ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຫຼັງຈາກແຜນການປະສົມປະສານກັບນໍ້າມັນ ອີຣັກ, ອີຣ່ານ ພົບວິທີທີ່ດີກວ່າ ເພື່ອຫຼົບຫຼີກມາດຕະການລົງໂທດ ສະຫະລັດ


ກຳປັ່ນສອງລຳຖືກລະບຸໂດຍເວັບໄຊ້ TankerTrackers.com ວ່າເປັນກຳປັ່ນ Polaris 1 (ລຳທີ່ນ້ອຍກວ່າ) ຂອງລັດຖະບານ ອີຣ່ານ ແລະ ກຳປັ່ນ Babel ຂອງບໍລິສັດ Rhine Shipping DMCC-ພົວພັນໃນການຂົນສົ່ງກຳປັ່ນຫາກຳປັ່ນ ຢູ່ນອກແຫຼມ ອາລ-ຟໍ ຂອງອີຣັກ, 19 ມີນາ, 2020 (Planet Labs)
ກຳປັ່ນສອງລຳຖືກລະບຸໂດຍເວັບໄຊ້ TankerTrackers.com ວ່າເປັນກຳປັ່ນ Polaris 1 (ລຳທີ່ນ້ອຍກວ່າ) ຂອງລັດຖະບານ ອີຣ່ານ ແລະ ກຳປັ່ນ Babel ຂອງບໍລິສັດ Rhine Shipping DMCC-ພົວພັນໃນການຂົນສົ່ງກຳປັ່ນຫາກຳປັ່ນ ຢູ່ນອກແຫຼມ ອາລ-ຟໍ ຂອງອີຣັກ, 19 ມີນາ, 2020 (Planet Labs)

ສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ແຜນ​ການ​ໂດຍ ອີ​ຣ່ານ ແລະ ພັນ​ທ​ະ​ມິດ​ອຸດ​ສາ​ຫະ​ກຳ​ການ​ຂົນ​ສົ່ງ​ຂອງ​ເຂົາ​ເຈົ້າ​ເພື່ອ​ປ​ະ​ສົມ​ປະ​ສານ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ ຕໍ່​ນ້ຳ​ມັນ ອີ​ຣ່ານ ເຂົ້າ​ກັບ​ນ້ຳ​ມັນ ອີ​ຣັກ ໃນ​ປີ 2020 ແມ່ນ​ຢູ່​ໄດ້​ບໍ່​ດົນ, ອີງ​ຕາມ​ບັນ​ດາ​ນັກ​ຕິດ​ຕາມ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ຜູ້​ທີ່​ເວົ້າ​ວ່າລັດ​ຖະ​ບານ​ ເຕ​ຫະ​ຣ່ານ ໄດ້​ຍົກ​ເລີກ​ມັນ​ເພື່ອ​ສະ​ໜັບ​ສະ​ໜູນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ພາບກວ່າເພື່ອຫຼີກ​ລ່ຽງ​ມາດ​ຕະ​ການ ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ເຂົາ​ເຈົ້າ.

ໜັງ​ສື​ພິມ Wall Street Journal ໄດ້​ລາຍ​ງານ​ໃນ​ເດືອນ​ແລ້ວນີ້​ວ່າ ນັກ​ທຸ​ລະ​ກິ​ດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ແລະ ຫຼາຍ​ບໍ​ລິ​ສັດ​ທີ່​ລາວ​ເປັນ​ເຈົ້າ​ຂອງ ຫຼືບໍ່​ກໍ​ໄດ້​ເຊື່ອມ​ຕໍ່​ ຜ່ານ​ທາງ​ອີ​ເມ​ລທົ່ວ​ໄປ ແລະ ຫ້ອງ​ການ​ໃຫຍ່ຂອງ​ບໍ​ລິ​ສັດ​ຕ່າງໆ ໄດ້​ພົວ​ພັນ​ໃນ​ການ​ປະ​ສົມ​ປະ​ສານ​ນ້ຳ​ມັນ ອີ​ຣ່ານ ແລະ ນ້ຳ​ມັນ ອີ​ຣັກ ໃສ່​ໃນ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ດິບ ​ຜ່ານ​ການ​ຂົນ​ສົ່ງ​ກຳ​ປັ່ນ ​ຫາ​ກຳ​ປັ່ນ ແລະ ໄດ້​ກັ່ນ​ຜະ​ລິ​ດ​ຕະ​ພັນ​ນ້ຳ​ມັນ​ໃນ​ອ່າວ​ເປີ​ເຊຍ​ ເມື່ອ​ປີ 2020 ຜ່ານ​ມານີ້.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ແຜນ​ການ​ທີ່​ວ່າ​ນັ້ນ ​ໄດ້​ເຮັດ​ໃຫ້​ພວກ​ທີ່​ມີ​ສ່ວນ​ຮ່ວມ​ເພື່ອ​ປອມ​ແປງ​ຕົ້ນ​ກຳ​ເນີດ​ຂອງ​ນ້ຳ​ມັນ ອີ​ຣ່ານ ແລະ ຍີ່​ຫໍ້​ຂອງ​ຜະ​ລິດ​ຕະ​ພັນ​ເປັນ​ຂອງ ອີ​ຣັກ ຫຼີກ​ລ່ຽງ​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ ທີ່​ແນ​ເປົ້າ​ໃສ່​ນ້ຳ​ມັນ ອີ​ຣ່ານ.

ລາຍ​ງານ​ຂ່າວ​ໄດ້​ອ້າງ​ນຶ່ງ​ຕົວ​ຢ່າງ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ ເຊິ່ງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ທີ່ອີ​ຣ່ານ​ເປັນ​ເຈົ້າ​ຂອງ​ຊື່​ວ່າ ໂພ​ລາ​ຣິ​ສ ນຶ່ງ (Polaris 1) ໄດ້​ຂົນ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ ອີ​ຣ່ານ, ຜະ​ລິດ​ຕະ​ພັນ​ທີ່​ຖືກ​ກັ່ນ​ແລ້ວ, ຂຶ້ນ​ໃສ່​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ອີກ​ລຳ​ນຶ່ງ​ທີ່​ຂົນ​ສົ່ງ​ນ້ຳ​ມັນ ອີ​ຣັກ ໃນ​ເດືອນ​ມີ​ນາ 2020. ກຳ​ປັ່ນບັນ​ທຸກ​ນ້ຳ​ມັນ​ລຳ​ທີ​ສອງ​ຊື່​ວ່າ ບາແບ​ລ (Babel) ແລະ ຖືກ​ປະ​ຕິ​ບັດ​ການ​ໃນ​ເວ​ລາ​ນັ້ນ​ໂດຍ​ບໍ​ລິ​ສັດ​ຂົນ​ສົ່ງ ໄຣ​ນ໌ DMCC (Rhine Shipping DMCC), ເຊິ່ງ​ແມ່ນ​ບໍ​ລິ​ສັດ​ທີ່​ດຳ​ເນີນ​ການ​ໂດຍ​ນັກ​ທຸ​ລະ​ກິດ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ທ່ານ ຊາ​ລິມ ອາ​ເມັດ ຊາ​ອິດ (Salim Ahmed Said), ຊາວ ອັງ​ກິດ ທີ່​ເກີດ​ຢູ່ ອີ​ຣັກ.

ໜັງ​ສື​ພິມ Wall Street Journal ໄດ້​ອ້າງ​ລາຍ​ງານ​ຂອງ​ເຂົາ​ເຈົ້າ​ໃສ່​ເອ​ກະ​ສານ​ຕ່າງໆ​ຂອງ​ບໍ​ລິ​ສັດ, ຂໍ້​ມູນ​ການ​ຂົນ​ສົ່ງ ແລະ ຄົນ​ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ. ເຂົາ​ເຈົ້າ​ຍັງ​ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ທ່ານ ຊາ​ອິດ ເຊິ່ງ​ທ່ານ​ໄດ້​ປະ​ຕິ​ເສດ​ວ່າ​ບໍ​ລິ​ສັດ​ຂອງ​ທ່ານ​ໄດ້​ຂົນ​ສົ່ງ​ນ້ຳ​ມັນ ອີ​ຣ່ານ ໃນ​ການ​ລະ​ເມີດ​ຕໍ່​ມາດ​ຕະ​ການ​ລົງ​ໂທດ ສະ​ຫະ​ລັດ.

ວີ​ໂອ​ເອ ໄດ້​ພົບຫຼັກ​ຖານ​ເພີ່ມ​ເຕີມ​ຕໍ່​ການ​ກ່າວ​ອ້າງ​ວ່າກຳ​ປັ່ນ Polaris 1 ແລະ Babel ໄດ້​ພົວ​ພັນ​ໃນ​ການ​ຂົນ​ສົ່ງ​ຈາກ​ກຳ​ປັ່ນ​ຫາ​ກຳ​ປັ່ນ​ຈາກວັນ​ທີ 17 ຫາ 19 ເດືອນ ມີ​ນາ 2020, ໃນ​ເຂດ​ນ້ຳ​ປະ​ມານ 30 ກິ​ໂລ​ແມັດ ​ຈາກ​ແຫຼມ ອາ​ລ-ຟໍ ຂອງ ອີ​ຣັກ.

ກຳ​ປັ່ນ​ສອງ​ລຳ​ຄ້າຍ​ຄື​ກັບ​ກຳ​ປັ່ນ Polaris 1 ແລະ Babel ໄດ້​ປາ​ກົດ​ຕົວ​ຮຽງ​ກັນ​ໃນ​ພາບ​ຈາກ​ດາວ​ທຽມ ທີ່​ຖືກ​ຖ່າຍ​ໃນ​ວັນ​ດັ່ງ​ກ່າວ ແລະ ໄດ້​ສະ​ໜອງ​ໃຫ້​ວີ​ໂອ​ເອ ​ໂດຍ​ບໍ​ລິ​ສັດ​ຫ້ອງ​ທົດ​ລອງ​ໂລກຂອງ ສະ​ຫະ​ລັດ (Labs Planet). ຜູ້​ຮ່ວມ​ກໍ່​ຕັ້ງເວັບ​ໄຊ້ TankerTracker.com ທ່ານ ແຊມ ມາ​ດາ​ນີ, ນັກ​ຄົ້ນ​ຄວ້າ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ປະ​ເທດ ສວີ​ເດັນ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າການ​ປາ​ກົດ​ຕົວ​ຂອງ​ກຳ​ປັ່ນ​ດັ່ງ​ກ່າວ​ໃນ​ຮູບ​ພາບ ແມ່ນ​ສອດ​ຄ່ອງກັບ​ຮູບ​ພາບ​ຂອງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ໃນ​ຖານ​ຂໍ້​ມູນ​ຂອງ​ລາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG