ມີການສົງໄສວ່າ ພວກໂຈນທະເລເປັນຜູ້ຈີ້ກຳປັ່ນບັນທຸກນໍ້າມັນລຳນຶ່ງທີ່ກຣີສເປັນເຈົ້າຂອງ
ຂະນະທີ່ພວມແລ່ນຢູ່ໃນທະເລອາຣາເບຍ ນອກແຄມຝັ່ງຂອງປະເທດໂອມານ.
ບໍລິສັດ Dynacom Tankers Management Limited ຊຶ່ງເປັນຜູ້ບໍລິຫານງານກຳປັ່ນ
ລຳນີ້ ໄດ້ອອກຖະແຫຼງການສະບັບນຶ່ງກ່າວວ່າ ບໍ່ສາມາດຕິດຕໍ່ ກັບກຳປັ່ນທີ່ຕິດທຸງຊາດ
ໄລບີເຣຍລຳນີ້ ນັບແຕ່ພວກຜູ້ຕ້ອງສົງໄສໄດ້ຂຶ້ນໄປເທິງກຳປັ່ນໃນວັນພະຫັດວານນີ້. ກຳ
ປັ່ນລຳນີ້ບັນທຸກນໍ້າມັນດິບໜັກ 135,000 ໂຕນ.
ບໍລິສັດ Dynacom ກ່າວວ່າ ບັນຫາຮີບດ່ວນໃນເວລານີ້ກໍຄືການປ່ອຍພວກລູກເຮືອແລະ
ກຳປັ່ນດ້ວຍຄວາມປອດໄພ ແລະບໍ່ໃຫ້ສິນຄ້າຂອງກຳປັ່ນໄດ້ຮັບຄວາມເສຍຫາຍ.
ເຈົ້າໜ້າທີ່ກຳລັງພະຍາຍາມລະບຸວ່າຜູ້ຕ້ອງສົງໄສຈຸນີ້ເປັນກຸ່ມໃດ.