ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດພິເສດ ສຫລ ບອກກຸ່ມຕາລີບານ ໃຫ້ ເຈລະຈາ ກັບ ກາບູລ


ທູດພິເສດ ສະຫະລັດ ຮັບ​ຜິດ​ຊອບ​ເລື້ອງສັນ​ງິ​ພາບ ໃນ ອັຟການິສຖານ, ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ໂ​ອ້ລົມກັບບັນດານັກຂ່າວທ້ອງຖິ່ນ ຢູ່ ສະຖານທູດ ສະຫະລັດ ປະຈຳນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 18 ພະຈິກ 2018.
ທູດພິເສດ ສະຫະລັດ ຮັບ​ຜິດ​ຊອບ​ເລື້ອງສັນ​ງິ​ພາບ ໃນ ອັຟການິສຖານ, ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ໂ​ອ້ລົມກັບບັນດານັກຂ່າວທ້ອງຖິ່ນ ຢູ່ ສະຖານທູດ ສະຫະລັດ ປະຈຳນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 18 ພະຈິກ 2018.

ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ຄວາມ​ປອງດອງ​ຊາດຢູ່​ໃນ ​
ອັ​ຟ​ກາ​ນິ​ສ​ຖານ ຮຽກ​ຮ້ອງ​ໃຫ້​ມີ​ການ​ເປີດ ການ​ເຈ​ລະ​ຈາ​ໂດຍ​ກົງ ລະ​ຫວ່າງກຸ່ມ​ຕາ​ລີ​ບານ
ແລະ​ລັດ​ຖະ​ບານ​ກາ​ບູ​ລ ໃນ​ຂະ​ນະ​ທີ່​ທ່ານ​ໃຫ້​ການ​ຢືນ​ຢັນ​ ກ່ຽວ​ກັບລາຍ​ລະ​ອຽດ​ຂອງ​
ຮ່າງ​ຂໍ້​ຕົກ​ລົງ​ ສັນ​ຕິ​ພາບ ທີ່​ແນ​ໃສ່​ເພື່ອ​ຍຸ​ຕິ​ບັນ​ຫາ​ຂັດ​ແຍ້ງ​ທີ່​ແກ່​ຍາວ​ມາ​ໄດ້ 17 ປີ ຢູ່​ໃນ
​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ຊາ​ລ​ເມ ຄາ​ລີ​ລ​ຊາດ ກ່າວ​ຕໍ່​ໜັງ​ສື​ພິມ​ນິວຢອກ​ໄທ​ມ໌ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ວ່າ
ຂອບ​ຂອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວຈະ​ຕ້ອງ “ມີ​ຂຶ້ນ​ກ່ອນ​ຈະ​ກາຍ​ເປັນ​ຂໍ້​ຕົກ​ລົງ” ແຕ່ກໍ​ກ່າວ​
ຢ້ຳ​ວ່າ ກຸ່ມ​ຕາ​ລີ​ບານ “ຕ້ອງ​ໄດ້​ມີ​ຄວາມ​ໝັ້ນ​ໝາຍ ເພື່ອ​ໃຫ້​ເປັນ​ທີ່​ພໍ​ໃຈ​ແກ່ ພວກ​ເຮົາ
ຈະ​ເຮັດ​ໃນ​ສິ່ງ​ທີ່​ຈຳ​ເປັນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ກາຍ​ເປັນບ່ອນ​ທີ່​ກຸ່ມ​ກໍ່​
ການ​ຮ້າຍ​ນາໆ​ຊາດ​ ຫຼື​ສ່ວນ​ບຸກ​ຄົນ​ໃດໆ ສາ​ມາດ​ນຳ​ໃຊ້​ໄດ້.”

ເພື່ອ​ເປັນ​ການ​ຕອບ​ແທນ ສະ​ຫະ​ລັດ​ອາດ​ຈະ​ເຕັມ​ໃຈ​ປະ​ຕິ​ບັດ​ຕາມ ຂໍ້​ຮຽກ​ຮ້ອງ​ທີ່ສຳ​ຄັນ
​ສຸດ​ຂອງ​ກຸ່ມ​ຕາ​ລີ​ບານນັ້ນ ​ກໍ​ຄື​ຖອນ​ທະ​ຫານ​ຂອງ​ຕົນ​ອອກ​ຈາກ​ປະ​ເທດ​ດັ່ງກ່າວ ​ພ້ອມ
​ທັງ​ເງື່ອນ​ໄຂ​ອື່ນໆ ທີ່​ຮວມມີ​ການ​ຢຸດ​ຍິງ​ຮອບ​ດ້ານແລະ​ເລີ້ມ​ເປີດ​ການກັບ​ກາ​ບູ​ລ ຈະ
​ຕ້ອງໄດ້​ມີ​ການ​ປະ​ຕິ​ບັດ​ຕາມ. ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ພວກ​ກະບົດ​ຕາ​ລີ​ບານ ໄດ້​
ປະ​ຊຸມ​ກັນ​ເປັນ​ເວ​ລາ 6 ມື້​ທີ່​ນະ​ຄອນ​ໂດ​ຮາ. ລາຍ​ລະ​ອຽດ​ຂອງ​ຮ່າງ​ຂໍ້​ຕົກ​ລົງ ເລີ້ມ
​ປາ​ກົດ​ອອກ​ມາ​ໃຫ້​ເຫັນ ໃນ​ວັນ​ເສົາ​ແລ້ວ.

