ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປຶກສາຫາລື ກ່ຽວກັບແຜນການຢຸດຍິງ ໃນກາຊາ ຄັ້ງໃໝ່ ຈະມີຂຶ້ນອີກຄັ້ງ ທ່າມກາງຄວາມກັງວົນກ່ຽວກັບເມືອງຣາຟາ


ທຸງຊາດອິສຣາແອລ ໂບກໄປມາ ອ້ອມຮອບໄປດ້ວຍເສດຊາກຫັກພັງ ໃນເຂດກາຊາ, ທ່າມກາງຄວາມຄັດແຍ້ງທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສອິສລາມຊາວປາແລັສໄຕນ໌, ຄືທີ່ເຫັນຈາກຝັ່ງອິສຣາແອລ,​ ວັນທີ 13 ກຸມພາ 2024.
ທຸງຊາດອິສຣາແອລ ໂບກໄປມາ ອ້ອມຮອບໄປດ້ວຍເສດຊາກຫັກພັງ ໃນເຂດກາຊາ, ທ່າມກາງຄວາມຄັດແຍ້ງທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສອິສລາມຊາວປາແລັສໄຕນ໌, ຄືທີ່ເຫັນຈາກຝັ່ງອິສຣາແອລ,​ ວັນທີ 13 ກຸມພາ 2024.

ການ​ເຈລະຈາ​ ກ່ຽວ​ກັບ​ຂອບ​ການ​ຢຸດ​ຍິງ​ໃໝ່​ຢູ່​ເຂດ ກາຊາ ຄາດ​ວ່າ​ຈະ​ດຳ​ເນີນຄືນ​ໃໝ່​ໃນ​ວັນ​ອັງຄານມື້ນີ້​, ​ໃນ​ຂະນະ​ທີ່ ອິສຣາ​ແອລ ກ່າວ​ວ່າ ກອງກຳລັງ​ຂອງ​ຕົນ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ຫຼາຍ​ສິບ​ຄົນ ​ຢູ່​ທາງພາກ​ກາງ ​ແລະ ພາກ​ໃຕ້​ຂອງ​ເຂດ ກາຊາ.

ການເຈລະຈາ ໃນນະຄອນໄຄໂຣ ໄດ້ຖືກກຳນົດໃຫ້ລວມມີເຈົ້າໜ້າ ທີ່ອະວຸໂສຈາກ ສະຫະລັດ, ອີຈິບ, ອິສຣາແອລ ແລະກາຕາ ຫລັງຈາກການເຈຣະຈາ ທີ່ຄ້າຍຄືກັນ ໃນເດືອນແລ້ວນີ້ ທີ່ນຳໄປສູ່ ການສະເໜີໃຫ້ຢຸດຕິການສູ້ລົບຊົ່ວຄາວ ເຊິ່ງຈະມາພ້ອມກັບ ການປ່ອຍຕົວປະກັນ ທີ່ກຸ່ມຫົວຮຸນແຮງ ຮາມາສ ຈັບໄວ້ ຢູ່ໃນເຂດກາຊາ.

ກຸ່ມຮາມາສເອງ ໄດ້ຍື່ນ​ຂໍ້​ສະ​ເໜີ​ຕອບ​ໂຕ້, ​ເຊິ່ງອິສຣາ​ແອລ​ປະຕິ​ເສດ. ​ແຕ່​ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ທ່ານ ແອນໂທນີ ບລິງເກັນ ​ໄດ້​ກ່າວ​ວ່າ ​ເຖິງແມ່ນວ່າຈະມີ “ຜູ້ທີ່ບໍ່ເຂົ້າຮ່ວມ” ​ບາງຄົນໃນ​ແຜນການ​ຂອງ ກຸ່ມຮາມາສ, ​ແຕ່ກໍ​ຍັງ​ມີຊ່ອງວ່າງ ໃຫ້ສາມາດເຈລະຈາຕໍ່ໄປໄດ້.

​ກຸ່ມ ຮາມາສ ຊຶ່ງ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ກຳນົດ​ໂດຍ​ສະຫະລັດ ​ໄດ້ຖືກເຊື່ອ​ວ່າ​ຍັງ​ຄົງ​ຈັບ​ຕົວ​ປະກັນ​ປະມານໄວ້ປະມານ 100 ຄົນ, ຫລັງ​ຈາກ 100 ຄົນ​ ໄດ້​ຖືກ​ປ່ອຍ​ຕົວ​ໃນ​ລະຫວ່າງ​ການ​ຢຸດ​ຍິງ​ເປັນ​ເວລາ​ນຶ່ງ​ອາທິດ​ໃນ​ເດືອນ​ພະຈິກ. ກອງ ທັບ​ອິສຣາ​ແອ​ລ ກ່າວ​ວ່າມີ 31 ຄົນ​ໄດ້​ເສຍ​ຊີວິດ ຫລືໄດ້ຖືກຂ້າຕາຍ ​ໃນ​ລະ ຫວ່າງ​ການຖືກກັງຄັງຂອງພວກເຂົາ.

ການ​ຊຸກຍູ້​ໃຫ້​ມີ​ການ​ຢຸດ​ຍິງ​ຄັ້ງ​ໃໝ່ ​ມີ​ຂຶ້ນ​ທ່າມກາງ​ຄວາມ​ວິຕົກ​ກັງວົນ​ຂອງ​ສາກົນ ​ກ່ຽວ​ກັບ​ພົນລະ​ເຮືອນຊາວ​ປາ​ແລັ​ສ​ໄຕ​ນ໌​ຢູ່ໃນ​ເຂດ​ກາຊາ, ​ໂດຍ​ສະ​ເພາະ​ຢູ່ໃນເມືອງຣາຟາ (Rafah), ​ຊຶ່ງຢູ່ໃກ້​ກັບ​ຊາຍ​ແດນອີຈິບ.

ໃນປັດຈຸບັນນີ້, ຫຼາຍກວ່າເຄິ່ງນຶ່ງຂອງປະຊາກອນຂອງເຂດກາຊາ ແມ່ນຢູ່ໃນເມືອງ ຣາຟາ (Rafah), ໂດຍມີຫຼາຍຄົນໄດ້ໄປຢູ່ບ່ອນນັ້ນ ເພື່ອຫລົບຫນີຈາກສົງຄາມໄລຍິ 4 ເດືອນ ແລະຢູ່ພາຍໃຕ້ການຊີ້ນຳ ຂອງຄໍາສັ່ງອົບພະຍົບ ຊ້ໍາແລ້ວຊ້ໍາອີກ ຈາກກອງທັບອິສຣາແອລ. ການ​ເຄື່ອນ​ຍ້າຍຂອງ​ມວນ​ຊົນ​ໄດ້​ເຮັດ​ໃຫ້​ປະຊາຊົນຈຳນວນຫຼາຍ ຕ້ອງ​ອາ​ໄສ​ຢູ່​ໃນສູນ​ພັກ​ອາ​ໄສ ຫຼື ໃນເຕັ້ນ ​ຂອງ​ສະຫະ​ປະຊາ​ຊາດ ​ທີ່​ແອ​ອັດ, ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ອົງການ​ຊ່ວຍ​ເຫລືອຕ່າງໆ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ຄວາມພ້ອມ ຂອງ​ອາຫານ, ນ້ຳ ​ແລະ​ການ​ປິ່ນປົວທາງການແພດ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ​ໃນຊ່ວງ​ຕອນ​ເຊົ້າ​ວັນ​ຈັນ ເຊິ່ງໄດ້​ສັງ ຫານ​ຢ່າງ​ນ້ອຍ 67 ຄົນ​ໃນ​ເມືອງຣາຟາ ​ໄດ້ເຮັດໃຫ້ມີການເຕືອນໄພເພີ້ມຂຶ້ນ ​ກ່ຽວ​ກັບ​ການ​ປະຕິບັດການ​ທາງ​ພາກ​ພື້ນ​ຂອງ​ອິສຣາ​ແອ​ລ ທີ່​ອາດເກີດຂຶ້ນ​ໃນ​ເມືອງ ຣາຟາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG