ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາລະຫວ່າງ ນາຍົກລັດຖະມົນຕີຊູດານ ທ່ານອັບດາລລາ ຮຳດັອກ ແລະບັນດາຜູ້ນຳທະຫານ ມີຄວາມຄືບໜ້າ


ຝູງຊົນພາກັນຮ້ອງໂຮປະທ້ວງຢູ່ນະຄອນຄາຣ໌ທຸມ ທ່າມກາງ ການເດີນປະທ້ວງຕໍ່ຕ້ານທະຫານທີ່ເຮັດລັດຖະປະຫານ ໃນຊູດານ ວັນທີ 4 ພະຈິກ 2021.
ຝູງຊົນພາກັນຮ້ອງໂຮປະທ້ວງຢູ່ນະຄອນຄາຣ໌ທຸມ ທ່າມກາງ ການເດີນປະທ້ວງຕໍ່ຕ້ານທະຫານທີ່ເຮັດລັດຖະປະຫານ ໃນຊູດານ ວັນທີ 4 ພະຈິກ 2021.

ການເຈລະຈາລະຫວ່າງ ນາຍົກລັດຖະມົນຕີ ຊູດານ ທ່ານ ອັບດາລລາ ຮຳດັອກ (Abdalla
Hamdok) ແລະ ພວກຜູ້ນຳຂອງການກໍລັດຖະປະຫານຂອງທະຫານໃນວັນທີ 25 ຕຸລາ
ທີ່່ຜານມາ ແມ່ນກຳລັງມີຄວາມຄືບໜ້າ ແຫຼ່ງຂ່າວທີ່ໃກ້ຊິດກັບທ່ານ ຮຳດັອກ ໄດ້ກ່າວໃນ
ວັນພະຫັດວານນີ້ ໃນຂະນະທີ່ສະຫະລັດ ແລະ ອົງການສະຫະປະຊາຊາດ ໄດ້ກົດດັນໃຫ້
ຫາທາງແກ້ໄຂບັນຫາ.

ແຫຼ່ງຂ່າວແຫ່ງທີສອງກ່າວວ່າ ຊູດານສາມາດຕັ້ງສະພາອະທິປະໄຕທີ່ມີສະມາຊິກ 14
ທ່ານ ໃນໄວໆນີ້ ໃນບາດກ້າວທຳອິດທີ່ຈະນຳໄປສູ່ການຕັ້ງສະຖາບານໂອອຳນາດໃໝ່
ໂດຍທະຫານ

ຢູ່ໃນສັນຍານຫຼ້າສຸດຂອງການເພີ້ມຄວາມກົດດັນຈາກສາກົນນັ້ນ ເລຂາທິການ ໃຫຍ່ອົງ
ການສະຫະປະຊາຊາດ ທ່ານແອນໂຕນິໂອ ກຸດເຕເຣສ (Antonio Guterres) ໄດ້ລົມ
ກັບຫົວໜ້າກອງທັບບົກ ທ່ານ ອັບແດລ ຟັດຕາ ອາລ-ເບີຮານ (Abdel Fatta al-Burhan)
ໃນວັນພະຫັດວານນີ້ ແລະ ໄດ້ຮຽກຮ້ອງທ່ານ ໃຫ້ຟື້ນຟູລະບຽບລັດຖະທຳມະນູນ ແລະ
ຂະບວນການປ່ຽນແປງອຳນາດ.

ໃນການລົມໂທລະສັບກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງກັນ (Antonio Blinken) ໃນວັນພະຫັດວານນີ້ ທ່ານເບີຮານ ໄດ້ເຫັນ ພ້ອມໃນຄວາມ
ຈຳເປັນທີ່ຈະເລັ່ງການຕັ້ງລັດຖະບານ, ອີງຕາມການກ່າວຂອງຫ້ອງການທ່ານ ເບີຮານ.

ຫ້ອງການທ່ານກ່າວວ່າ “ທັງສອງພັກໄດ້ເຫັນພ້ອມໃນຄວາມຈຳເປັນທີ່ຈະ ຮັກສາຊ່ອງ
ທາງຂອງການໂອນອຳນາດຢ່າງປະຊາທິປະໄຕ, ຄວາມຈຳເປັນທີ່ຈະສ້າງໂຄງຮ່າງລັດ
ຖະບານໃຫ້ແລ້ວສຳເລັດ ແລະ ການຕັ້ງລັດຖະບານໃຫ້ໄວຂຶ້ນ.

ກະຊວງຕ່າງປະເທດ ສະຫະລັດ ກ່າວວ່າ ໃນການໂທລະສັບນັ້ນ ທ່ານ ບລິງເກັນ ໄດ້
ຮຽກຮ້ອງໃຫ້ທ່ານ ເບີຮານ ປ່ອຍຕົວບັນດານັກໂທດການເມືອງນັບຕັ້ງການກໍ່ລັດຖະ
ປະຫານໃນທັນທີ ແລະ “ກັບຄືນໄປຫາການເຈລະຈາທີ່ຈະນຳເອົານາຍົກລັດຖະມົນຕີ
ຮຳດັອກ ກັບຄືນສູ່ຕຳແໜ່ງຂອງທ່ານ ແລະ ນຳເອົາລັດຖະບານພົນລະເຮືອນໃນ
ຊູດານ ກັບຄືນມາ.

ອົງການສະຫະປະຊາຊາດ ໄດ້ພະຍາຍາມໄກ່ເກ່ຍວິກິດການທາງການເມືອງໃຫ້ສິ້ນສຸດ
ລົງ ທີ່ໄດ້ມີຂຶ້ນລຸນຫຼັງການກໍ່ລັດຖະປະຫານ ເຊິ່ງນັກການເມືອງພົນລະເຮືອນລະດັບສູງ
ໄດ້ຖືກກັກຂັງ ແລະ ທ່ານ ຮຳດັອກ ໄດ້ຖືກກັກຂັງບໍລິເວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG