ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ສຫລ ວ່າ ການເຈລະຈາ ກັບກຸ່ມ ທາລິບານ ຈະມີຂື້ນ ໄວໆນີ້ (ວີດີໂອ)


ຕຶກຫ້ອງການຂອງກຸ່ມທາລີບານ ​ທີ່ນະຄອນ Doha.
ຕຶກຫ້ອງການຂອງກຸ່ມທາລີບານ ​ທີ່ນະຄອນ Doha.
ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ຕົນ​ຄາດ​ວ່າ ກາ​ນສະ​
ເໜີ​ເປີດ​ການ​ເຈລະຈາໂດຍ​ກົງ​ກັບກຸ່ມ​ທາ​ລິ​ບານຈະ​ມີ​ຂື້ນ​ຢູ່ນະ
​ຄອນ Doha ​ໃນໄລຍະ​ສອງ ສາມມື້ຂ້າງ​ໜ້ານີ້.

ການ​ເຈລະຈາ ​ທີ່ນະຄອນ Doha ມີ​ກຳນົດໄຂ​ຂື້ນ ​ໃນ​ວັນ​ພະຫັດ​
ວານ​ນີ້​ ດ້ວຍ​ການ​ສົນທະນາ ທີ່​ພົວພັນ​ຄະນະຜູ້ຕາງໜ້າກຸ່ມທາ​ລິ​
ບານ ​ແລະ​ບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະລັດແຕ່ປະທານາ
ທິບໍດີອັຟກາ​ນິ​ສຖານ ທ່ານ Hamid Karzaiຊຶ່ງ​ປະກົດ​ວ່າ​ບໍ່ພໍ​ໃຈ​
ຍ້ອນການ​ເປິ​ດຫ້ອງການ​ການ​ເມືອງຂອງກຸ່ມທາ​ລິ​ບານຢູ່​ໃນ​ນະ
ຄອນດັ່ງກ່າວນັ້ນ ​ໄດ້​ຄັດຄ້ານແລະ​ກ່າວ​ວ່າລັດຖະບານ​ຂອງທ່ານ
ຈະ​ບໍ່ໃຫ້ການສະໜັບສະໜຸນ​ຕໍ່ການ​ເຈລະຈາທີ່​ວ່າ​ນີ້.

ການ​ຄັດຄ້ານຂອງ​ທ່ານ ​ສ່ວນ​ນຶ່ງ​ແລ້ວ​ແມ່ນໄດ້​ເນັ້ນ​ໜັກ​ໃສ່ການ​ທີ່​ກຸ່ມທາ​ລິ​ບານ ໄດ້​ເປີດ​ຫ້ອງການ​ຢູ່ນະຄອນ Doha ​ໃນ​ຕົ້ນ​ອາທິດ​ນີ້ ​ໂດ​ຍ​ຕິດຕັ້ງ​ປ້າຍ ທີ່ລະບຸ ສະຖານ​ທີ່​ດັ່ງກ່າວວ່າ ​ເປັນ “ຫ້ອງການ​ອີ​ເມີເຣດອິສລາມ ​ແຫ່​ງອັ​ຟກາ​ນິສຖານ” ​ແລະ​ຊັກທຸງອີ​ເມີ​ເຣດອິສລາມ​ຂຶ້ນ.

ບັນດາ​ເຈົ້າ​ໜ້າທີ່​ກ່າວ​ວ່າ ປ້າຍ​ດັ່ງກ່າວຂອງກຸ່ມທາ​ລິ​ບານ ​ໄດ້​ຖືກປົດ​ອອກ​ແລະ ​ໃຊ້​ປ້າຍ​ຕາມ​ທີ່​ໄດ້​ມີ​ການ​ຕົກລົງ​ກ່ອນ​ນັ້ນທີ່​ບອກ​ວ່າ ​ເປັນຫ້ອງການໆ​ເມືອງ​ຂອງ ກຸ່ມທາ​ລິ​ບານ​ອັຟກາ​ນິສຖານ” ​ໃສ່​ແທນ ຊຶ່​ງເປັນ​ບາດ​ກ້າວ​ນຶ່ງ​ທີ່ໂຄສົກກະຊວງ​ຕ່າງປະ​ເທດ
ສະຫະລັດ ທ່ານ​ນາງ Jen Psaki ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “​ເປັນ​ໄປ​ໃນ​ທາງ​ບອກ​” ທ່ານ​ນາງເວົ້າ​ວ່າ ສະຫະລັດ ຍັງ​ຄົງເພັ່ງ​ເລັງ​ໃສ່ດຳ​ເນີນ ຕໍ່​ໄປ​ກ່ຽວ​ກັບ​ການ​ເຈລະ​ຈາ ​ເພາະວ່າ ມັນ​ເປັນ “ຫົນທາງ​ທີ່​ດີ​ທີ່​ສຸດໄປ​ສູ່​ການ​ແກ້​ໄຂ​ ແລະ​ການ​ສ້າງ​ຄວາມ​ປອງ​ດອງ​ທາງ​ດ້ານ​ການ​ເມືອງ.”

ທ່ານນາງ​ຍັງ​ໃຫ້ຂໍ້​ສັງ​ເກດ​ວ່າ ສະຫະລັດ ມີຫລາຍ​ບັນຫາ​ທີ່​ຈະເຈລະຈາ​ກັບກຸ່ມ ທາ​ລິ​ບານ ຮວມ​ທັງ​ຄວາມ​ສໍາຄັນ​ທີ່​ກຸ່ມດັ່ງກ່າວຈະ​ປະຖິ້ມການ​ກໍ່​ການ​ຮ້າຍ ​ແລະ​ຄວາມ​ຮຸນ​ແຮງ. ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ຈະ​ເດີນທາງໄປນະ
ຄອນDoha ​ໃນ​ວັນ​ສຸກມື້​ນີ້​ແຕ່​ທ່ານ​ນາງ Psaki ໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານບໍ່​ມີ​ແຜນໃດໆ​ທີ່​ຈະ​ພົບ​ປະ​ ກັບຜູ້ຕາງໜ້າຂອງ​ກຸ່ມທາ​ລິ​ບານ. ທ່ານ Kerry ມີ​ກໍານົດ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ ກ່ຽວກັບ​ຊີ​ເຣຍ ​ໃນ​ວັນ​ເສົາ​ມື້​ອຶ່ນນີ້.

ເບິ່ງວີດີໂອ ທີ່ກ່ຽວຂ້ອງ:

ວີດີໂອ - ອັຟການິສຖານ
please wait

No media source currently available

0:00 0:04:45 0:00
ລິງໂດຍກົງ
XS
SM
MD
LG