ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ 'ກຳລັງມີ ຄວາມກ້າວໜ້າ' ເພື່ອຍຸຕິ ການນັດຢຸດງານ ເພື່ອປະທ້ວງ ໃນ ລອສ ແອນເຈີລິ​ສ


ພວກນາຍຄູ ແລະນັກຮຽນ ພາກັນຊຸມນຸມປະທ້ວງ ຢູ່ຂັ້ນໄດ ຕໍ່ໜ້າ ໂຮງຮຽນມັດທະຍົມ ແຮມໂມລຕັນ (Hamilton High School) ໃນນະຄອນ ລອສ ແອນເຈີລິ​ສ, ວັນທີ 16 ມັງກອນ 2019.
ພວກນາຍຄູ ແລະນັກຮຽນ ພາກັນຊຸມນຸມປະທ້ວງ ຢູ່ຂັ້ນໄດ ຕໍ່ໜ້າ ໂຮງຮຽນມັດທະຍົມ ແຮມໂມລຕັນ (Hamilton High School) ໃນນະຄອນ ລອສ ແອນເຈີລິ​ສ, ວັນທີ 16 ມັງກອນ 2019.

ການເຈລະຈາທີ່ແກ່ຍາວມາດົນນານ ແບບມາຣາທອນ ເພື່ອຍຸຕິການ​ນັດຢຸດງານ
ປະທ້ວງ ຂອງພວກນາຍຄູ ຢູ່ໃນເຂດເທດສະບານ ທີ່ມີໂຮງຮຽນຫຼາຍທີ່ສຸດອັນດັບສອງ
ຂອງປະເທດ ໄດ້ປາກົດມີລາຍງານວ່າ “ກຳລັງມີຄວາມກ້າວໜ້າ” ໃນວັນ ຈັນວານນີ້
ແຕ່ການນັດຢຸດງານດັ່ງ​ກ່າວ ຈະ​ດຳ​ເນີນຕໍ່ໄປ ຊຶ່ງໄດ້​ກ້າວເຂົ້າສູ່ມື້ທີ 6 ໃນວັນອັງຄານ
ມື້ນີ້ ເຖິງແມ່ນວ່າ ຈະໄດ້ບັນລຸຂໍ້ຕົກລົງ​ກັນແລ້ວກໍຕາມ ອີງ​ຕາມ​ຄຳ​ເວົ້າຂອງບັນດາ
ຜູ້ຕາງໜ້າຂອງສະຫະພັນນາຍຄູ.

ພວກນາຍຄູ ຈຳນວນ 30,000 ຄົນ ໃນໂຮງຮຽນຢູ່ເຂດນະຄອນ ລອສ ແອນເຈີລິ​ສ
ຂອງລັດຄາລີຟໍເນຍ ໄດ້ພາກັນຍ່າງອອກຈາກວຽກງານຂອງພວກເຂົາເຈົ້າ ໃນວັນທີ
14 ມັງກອນ ໃນການຮຽກຮ້ອງ ໃຫ້ເພີ້ມຄ່າຈ້າງ ໃຫ້ສູງຂຶ້ນກວ່າເກົ່າ ຫລຸດຈຳນວນ
ລູກສິດໃຫ້ໜ້ອຍລົງກວ່າເກົ່າ ແລະ ເພີ້ມພະນັກງານຊ່ອຍຄູ ໃຫ້ຫຼາຍຂຶ້ນ.

ບັນດາຜູ້ນຳສະຫະພັນດັ່ງກ່າວໄດ້ກ່າວວ່າ ເຖິງແມ່ນວ່າ ທັງສອງຝ່າຍຈະໄດ້ບັນລຸຂໍ້
ຕົກລົງ ກ່ອນວັນເລີ້ມການຮຽນ ໃນວັນອັງຄານນີ້ ກໍຕາມ ແຕ່ພວກນາຍຄູຈະບໍ່ໄປ
ປະຈຳຫ້ອງຮຽນ ຍ້ອນວ່າ ສັນຍາຈະຕ້ອງໄດ້ຮັບການອະນຸມັດເສຍກ່ອນ ໂດຍບັນດາ
ສະມາຊິກຂອງສະຫະພັນ.

ຜູ້ປົກຄອງນະຄອນ ລອສ ແອນເຈີລິ​ສ ທ່ານແອຣິກ ກາຣເຊຕຕີ (Eric Garcetti)
ຊຶ່ງຫ້ອງການຂອງທ່ານ ກຳລັງໄກ່ເກ່ຍການເຈລະຈາຢູ່ນັ້ນ ໄດ້ໃຫ້ຂໍ້ສັງເກດ ໄປ​ໃນ
ແງ່ດີ ເມື່ອວັນຈັນວານນີ້.

ທ່ານໄດ້ກ່າວໃນຖະແຫລງການວ່າ “ທັງສອງຝ່າຍ ກໍຍັງຢູ່ໃນການເຈລະຈາກັນ ຢູ່
ແລະ ຂ້າພະເຈົ້າ ມີຄວາມຫວັງໄປໃນແງ່ດີ ວ່າ ພວກເຮົາຈະມີທ່າແຮງຈະ ຮັບເອົາ
ບາດກ້າວສຸດທ້າຍ ໄປສູ່ການນຳເອົາພວກນາຍຄູຂອງເຮົາ ແລະ ພວກໜຸ່ມນ້ອຍ
ກັບຄືນເຂົ້າໄປໃນຫ້ອງຮຽນ ຂອງພວກເຂົາເຈົ້າ.”

ຈຸດສຳຄັນໃນການຮ້ອງທຸກຂອງພວກນາຍຄູ ນັ້ນ ກໍແມ່ນວ່າ ຈຳນວນຂອງລູກສິດ
ໃນຫ້ອງຮຽນທັງຫຼາຍ ຢູ່ໃນເຂດເມືອງດັ່ງກ່າວ ແມ່ນຫຼາຍໂພດ ພວກລູກສິດບາງສ່ວນ
ກໍບໍ່ມີໂຕະນັ່ງ ຊຶ່ງໄດ້ກົດດັນໃຫ້ພວກເຂົາ ຈະຕ້ອງໄດ້ນັ່ງຢູ່ກັບພື້ນ ຫຼື ນັ່ງຢູ່ຕາມປ່ອງຢ້ຽມ.

ໂຮງຮຽນຢູ່ໃນເຂດນະ​ຄອນດັ່ງກ່າວ ມີນັກຮຽນຢູ່ປະມານ 600,000 ຄົນ ນັບ​ແຕ່ຂັ້ນ
ອະນຸບານ ​ໄປຈົນເຖິງ ຂັ້ນອຸດົມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG