ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເຈ​ລະ​ຈາ ​ແມ່ນ​ກຳ​ລັງ​ດຳ​ເນີນ​ການ ເພື່ອ​ສືບ​ຕໍ່​ວຽກ​ງານ​ໂຄງ​ການ​ລາງ​ລົດ​ໄຟ ລະ​ຫວ່າງ ມຽນ​ມາ ເຊື່ອມ​ຕໍ່​ ຈີນ ​ກັບ​ອ່າວ ເບັງ​ກາ​ລ


ພະ​ນັກ​ງານ​ຄົນ​ນຶ່ງ​ຍ່າງ​ຜ່ານ​ລົດ​ໄຟ​ຂົນ​ສົ່ງ​ຖັງ​ນ້ຳ​ມັນ​ໃນ​ເມືອງ ຊຸຍ​ນິງ, ແຂວງ ຊີ​ສວນ, ຈີນ, 2 ມີ​ນາ 2009.
ພະ​ນັກ​ງານ​ຄົນ​ນຶ່ງ​ຍ່າງ​ຜ່ານ​ລົດ​ໄຟ​ຂົນ​ສົ່ງ​ຖັງ​ນ້ຳ​ມັນ​ໃນ​ເມືອງ ຊຸຍ​ນິງ, ແຂວງ ຊີ​ສວນ, ຈີນ, 2 ມີ​ນາ 2009.

ຫຼັງ​ຈາກ​ການ​ເລື່ອນ​ເວ​ລ​າ ​ທີ່​ກ່ຽວ​ຂ້ອງ​ກັບ​ໂຣກ​ລະ​ບາດ​ນັ້ນ, ການ​ປຶກ​ສາ​ຫາ​ລື​ຕອນນີ້​ແມ່ນ​ກຳ​ລັງ​ດຳ​ເນີນ​ການ ກ່ຽວ​ກັບ ການ​ສືບ​ຕໍ່​ວຽກ​ງານ​ໂຄງ​ການ​ທາງ​ລົດ​ໄຟ​ໃນ ມຽນ​ມາ ທີ່​ຈະ​ເຊື່ອມ​ຕໍ່​ແຂວງ ຢຸນ​ໜານ ຂອງ ຈີນ ກັບ ອ່າວເບັງ​ກາ​ລ, ອີງ​ຕາມ​ລັດ​ຖະ​ບານ ມຽນ​ມາ.

ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການ​ລິ​ເລີ່ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ທີ່​ລວມ​ມີ​ການ​ກໍ່​ສ້າງ​ເຄືອ​ຂ່າຍ​ລາງ​ລົດ​ໄຟ​ລວມ​ເອ​ເຊຍ​ທັງ​ໝົດທີ່​ລວມ​ມີ ມຽນ​ມາ, ຫວຽດ​ນາມ, ໄທ ແລະ ກຳ​ປູ​ເຈຍ.

ໂຄງ​ການ​ລາງ​ລົດ​ໄຟ​ນັ້ນ​ປົກ​ຄຸມ​ປະ​ມານ 1,000 ກິ​ໂລ​ແມັດ ແລະ ຖືກ​ແບ່ງ​ອອກ​ເປັນ​ສອງ​ພາກ​ສ່ວນ​ໃນ ມຽນ​ມາ ຈາກ​ເມືອງ ມູ​ສ ເມືອງ ແມນ​ດາ​ເລ ແລະ ຈາ​ກ ແມນ​ດາ​ເລ ຫາ ໂຈກ​ພີວ (Kyaukphyu), ເຊິ່ງ​ແມ່ນ​ເມືອງ​ທ່າ​ເຮືອ​ໃນ​ອ່າວ ເບັງ​ກາ​ລ. ທາງ​ລົດ​ໄຟ​ທີ່​ວ່າ​ນັ້ນ, ເວ​ລາ​ທີ່​ມັນ​ແລ້ວ​ສຳ​ເລັດ, ຈະ​ເຮັດ​ໃຫ້​ຈີນ​ມີ​ເສັ້ນ​ທາງ​ການ​ຂົນ​ສົ່ງ​ທີ່​ແລ່ນ​ຜ່ານ​ຊ່ອງ​ແຄບ ມາ​ລັກ​ກາ ລະ​ຫວ່າງ ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ.

ນາຍ​ພົນ ຊໍ ມິນ ຕຸນ, ໂຄ​ສົກ​ຂອງ​ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພາ​ສາ ມຽນ​ມາ ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ໄດ້​ເຊັນຫຼາຍ​ຂໍ້​ຕົກ​ລົງ​ກັບ ຈີນ ສຳ​ລັບ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ. ໂຄງ​ການ​ທາງ​ລົດ​ໄຟ​ ໂຈກ​ພີວ ແມ່ນ​ລວມ​ຢູ່​ໃນ​ຂໍ້​ຕົກ​ລົງ​ການ​ພັດ​ທະ​ນາ​ທີ່​ວ່າ​ນັ້ນ… ການ​ສຳຫຼວດ​ພາກ​ສະ​ໜາມ ແລະ ການ​ລາຍ​ງານ​ແມ່ນ​ໄດ້​ແລ້ວ​ສຳ​ເລັດ. ການ​ປະ​ຕິ​ບັດ​ການ​ເພື່ອ​ສືບ​ຕໍ່​ໂຄງ​ການ​ແມ່ນ​ກຳ​ລັງ​ມີ​ການ​ປຶກ​ສາ​ຫາ​ລື.”

ວີ​ໂອ​ເອ​ພາ​ສາ​ມຽນ​ມາ ໄດ້​ສົ່ງ​ຂໍ້​ຄວາມ​ໄປ​ຫາ​ສະ​ຖານ​ທູດ​ຈີນ ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ສຳ​ລັບ​ຄຳ​ເຫັນ ກ່ຽວ​ກັບ ໂຄງ​ການ​ນັ້ນ ແຕ່ບໍ່​ໄດ້​ຮັບ​ຄຳ​ຕອບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG