ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ສົນ​ທະ​ນາ ເພື່ອສິ​້​ນ​ສຸດ ກ​ານ​ປິດ​​ລັດ​ຖະ​ບານ ສ​ຫລ ດຳ​ເນີນ​ຕໍ່ ໃນ​ວັນ​ອາທິດມື້​ນີ


ອະ​ນຸ​ສວະ​ລີ ເທ​ພີ​ສັນ​ພາບ ແລະ​ ເຮືອ​ຊ້າມ​ຟາກ​ໄປ​ຫາ​ເກາະ ແອ​ລ​ລິ​ສ. 5 ມັງ​ກອນ, 2019 ໃນ​ນະ​ຄອນ​ ນິວຢອກ.
ອະ​ນຸ​ສວະ​ລີ ເທ​ພີ​ສັນ​ພາບ ແລະ​ ເຮືອ​ຊ້າມ​ຟາກ​ໄປ​ຫາ​ເກາະ ແອ​ລ​ລິ​ສ. 5 ມັງ​ກອນ, 2019 ໃນ​ນະ​ຄອນ​ ນິວຢອກ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ທຳ​ນຽບ​ຂາວ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ຈະ​ປະ​ຊຸມ​ກັນ​ອີກ
ຄັ້ງ​ນຶ່ງ​ໃນ​ວັນ​ອາ​ທິດມື້ນີ້ ເພື່ອ​ສືບ​ຕໍ່​ການ​ເຈ​ລະ​ຈາ​ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ຢຸດ​ການ​ປິດ​ລັດ
​ຖະ​ບານ​ສ່ວນ​ນຶ່ງ​ລົງ ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ພະ​ນັກ​ງານ​ລັດ​ຖະບານກາງຫຼາຍ​ແສນ​ຄົນ
ແລະ ໄດ້​ເປັນ​ສາ​ເຫດ​ຂອງ​ການ​ລ່າ​ຊ້າ ແລະ ຄວາມບໍ່​ສະ​ດວກ​ສະ​ບາຍ​ຕ່າງໆ​ສຳ​ລັບ​
ປະ​ຊາ​ຊົນ ອາ​ເມ​ຣິ​ກັນ.

ການ​ປິດ​ລັດ​ຖະ​ບານ​ໄດ້​ກ້າວ​ເຂົ້າ​ສູ່​ສັບ​ປະ​ດາ​ທີ​ສາມ​ແລ້ວ.

ຈຸດ​ສຳ​ຄັນ​ຂອງ​ການ​ປຶກ​ສາ​ຫາ​ລື​ແມ່ນ​ ເລື່ອງ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ. ປະ​ທາ​
ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຢືນ​ຢັດ​ວ່າ​ທ່ານ​ຢາກ​ໄດ້​ເງິນ 5 ພັນ 6 ຮ້ອຍ​ລ້ານ​ໂດ​ລາ ​ເພື່ອ
​ສ້າງ​ກຳ​ແພງ​ຢູ່​ເຂດ​ຊາຍ​ແດນ ສະ​ຫະ​ລັດ ຕິດ​ກັບ​ປະ​ເທດ ເມັກ​ຊິ​ໂກ ເພື່ອ​ປ້ອ​ງ​ກັນ​ຜູ້​
ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍ​ ຈາກ​ການ​ເຂົ້າ​ມາ​ໃນ ສະ​ຫະ​ລັດ.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ບໍ່​ໄດ້​ອະ​ນຸ​ມັດ​ເງິນ​ໃດ​ໆ​ໃຫ້​ຜູ້
​ນຳ ສະ​ຫະ​ລັດ ສຳ​ລັບ​ການ​ສ້າງ​ກຳ​ແພງ​ດັ່ງ​ກ່າວ. ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງແນ​ນ
​ຊີ ເພ​ໂລ​ຊີ ໄດ້​ເອີ້ນ​ກຳ​ແພງ​ທີ່​ວ່າ​ນັ້ນ​ວ່າ “ບໍ່​ມີ​ສິນ​ທຳ.”

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນທວິດ​ເຕີ​ ໃນ​ຕອນ​ແລງ​ຂອງວັນ​ເສົາ​ວານນີ້​ວ່າ ທ່ານ​
ຈະ​ເດີນ​ທາງ​ໄປ Camp David ເຊິ່ງ​ແມ່ນ​ສະ​ຖານ​ທີ່ຫຼົບ​ໄພ​ປະ​ທາ​ນາ​ທິ​ບໍ​ດີ, ເພື່ອ​ປຶກ
​ສາ​ຫາ​ລື ກ່ຽວ​ກັບ ການ​ຮັກ​ສາ​ຄວາມ​ປອດ​ໄພ​ເຂດ​ຊາຍ​ແດນ ແລະ ຫົວ​ຂໍ້​ອື່ນໆ​ກັບ​ເຈົ້າ​
ໜ້າ​ທີ່​ອາ​ວຸ​ໂສ. ໃນ​ປະ​ມານ​ເວ​ລາ​ດຽວ​ກັນ ທ່ານ​ກໍ​ໄດ້​ທ່ານ​ກໍ​ໄດ້​ເອົາ​ຮູບ​ທີ່​ສະ​ແດງ​ໃຫ້
​ເຫັນຮູບ​ໜ້າ​ຂອງ​ທ່ານ ທ​ຣຳ ຢອງ​ຢູ່​ເທິງ​ຮົ້ວ​ເຫຼັກ​, ພ້ອມ​ກັບ​ຂຽນ​ຄຳ​ວ່າ “ກຳ​ແພງ​ກຳ
​ລັງ​ຈະ​ມາ ຫຼື THE WALL IS COMING.”

ທີ່​ປຶດ​ສາ​ຂັ້ນ​ສູງ​ທຳ​ນຽບ​ຂາວ ທ່ານ​ຈາ​ແຣດ ກູ​ເນີ​ຣ ລັດ​ຖະ​ມົນ​ຕີ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ​ນາງ​ຄ​ຣິ​ສ​ເຈັນ ແນ​ລ​ເສີນ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານໄມຕ໌ ແພ​ັນ​ສ໌ ທີ​ທຳ​ນຽບ​ຂາວ ໃນ​ທີ 5 ມັງ​ກອນ 2019.
ທີ່​ປຶດ​ສາ​ຂັ້ນ​ສູງ​ທຳ​ນຽບ​ຂາວ ທ່ານ​ຈາ​ແຣດ ກູ​ເນີ​ຣ ລັດ​ຖະ​ມົນ​ຕີ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ​ນາງ​ຄ​ຣິ​ສ​ເຈັນ ແນ​ລ​ເສີນ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານໄມຕ໌ ແພ​ັນ​ສ໌ ທີ​ທຳ​ນຽບ​ຂາວ ໃນ​ທີ 5 ມັງ​ກອນ 2019.

ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແລະ ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ໄດ້​ຈັດ​ການ​ເຈ​
ລະ​ຈາ​ທີ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ ໃນ​ວັນ​ເສົາ​ວານນີ້ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສິ້ນ​
ສຸດ​ການ​ປິດ​ລັດ​ຖະ​ບານ​ສ່ວນ​ນຶ່ງ. ການ​ປຶກ​ສາ​ຫາ​ລື​ຕ່າງໆ​ໄດ້​ສິ້ນ​ສຸດ​ລົງ​ພຽງ​ບໍ່​ເທົ່າ
​ໃດ​ຊົ່ວ​ໂມງ​ຕໍ່​ມາ ໂດຍບໍ່​ມີ​ຄວາມ​ກ້າວ​ໜ້າ​ໃດໆ.