ທ່ານ​ຄາ​ລີລ​ຊາດ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ນະ​ຄອນ​ຫຼວງ​ອັ​ຟ​ກາ​ນິ​ສ​ຖານໃນ​ວັນ​ຈັນ​ວານ
ນີ້​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້ ​ໃຫ້​ພວກ​ກະ​ບົດ​ຕາ​ລີ​ບານ ເປີດ​ການ​ເຈ​ລາ​ຈາ​ໂດຍ​ກົງ​
ກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ. ມັນ​ເປັນ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ ທີ່​ຢາກ​ໃຫ້​ມີ
​ການ​ເຈ​ລະ​ຈາ​ລະ​ຫວ່າງ​ພັກ​ຝ່າຍ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ດ້ວຍ​ກັນ.”

ມາ​ຈົນ​ຮອດ​ປັດ​ຈຸ​ບັນ ກຸ່ມ​ຕາ​ລີ​ບານ​ຍັງ​ປະ​ຕິ​ເສດ​ທີ່​ຈະ​ພົບ​ປະ​ໂດຍ​ກົງ​ກັບ​ລັ​ດ​ຖະ​ບານ​
ອັ​ຟ​ກາ​ນິ​ສ​ຖານ ຊຶ່ງນັ້ນ​ແມ່ນ​ເປັນ​ບັນ​ຫາ ​ທີ່​ຍັງ​ບໍ່​ທັນ​ມີ​ການ​ລົງ​ລອຍ​ກັນ ​ໃນ​ການ​ເຈ​ລະ​-
ຈາ ມາຈົນ​ເຖິງ​ເວ​ລານີ້.

ໃນ​ຖະ​ແຫຼງການສະ​ບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ລຸນ​ຫລັງ​ການ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ​
ສິ້ນ​ສຸດ​ລົງ​ໃນ​ວັນ​ເສົາ​ແລ້ວນີ້ ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ​ຊາ​ບີ​ອູ​ລ​ລາ ມູ​ຈາ​ຮີດ ກ່າວ
​ວ່າ ທ່າ​ທີ​ຂອງ​ພວກ​ກະ​ບົດ​ກ່ຽວ​ກັບ​ບັນ​ຫານີ້​ແມ່ນ​ຈະ​ແຈ້ງ.

ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ“ຈົນ​ກວ່າ​ບັນ​ຫາ​ການ​ຖອນ​ທະ​ຫານ​ຕ່​າງ​ປະ​ເທດ​ອອກ​ຈາກ
​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ມີ​ການ​ຕົກ​ລົງ​ກັນ ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ບັນ​ຫາ​ອື່ນໆ​ນັ້ນ ແມ່ນ​
ເປັນ​ໄປ​ບໍ່​ໄດ້.”

ທ່ານ​ຄາ​ລີ​ລ​ຊາດ ໄດ້​ຮຽກ​ຮ້ອງ​ໃຫ້ ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທັງ​ຫຼາຍ ຈົ່ງ​ປະ​ຄວາມ​ແຕກ​ຕ່າງ​
ທາງ​ດ້ານ​ການ​ເມືອງ​ຂອງ​ຕົນ​ໄວ້​ທາງ​ຂ້າງເພື່ອ​ສວຍ​ໂອ​ກາດ​ຍາດ​ເອົາ ແຮງ​ກະ​ຕຸ້ນ ທີ່​ພາ
​ໃຫ້​ມີ​ການ​ເຈ​ລະ​ຈາ​ຫຼາຍ​ໆ​ຮອບ​ແລ້ວນັ້ນ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ເປັນ​ເທື່ອ​ທຳ​ອິດ ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ ພວກ​
ເຮົາ​ໄດ້​ມີ​ຄວ​າມ​ກ້າວ​ໜ້າ​ທີ່​ສຳ​ຄັນ ໂດຍ​ຍາດ​ເອົາ​ໂອ​ກາດ​ອັນ​ນີ້.”

Analysts See Many Obstacles to Peace in Afghanistan
please wait

No media source currently available

0:00 0:02:40 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG