ຜູ້ແທນຂອງກຸ່ມຕາລິບານ ເຊິ່ງນໍາໂດຍຮັກສາການ ລັດຖະມົນຕີການຕ່າງປະເທດ ທ່ານອາເມຍ ຄານ ມຸຕຕາກີ ແລະໂຕແທນກຸ່ມສັງຄົມພົນລະເຮືອນຂອງອັຟການິສຖານ ໄດ້ຈັດການປຶກສາຫາລືເປັນເວລາເກືອບໝົດມື້, ໂດຍເນັ້ນໜັກກ່ຽວກັບເລື້ອງຂອງວິກິດການທາງດ້ານສິດທິມະນຸດຢູ່ໃນອັຟການິສຖານ ໃນມື້ວັນອາທິດວານນີ້, ຢູ່ນະຄອນຫຼວງອັອສໂລ ຂອງປະເທດນໍເວ.
ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມ “ຮັບຟັງຢ່າງຕັ້ງໃຈໃນຄວາມຄິດເຫັນສ່ວນໂຕຂອງແຕ່ລະທ່ານ” ແລະແລກປ່ຽນຄວາມຄິດເຫັນຂອງສະຖານະການປັດຈຸບັນພາຍໃນປະເທດ, ກ່າວໂດຍຖະແຫຼງການຫຍໍ້ຂອງກຸ່ມຕາລິບານ ຫຼັງຈາກການປະຊຸມດັ່ງກ່າວຢູ່ໃນນະຄອນຫຼວງຂອງປະເທດນໍເວ. ພວກເຂົາກ່າວວ່າ ໄດ້ມີ “ປະຊາຊົນຈໍານວນນຶ່ງ” ເຂົ້າຮ່ວມໃນກອງປະຊຸມ ກັບຄະນະຜູ້ແທນຂອງທ່ານ ມຸຕຕາຄີ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ.
ໃນຖະແຫຼງການຂອງກຸ່ມຕາລິບານລະບຸວ່າ “ພວກເຂົາໄດ້ຢືນຢັນວ່າ ປະເທດ ອັຟການິສຖານເປັນເຮືອນສໍາລັບຊາວອັຟການິສຖານທັງໝົດ ແລະເນັ້ນຢໍ້າວ່າ ປະຊາຊົນຊາວອັຟການິສຖານໝົດທຸກຄົນ ຈໍາເປັນຕ້ອງດໍາເນີນງານຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງທາງດ້ານການເມືອງ, ເສດຖະກິດ ແລະຄວາມໝັ້ນຄົງຂອງປະເທດ.”
ການປຶກສາຫາລືດັ່ງກ່າວ ເປັນຂີດໝາຍໃນການເລີ້ມຕົ້ມກອງປະຊຸມປິດລັບສາມມື້ຂອງເຂດສະແກນດິເນເວຍ ຈັດໃຫ້ມີຂຶ້ນກັບກຸ່ມຜູ້ປົກຄອງສາດສະໜາອິສລາມ, ບັນດາເຈົ້າໜ້າທີ່ລັດຖະບານຕາເວັນຕົກ ແລະຊາວອັຟການິສຖານຈາກຫຼາຍພາກສ່ວນໃນກຸ່ມສັງຄົມພົນລະເຮືອນ.
ກຸ່ມຕາລິບານ ໄດ້ເຂົ້າຢຶດອໍານາດປະເທດອັຟການິສຖານໃນເດືອນສິງຫາທີ່ຜ່ານມາ ແລະຕັ້ງແຕ່ນັ້ນມາພວກເຂົາກໍໄດ້ສົ່ງຄະນະຜູ້ແທນຂອງພວກເຂົາໄປປະເທດຈີນ, ອີຣ່ານ, ປາກິສຖານ, ກາຕ້າ, ຣັດເຊຍ ແລະເຕີກເມນິສຖານ ສໍາລັບການປະຊຸມທະວີພາຄີ ແລະການປະຊຸມຫຼາຍໆຊາດ.
ໃນມື້ວັນອາທິດວານນີ້ ຖືເປັນຄັ້ງທໍາອິດທີ່ຄະນະຜູ້ແທນຂອງກຸ່ມຕາລິບານໄປຢູໂຣບ.
ໃນມື້ວັນສຸກທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດຂອງນໍເວ ທ່ານອັນນິເກັນ ຮຸດທ໌ເຟລດທ໌ (Anniken Huitfeldt) ໄດ້ເນັ້ນວ່າ ການຢ້ຽມຢາມໃນຄັ້ງນີ້ “ແມ່ນບໍ່ຖືກຕ້ອງຕາມກົດໝາຍ ຫຼືການຮັບຮູ້ຕໍ່ກຸ່ມຕາລິບານ, ແຕ່ພວກເຮົາຕ້ອງໄດ້ເຈລະຈານໍາຜູ້ທີ່ປະຕິບັດໜ້າທີ່ລັດຖະບານຂອງປະເທດໃນປັດຈຸບັນນີ້.”
ສະຫະລັດ ແລະບັນດາປະເທດຕາເວັນຕົກ ໄດ້ກັກຊັບສິນຂອງທະນາຄານກາງ ອັຟການິສຖານປະມານ 10 ຕື້ໂດລາ, ໂດຍສ່ວນຫຼາຍ ແມ່ນຢູ່ໃນທະນາກາງ ຂອງສະຫະລັດ ລຸນຫຼັງທີ່ກຸ່ມຕາລິບານໄດ້ເຂົ້າຢຶດອໍານາດໃນປະເທດອັຟການິສຖານ.