ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີໂດຍລົດຖັງ ໄດ້ສັງຫານ 9 ຄົນ, ແລະ 75 ຄົນ ໄດ້ຮັບບາດເຈັບ ຢູ່ທີ່ ສູນຝຶກອົບຮົມຂອງສະຫະປະຊາຊາດ ໃນ ພາກໃຕ້ຂອງເຂດກາຊາ


ແພດຊາວປາແລັດໄຕນ໌ ປົວເດັກນ້ອຍຍິງ ທີ່ໄດ້ຮັບບາດເຈັບ ຈາກການໂຈມຕີຂອງອິສຣາແອລ ຢູ່ອາຄານຂອງສູນຝຶກອົບຮົມວິຊາຊີບ ຂອງ UNRWA ເຊິ່ງເປັນບ່ອນອາໃສຂອງປະຊາຊົນຜູ້ພັດຖິ່ນ ໃນເມືອງຄານ ຢູນິສ,​ ທາງພາກໃຕ້ ຂອງເຂດກາຊາ, ວັນທີ 24 ມັງກອນ 2024.
ແພດຊາວປາແລັດໄຕນ໌ ປົວເດັກນ້ອຍຍິງ ທີ່ໄດ້ຮັບບາດເຈັບ ຈາກການໂຈມຕີຂອງອິສຣາແອລ ຢູ່ອາຄານຂອງສູນຝຶກອົບຮົມວິຊາຊີບ ຂອງ UNRWA ເຊິ່ງເປັນບ່ອນອາໃສຂອງປະຊາຊົນຜູ້ພັດຖິ່ນ ໃນເມືອງຄານ ຢູນິສ,​ ທາງພາກໃຕ້ ຂອງເຂດກາຊາ, ວັນທີ 24 ມັງກອນ 2024.

ມີຢ່າງນ້ອຍ 9 ຄົນເສຍຊີວິດ ແລະອີກ 75 ຄົນໄດ້ຮັບບາດເຈັບ ໃນວັນພຸດວານນີ້ ຢູ່ທີ່ເມືອງ ຄານ ຢູນິສ ໃນຂະນະທີ່ການໂຈມຕີໂດຍລົດຖັງ ໄດ້ຖືກສູນຝຶກອົບຮົມຂອງອົງການສະຫະປະຊາຊາດ ແຫ່ງນຶ່ງ, ບ່ອນທີ່ຊາວປາແລັສໄຕນ໌ພັດຖິ່ນ 800 ຄົນ ທີ່ໄດ້ອາໄສຢູ່ທີ່ທາງພາກໃຕ້ຂອງເຂດກາຊາ, ເຈົ້າໜ້າທີ່ບັນເທົາທຸກຂອງອົງການສະຫະປະຊາຊາດກ່າວ.

ມີລາຍງານວ່າ ກອງກຳລັງ​ອິສຣາ​ແອ​ລ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ໃນ​ເດືອນ​ທີ 4 ຂອງ​ສົງຄາມ ​ກັບ​ພວກ​ຫົວ​ຮຸນ​ແຮງ ຮາມາສ. ເຈົ້າໜ້າທີ່ ປາແລັສໄຕນ໌ ກ່າວວ່າ ກອງກໍາລັງອິສຣາແອລ ໄດ້ຕັດການເຂົ້າເຖິງ ໂຮງໝໍຫຼັກ ທາງພາກໃຕ້ຂອງເຂດກາຊາ ແລະເສັ້ນທາງການຫຼົບໜີທີ່ສຳຄັນ ສຳລັບປະຊາຊົນຫຼາຍແສນຄົນ ທີ່ຊອກຫາບ່ອນລີ້ໄພ ໃນເມືອງຄານ ຢູນິສ ຈາກການສູ້ລົບຢູ່ໃນພາກກາງ ແລະພາກເໜືອຂອງເຂດກາຊາ.

ຊາວ​ປາ​ແລັ​ສ​ໄຕ​ນ໌ ໄດ້ສາຍ​ວິ​ດີ​ໂອ ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວັນ​ສີ​ດຳ​ພຸ່ງຂຶ້ນໄປເທິງ​ຟ້າ​ ຢູ່​ເທິງ​ສູນ​ຝຶກ​ອົບ​ຮົມ​ທີ່​ດຳ​ເນີນ​ໂດຍ UNRWA, ອົງ​ການ​ຊ່ວຍເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເພື່ອອົບພະຍົບ​ຊາວປາແລັສໄຕນ໌.

ສະຫະລັດ, ເຊິ່ງເປັນພັນທະມິດທີ່ສຳຄັນຂອງອິສຣາແອລ ໃນການເຮັດສົງຄາມຕໍ່ຕ້ານກຸ່ມຮາມາສ, ໄດ້ປະນາມການໂຈມຕີຄັ້ງລ່າສຸດທີ່ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດ, ໂດຍກະຊວງການຕ່າງປະເທດກ່າວວ່າ "ພວກເຮົາເສຍໃຈຕໍ່ການໂຈມຕີສູນຝຶກອົບຮົມ ຄານ ຢູນິສ ຂອງອົງການສະຫະປະຊາຊາດ ໃນມື້ນີ້."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG