ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

31 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອຂ້າມຟາກຫຼົ້ມ ທີ່ Tanzania (ສະໄລດ໌)


ພວກທີ່ລອດຊີວິດມາໄດ້ ຈາກອຸບັດເຫດເຮືອຂ້າມຟາກຫຼົ້ມ ທີ່ເມືອງທ່າ Zanzibar (18 ກໍລະກົດ 2012)
ພວກທີ່ລອດຊີວິດມາໄດ້ ຈາກອຸບັດເຫດເຮືອຂ້າມຟາກຫຼົ້ມ ທີ່ເມືອງທ່າ Zanzibar (18 ກໍລະກົດ 2012)

ບັນດາ​ເຈົ້າໜ້າ​ທີ່​ໃນປະ​ເທດ Tanzania ກ່າວ​ວ່າ ​ມີ​ຜູ້​ເສຍຊີວິດຢ່າງ​ໜ້ອຍ 31 ຄົນ ​ແລະ​ອີກ​
ຫຼາຍກວ່າ 100 ຄົນ​ຫາຍ​ສາບ​ສູນ ຫຼັງຈາກ​ກໍ່າ​ປັ່ນຂ້າມ​ຟາກຫຼົ້ມ ຢູ່​ເຂດ​ນອກ​ຝັ່ງ​ທະ​ເລ​ຂອງ
​ເມືອງ Zanzibar.

ກໍ່າ​ປັ່ນ​ຂ້າມ​ຟາກ​ລໍາ​ດັ່ງກ່າວ ​ໄດ້​ຫຼົ້ມເມື່ອ​ວັນ​ພຸດ​ວານ​ນີ້ ​ຍ້ອນຟອງທະ​ເລ ຫຼັງຈາກ​ໄດ້​ແລ່ນ
​ອອກ​ຈາກ​ນະຄອນຫຼວງ Dar es Salaam.

ໂຄສົກຕໍາຫຼວດ ​ເວົ້າວ່າ ພວກ​ກູ້​ໄພ​ໄດ້​ເລີ່​ມປະຕິບັດ​ງານ​ເພື່ອ​ຄົ້ນ​ຫາ​ຜູ້​ລອດ​ຊີວິດ ໃນວັນ
​ພະຫັດ​ມື້​ນີ້ ​ແຕ່​ສະພາບ​ອາກາດ​ປັ່ນ​ປ່ວນ​ກໍ​ເຮັດ​ໃຫ້ການ ປະຕິ​ງານ​ກູ້​ໄພ​ດໍາ​ເ​ນີນ​ໄປ​ດ້ວຍ
​ຄວາມ​ລໍາບາກ. ບັນດາ​ເຈົ້າໜ້າ​ທີ່ ກ່າວ ວ່າ ​ໄດ້​ຊ່ວຍ​ກູ້​ໄພ 145 ຄົນ​ໄວ້​ໄດ້​ ເທົ່າເຖິງ​ປັດ
ຈຸບັນ​ນີ້.

​ເມື່ອ​ເດືອນ​ກັນ​ຍາ​ປີຜ່ານມາ ມີຫຼາຍກວ່າ 200 ຄົນ​ເສຍ​ຊີວິດ ​ເວລາ​ກໍ່າ​ປັ່ນ​ຂ້າມ​ຟາກ​ຂວໍ້າ ​
ໃນ​ລະຫວ່າງ​ແລ່ນອ້ອມ​ສາມເກາະ​ ທີ່​ປະກອບ​ເປັນ​ໝູ່​ເກາະ Zanzibar. ໃນ​ເວລາ​ນັ້ນ
ບັນດາ​ໄອ​ຍະ​ການ​ສານ ​ໄດ້​ຕັ້ງ​ຂໍ້​ຫາສີ່​ຄົນ ທີ່​ພົວພັນ​ກັບ​ອຸບັດ​ເຫດ​ຄັ້ງ​ນັ້ນວ່າ ​ເມີນ​ເສີຍ
​ບໍ່​ເອົາ​ໃຈ​ໃສ່ ​.

XS
SM
MD
LG