ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີແຜນການວ່າ ຈະກັບຄືນໄປເຈລະຈາ ກ່ຽວກັບ ການຜ່ອນຄາຍວິກິດການ ໃນເວ​ເນຊູ​ເອລາ


ເຈົ້າໜ້າທີ່ຕຳຫຼວດ ຢືນຍາມຕະຫຼາຍໃຫຽ່ຊູເປີມາເກັດ ໃນເມືອງກາຣາກາສ ເວເນຊູເອລາ, 10 ມັງກອນ 2018.
ເຈົ້າໜ້າທີ່ຕຳຫຼວດ ຢືນຍາມຕະຫຼາຍໃຫຽ່ຊູເປີມາເກັດ ໃນເມືອງກາຣາກາສ ເວເນຊູເອລາ, 10 ມັງກອນ 2018.

​ການ​ເຈລະຈາ​ເພື່ອ​ຜ່ອນຄາຍຄວາມເຄັ່ງຕຶງ​ດ້ານ​ການ​ເມືອງ​ແລະ​ການ​ເສ​ດະ​ກິດ​ຂອງ
ເວ​ເນຊູ​ເອລາ ​ມີກຳ​ນົດທີ່​ຈະໄຂຂຶ້ນອີກ ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ແຕ່​ເລື່ອງການ​ຂາດ​ແຄນ
​ອາຫານການ​ລັກຂະ​ໂມຍນ້ຳມັນ ​ແລະ​ທາງ​ປະທານາທິບໍດີ ​ແລະ​ລັດຖະສະພາ
ຊອກຫາທາງໃຫ້ມີ​ການ​ເຂົ້າ​ຮອດ​ເຂົ້າ​ເຖິງ​ ໃນການ​ຊ່ອຍ​ເຫຼືອ​ດ້ານມະນຸດ​ສະ​ທຳນັ້ນ.

“ພວກ​ເຮົາ​ແມ່ນ ຕົກ​ຢູ່​ໃນ​ສະຖານະ​ທີ່ຈະເກີດການ​ລະ​ເບີດ​ທາງສັງຄຍຍົມ,” ທ່ານ
ຮໍເຮ ມີ​ລລັນ ສະມາຊິກ​ສະພາ ພັກຝ່າຍ​ຄ້ານ ​ໃນ​ລັດຖະສະພາ ​ໄດ້ໂຕ້​ຖຽງ​ໃນ​ວັນ​ອັງຄານ​
ຜ່ານມາ​ນີ້​ວ່າ “ການບັນ​ເທົາ” ຕໍ່ວິ​ກິດ​ການ​ທີ່​ໄດ້​ເລີ່​ມຂຶ້ນເມື່ອ 4 ​ເດືອນ​ກ່ອນ​ ທີ່​ໄດ້ມີການ
​ປະ​ທ້ວງ ​ເກືອບ​ວ່າ​ໃນ​ທຸກ​ມື້​ໃນ​ປີ​ກາຍ​ນີ້. ສະພາແຫ່ງຊາດໄດ້​ຕົກລົງ​ທີ່​ຈະກົດ​ດັນໃຫ້
ລັດຖະບານຂອງ​ປະທານາທິບໍດີ​ນິ​ໂກລັສ ມາ​ດູ​ໂຣ ​ອະນຸຍາດນາໆຊາດ ​ຈັດສົ່ງອາຫານ​
ແລະ​ຢາປົວພະຍາດ ຕ່າງໆໄປຊ່ອຍ ​ເພື່ອ​ຊ່ອຍ​ບັນເທົາຄວາມທຸກທໍ​ລະ​ມານ ​ຂອງ​ປະຊາ
ຊົນ 30 ລ້ານ​ຄົນໃນ​ປະ​ເທດດັ່ງກ່າວ.

ພວກພະນັກງານ ກຳລັງສ້ອມແປງຮົ້ວຂອງຊູບເປີມາກເກັດທີ່ປຸຍເອຣ໌ໂຕ ອໍດາຊ (Puerto Ordaz), ເວເນຊູເອລາ, 9 ມັງກອນ 2018.
ພວກພະນັກງານ ກຳລັງສ້ອມແປງຮົ້ວຂອງຊູບເປີມາກເກັດທີ່ປຸຍເອຣ໌ໂຕ ອໍດາຊ (Puerto Ordaz), ເວເນຊູເອລາ, 9 ມັງກອນ 2018.

ທ່ານ​ມາ​ດູ​ໂຮ ​ໄດ້​ປະນາມ ການ​ເຄື່ອນໄຫວ​ຂອງ​ລັດຖະສະພາ ວ່າ​ເປັນ​ຄວາມ​ພະຍາຍາມ
ຍຸຍົງໃຫ້ນາໆ​ຊາດເຂົ້າມາແຊກແຊງ.

“ມັນ​ແມ່ນ​ພວກຄົນດຽວ​ກັນ ທີ່​ຢາກທຳລາຍ​ປະ​ເທດ​ຊາດ, ບໍ່​ຢາກ​ໃຫ້​ປະ​ເທດ​ນີ້​ຈະ​ເລີ​ນ
ຮຸ່ງ​ເຮຶ​ອງ,”
ທ່ານ​ໄດ້​ກ່າວ​ໄວ້ ​ແລະ​ກ່າວ​ຕໍ່​ໄວ່າ “ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້ ຊາວເວ​ເນຊູ​ເອ
ລາ ​ໃຫ້​ຕໍ່ຕ້ານ​ຕໍ່ລັດຖະສະພາ.”

​ໃນ​ຕົ້ນ​ສັບປະດາ​ນີ້ ຜູ້ຄົນໄດ້​ບຸກເຂົ້າໄປ​ລັກ​ເອົາເຄື່ອງ​ຂອງ​ຈົນ​ໝົດ​ກ້ຽງ ຢູ່ໃນ​ຮ້ານ​ຄ້າ 5
​ແຫ່ງ ໃນ​ເມືອງ​ກຸຍ​ດາດ ກຸຍຢາ​ນາ ​ເມືອງ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ອົງການ​ຂ່າວ
ຣອຍ​ເຕີ ​ໄດ້​ລາຍ​ງານ ​ໃນ​ວັນ​ອັງ​ຜ່ານ​ມາ​ນີ້.

ເພື່ອແກ້ໄຂ​ສະພາບ​ການ​ໃນ​ເວ​ເນຊູ​ເອລານັ້ນ, ບັນດາ​ສະມາຊິກ​ຂອງ​ລັດຖະບານ​ມາ​ດູ​ໂຣ ​ແລະແນວໂຮມ​ຝ່າຍ​ຄ້ານ​ ຄະນະ​ກຳມະການສາມັກຄີ​ເດ​ໂມ​ແຄຣັດ ຫຼື (MUD) ວາງ​ແຜນ​
ທີ່ຈະ​ພົບ​ປະກັນ ໃນ​ສາທາລະນະລັດ ໂດ​ມິ​ນິກັນ ​ເປັນ​ເວລາ 2 ມື້ ​ໃນ​ການ​ກັບ​ຄືນ​ມາ
​ເຈລະຈາ​ກັນ​ນັ້ນ. ​ໃນ​ວັນ​ສຸກ ມື້​ອື່ນ​ນີ້ ຄະນະ​ສັງ​ເກດ​ການ​ນາໆ​ຊາດ ຈະ​ເຂົ້າ​ຮ່ວມ ​ນຳ ທ່ານ
ດາ​ນີ​ໂລ ​ເມີ​ດີ​ນາ ປະທານາທິບໍດີສາທາລະນະລັດ ໂດ​ມິ​ນິກັນ ພ້ອມ​ທັງ​ເຈົ້າ​ໜ້າ​ທີ່ຈາກ​
ໂບລີ​ເວ​ຍ​ເມັກ​ຊິໂກ ​ແລະ​ນີ​ກາຣາກົວ ນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງ ໂຮມຊຸມນຸມຖືປ້າຍຂອງລາຍຊື່ພວກທີ່ຖືກຂ້າ ໃນການປະທ້ວງທີ່ຮຸນແຮງ, ທີ່ຮວມຕົວກັນໃນສວນກາຣາກາສ, 30 າະງຫາ 2017.
ພວກປະທ້ວງ ໂຮມຊຸມນຸມຖືປ້າຍຂອງລາຍຊື່ພວກທີ່ຖືກຂ້າ ໃນການປະທ້ວງທີ່ຮຸນແຮງ, ທີ່ຮວມຕົວກັນໃນສວນກາຣາກາສ, 30 າະງຫາ 2017.

XS
SM
MD
LG