ົ​ ລົດ​ກຳ​ລັ​ງ​ແລ່ນ​ເຂົ້າ​ສວ​ນ​ສາ​ທາ​ລະ​ນ​ະ ທີ່​ແຊນ​ດີ​ຮຸກ ເຕືອນ​ເຖິງ​ການ​ບໍ​ລິ​ການ​ຫ້ອງ​ນ້ຳ​ທີ່ຈ​ຳ​ກັດ ທີ່​ລັດ​ນິວ​ເຈີ​ຊີ ວັນ​ທີ 3 ມັງ​ກອນ 2019.
ົ​ ລົດ​ກຳ​ລັ​ງ​ແລ່ນ​ເຂົ້າ​ສວ​ນ​ສາ​ທາ​ລະ​ນ​ະ ທີ່​ແຊນ​ດີ​ຮຸກ ເຕືອນ​ເຖິງ​ການ​ບໍ​ລິ​ການ​ຫ້ອງ​ນ້ຳ​ທີ່ຈ​ຳ​ກັດ ທີ່​ລັດ​ນິວ​ເຈີ​ຊີ ວັນ​ທີ 3 ມັງ​ກອນ 2019.

ທີ່​ປຶກ​ສາ​ອະ​ວຸ​ໂສ ທຳ​ນຽບ​ຂາວ, ແລະ ລູກ​ເຂີຍ​ຂອງ​ທ່ານ ທ​ຣຳ, ທ່ານ ຈາ​ເຣັດ
ຄຸ​ສ​ເນີ, ແລະ ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ທ່ານ​ນາງ ເຄີ​ສ​ເຈັນ
ນີ​ລ​ເຊັນ ກໍ​ໄດ້​ເຂົ້າ​ຮ່​ວ​ມ​ໃນ​ການ​ປະ​ຊຸມ​ໃນ​ວັນ​ເສົາ​ວານນີ້, ດ້ວຍ​ທ່ານ​ນາງ ເຄີ​ສ​ເຈັນ
ທຳ​ການ​ລາຍ​ງານ​ສັ້ນ​ຕໍ່​ຜູ້​ທີ່​ເຂົ້າ​ຮ່ວມ ກ່ຽວ​ກັບ ຄວາມ​ປອດ​ໄພ​ເຂດ​ຊາຍ​ແດນ. ພັກ​
ເດ​ໂມ​ແຄ​ຣັດ ໄດ້​ຂໍ​ເອົາ​ລາຍ​ລະ​ອຽດ​ນຳ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ກ່ຽວ
​ກັບ​ ງົບ​ປະ​ມານ​ທີ່​ຕ້ອງ​ການ​ຂອງ​ອົງ​ການ​ດັ່ງ​ກ່າວ, ເຊິ່ງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ​ເຂົາ
​ເຈົ້າ​ຈະ​ເອົາ​ໃຫ້.

ປ້າຍ​ເຕືອນ​ທີ່​ເຫ​ັນ​ໝີ​ດ່າງຢູ່​ຂ້າງ​ໃນ ບອກ​ໃຫ້​ຜູ້​ມາ​ທ່ອງ​ທ່ຽວ​ຊາບ​ວ່າສວນ​ສັດ​ປິດ ເນື່ອງ​ຈາກ ລັດ​ຖະ​ບານ​ກາງ​ປິດ ວັນ​ທີ. 2 ມັງ​ກອນ 2019.
ປ້າຍ​ເຕືອນ​ທີ່​ເຫ​ັນ​ໝີ​ດ່າງຢູ່​ຂ້າງ​ໃນ ບອກ​ໃຫ້​ຜູ້​ມາ​ທ່ອງ​ທ່ຽວ​ຊາບ​ວ່າສວນ​ສັດ​ປິດ ເນື່ອງ​ຈາກ ລັດ​ຖະ​ບານ​ກາງ​ປິດ ວັນ​ທີ. 2 ມັງ​ກອນ 2019.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ, ຜູ້​ທີ່​ໄດ້​ເຂົ້າ​ຮ່​ວມ​ໃນ​ກອງ​ປະ​ຊຸມ​ຂ​ອງ​ວັນ​ເສົາ​
ວານນີ້​ເຊັ່ນ​ກັນນັ້ນ, ໄດ້​ອະ​ທິ​ບາຍ​ການ​ປຶກ​ສາ​ຫາ​ລື​ຕ່າງໆໃນ ທວິດ​ເຕີ ​ວ່າ “ມີປະ​ສິດ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG