດເຮືອຫຼົ້ມ ໃກ້ເກາະ Zanzibar ຖືກສົ່ງໄປຮັບການປິ່ນປົວ ທີ່ໂຮງໝໍ Nungwi (10 ກັນຍາ 2011)
ຜູ້ຊາຍຄົນນຶ່ງທີ່ຖືກຊ່ອຍຊີວິດໄວ້ໄດ້ຈາກອຸບັດຕິເຫດເຮືອຫຼົ້ມ ໃກ້ເກາະ Zanzibar ຖືກສົ່ງໄປຮັບການປິ່ນປົວ ທີ່ໂຮງໝໍ Nungwi (10 ກັນຍາ 2011)

ເຈົ້າໜ້າທີ່ທ່ານນຶ່ງຂອງ Zanzibar ກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 40 ຄົນແລະອີກຫຼາຍ
ຮ້ອຍຄົນຍັງຫາຍສາບສູນ ຫຼັງຈາກເຮືອຂ້າມຟາກທີ່ບັນທຸກຜູ້ໂດຍສານເກີນຂອບເຂດລຳນຶ່ງ ໄດ້ປະສົບອຸບັດຕິເຫດຫຼົ້ມໃກ້ໆເກາະ Zanzibar ທີ່ຕັ້ງຢູ່ນອກແຄມຝັ່ງທະເລ ຈາກແຜ່ນດິນ
ໃຫຍ່ຂອງປະເທດ Tanzania ນັ້ນ.

ທ່ານ Mohammed Aboud ລັດຖະມົນຕີກິດຈະການຂອງປະເທດກ່າວວ່າເຮືອຂ້າມຟາກ
MV Spcie Islander ບັນທຸກຜູ້ໂດຍສານ 600 ຄົນເວລາເຮືອລຳດັ່ງກ່າວປະສົບອຸບັດຕິ
ເຫດປີ້ນຂວໍ້າແລະຫຼົ້ມໃນວັນເສົາມື້ນີ້ ລະຫວ່າງເກາະ Zanzibar ແລະເກາະ Pemba.

ມີຢ່າງນ້ອຍ 250 ຄົນໄດ້ຖືກຊ່ອຍຊີວິດໄວ້ໄດ້. ພວກເຈົ້າໜ້າທີ່ໃຫ້ການຊ່ອຍເຫຼືອສຸກເສີນ
ພວມສືບຕໍ່ຊອກຫາພວກທີ່ລອດຊີວິດມາໄດ້ຕື່ມອີກ.

XS
SM
MD
LG